ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Facebook ຍື່ນຄໍາຮ້ອງ ຂໍຂາຍຮຸ້ນ ເປັນຄັ້ງທໍາອິດ (ເບິ່ງວີດີໂອ)


Facebook
Facebook

















Facebook ຊຶ່ງ​ເປັນ​ແວ​ັບ​ໄຊ້ຂອງ​ເຄືອ​ຂ່າຍສື່​ສັງຄົມທີ່​ປະສົບ​ຄວາມ​ສໍາ​ເລັດ​ຢ່າງ​ຫລວງ
ຫລາຍ​ນັ້ນ ​ໄດ້​ຍື່ນ​ຄໍາ​ຮ້ອງຂໍ​ຂາຍ​ຮຸ້ນ​ໃນ​ຂັ້ນຕົ້ນ ໂດຍ​ອະນຸມັດ​ໃຫ້​ຜູ້​ຄົນ​ຊື້​ຮຸ້ນ​ຂອງ​ຕົນ
ໄດ້​ເປັນ​ຄັ້ງ​ທໍາ​ອິດ.

ສື່​ສັງຄົມ Facebook ກໍາລັງ​ຊອກ​ຫາ​ລາຍ​ໄດ້​ຈໍານວນ 5 ພັນ​ລ້ານ​ໂດ​ລາ ​ແຕ່ບໍ່​ໄດ້​ປະ
ກາດ​ໃຫ້​ຊາບ​ວ່າ​ລາຄາ​ຮຸ້ນ​ນຶ່ງ​ເທົ່າ​ໃດ ​ແລະ​ມີ​ຈັກ​ຮຸ້ນ​ທີ່​ຈະ​ຂາຍໃຫ້ສາທາລະນະ​ຊົນນັ້ນ.
ສື່​ສັງຄົມ Facebook ​ໄດ້​ວ່າ​ຈ້າງ​ພວກ​ບໍລິສັດ​ລົງ​ທຶນ​ທີ່​ມີຊື່​ສຽງຫລາຍ​ບໍລິສັດ ຮວມທັງ
ບໍລິສັດ Morgan Stanley ​ແລະ​ບໍລິສັດ JP Morgan Chase ກໍາກັບ​ໃນ​ການ​ຊື້​ຂາຍ​
ຮຸ້ນໃນ​ການ​ເຄື່ອນ​ໄຫວຈາກ​ເປັນ​ບໍລິສັດ​ເອກະ​ຊົນໄປ​ສູ່ບໍລິສັດ​ທີ່​ມະຫາ ຊົນເປັນ​ເຈົ້າ​
ຂອງ​ນັ້ນ.

ສື່​ສັງຄົມ Facebook ​ໄດ້​ຮັບ​ລາຍ​ໄດ້​ຈໍານວນ​ຫຼາຍ​ກວ່າ 3 ພັນ 700 ລ້ານ​ໂດ​ລາ​ໃນ​ປີ​
ແລ້ວ​ນີ້ ​ແລະ​ພວມ​ຊອກ​ຫາ​ທາງ​ຂະຫຍາຍ​ອອກ​ອີກ.

ທ່ານ Mark Zuckerberg ຫົວໜ້າ​ບໍລິຫານ​ໄດ້​ເລີ້ມ​ກໍ່​ຕັ້ງ​ສື່​ສັງ​ຄົມ Facebook ​ໃນ​ຫໍ​
ພັກ​ຂອງ​ທ່ານ ​ທີ່ມະຫາວິທະຍາ​ໄລ Harvard ພຽງ​ເມື່ອ 8 ປີຜ່ານມາ. ນັບ​ຕັ້ງ​ແຕ່​ນັ້ນ
ມາມີ​ຜູ້​ຄົນ​ຊົມໃຊ້​ ສື່​ສັງຄົມ​ຂອງ​ທ່ານ​ຈໍານວນ​ຫລາຍ​ກວ່າ 800 ລ້າ​ນຄົນຢູ່​ໃນ​ທົ່ວ​ໂລກ.
ພວກຜູ້​ຄົນ​ເຫລົ່າ​ນີ້​ໃຊ້ Facebook ​ເພື່ອ​ນຳ​ຮູບ​ພາບອອກ​ເຜີຍ​ແຜ່​ແລະຂຽນ​ລາຍ​ລະ
ອຽດ​ຕ່າງໆ​ກ່ຽວ​ກັບ​ຊີວິດ​ຂອງ​ເຂົາ​ເຈົ້າ ຊຶ່ງ​ສ່ວນ​ໃຫຍ່​ກໍ​ແມ່ນ​ການ​ຕິດ​ຕໍ່ ​ພົວພັນ​ກັນ​ຄືນ
ກັບ​ໝູ່​ເພື່ອນ​ແລະພວກ​ສະມາຊິກ​ຄອບ​ຄົວ​ທີ່ໄດ້​ສູນ​ເສຍ​ການ​ຕິດ​ຕໍ່​ກັນ​ມາ​ເປັນ​ເວລາ​ດົນ​
ນານ​ແລ້ວ​ນັ້ນ.

XS
SM
MD
LG