ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Tillerson ມີຄະແນນນຳໜ້າ ສຳລັບ ຕຳແໜ່ງລັດຖະມົນຕີຕ່າງປະເທດສະຫະລັດ ຄົນຕໍ່ໄປ


ຜູ້ບໍລິຫານໃຫຍ່ ບໍລິສັດ Exxon Mobil ທ່ານ Rex Tillerson ກ່າວຄຳປາໄສ ກ່ຽວກັບ ການເປີດເຜີຍລາຍງານ ເລື່ອງການ
ຂຸດເຈາະນຳ້ມັນໃນຂົ້ວໂລກເໜືອຂອງສະພານ້ຳມັນແຫ່ງຊາດ,
ໃນນະຄອນຫຼວງ ວໍຊິງຕັນ. 27 ມີນາ, 2015,
ຜູ້ບໍລິຫານໃຫຍ່ ບໍລິສັດ Exxon Mobil ທ່ານ Rex Tillerson ກ່າວຄຳປາໄສ ກ່ຽວກັບ ການເປີດເຜີຍລາຍງານ ເລື່ອງການ ຂຸດເຈາະນຳ້ມັນໃນຂົ້ວໂລກເໜືອຂອງສະພານ້ຳມັນແຫ່ງຊາດ, ໃນນະຄອນຫຼວງ ວໍຊິງຕັນ. 27 ມີນາ, 2015,

ປະທານ ແລະ ຜູ້ບໍລິຫານໃຫຍ່ຂອງ ບໍລິສັດ Exxon Mobil ທ່ານ Rex Tilerson ແມ່ນ ຜູ້ນຳໜ້າຄົນຫຼ້າສຸດ ທີ່ອາດຈະໄດ້ເປັນລັດຖະມົນຕີການຕ່າງປະເທດ ສະຫະລັດ. ໃນວັນ ເສົາວານນີ້ ອົງການຂ່າວຫຼາຍແຫ່ງໄດ້ອ້າງທຸກໆແຫຼ່ງຂ່າວທີ່ບໍ່ອອກຊື່ ທີ່ໃກ້ຊິດກັບກຸ່ມລັດ ຖະບານໃໝ່ຂອງປະທານາທິບໍດີທີ່ຫາກໍຖືກເລືອກທ່ານ Donald Trump ວ່າ ການປະ ກາດ ກ່ຽວກັບ ການເລືອກຂອງທ່ານ Tilerson ອາດເກີດຂື້ນໃນໄວໆນີ້.

ການໂຄສະນາຫາສຽງຂອງທ່ານ Trump ບໍ່ໄດ້ຢືນຢັນວ່າໄດ້ມີການຕັດສິນໃຈແລ້ວຫຼືບໍ່,​ ແລະ ຜູ້ອຳນວຍການຄົມມະນາຄົມຂອງປະທານາ ທິບໍດີທີ່ຖືກເລືອກໃໝ່ໄດ້ຂຽນໃນ Twitter ວັນເສົາວານນີ້ວ່າ ຈະບໍ່ມີການປະກາດ ກ່ຽວກັບ ຕຳແໜ່ງຄະນະລັດຖະມົນຕີ ຈົນກວ່າຈະເຖິງ “ສັບປະດາໜ້າ ຢ່າງໄວທີ່ສຸດ.”

ອົງການຂ່າວ Reuters ໄດ້ອ້າງຄຳເວົ້າຂອງ “ແຫຼ່ງຂ່າວທີ່ຄຸ້ນເຄີຍກັບສະຖານະການ” ວ່າທ່ານ Tilerson ຍັງບໍ່ໄດ້ຖືກມອບຕຳແໜ່ດັ່ງກ່າວ ຢ່າງເປັນທາງການເທື່ອ.

ທ່ານ Tilerson ເຂົ້າຮ່ວມກັບຜູ້ວິຈານທ່ານ Trump ແລະ ອະດີດຜູ້ລົງແຂ່ງຂັນເອົາຕຳ ແໜ່ງປະທານາທິບໍດີໃນປີ 2012 ທ່ານ Mitt Romney ຊຶ່ງເປັນຜູ້ນຳໜ້າໃນການແຂ່ງຂັນ ສຳລັບຕຳແໜ່ງທາງການທູດທີ່ສູງສຸດຂອງປະເທດນີ້. ອະດີດຜູ້ປົກຄອງນະຄອນ ນິວຢອກ ທ່ານ Rudolph Giuliani ກໍຢູ່ໃນລາຍຊື່ຂອງທ່ານ Trump ເຊັ່ນກັນ, ແຕ່ທ່ານໄດ້ຖອນຊື່ ຂອງທ່ານອອກຈາກການພິຈາລະນາເອົາຕຳແໜ່ງນີ້ແລ້ວໃນວັນສຸກທີ່ຜ່ານມາ, ໂດຍອ້າງ ແຜນການທີ່ຈະກັບຄືນໄປສູ່ອົງການເອກະຊົນ.

ທ່ານ Tilerson ແມ່ນຜູ້ບໍລິຫານລະດັບສູງຂອງບໍລິສັດຊື້ຂາຍຢ່າງເປີດເຜີຍທີ່ໃຫຍ່ທີ່ສຸດ ໃນໂລກ, ຄວບຄຸມການປະຕິບັດງານໃນຫຼາຍກວ່າ 50 ປະເທດ, ລວມທັງ ຣັດເຊຍ. ບໍລິ ສັດ Exxon Mobil ໄດ້ບັນລຸຂໍ້ຕົກລົງການຂຸດຄົ້ນບໍ່ນ້ຳມັນ ແລະ ການຜະລິດກັບບໍລິສັດ Rosneft ໃນປີ 2011, ເຊິ່ງເປັນບໍລິສັດນ້ຳມັນລັດຖະບານທີ່ໃຫຍ່ທີ່ສຸດຂອງ ຣັດເຊຍ. ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ, ທັງສອງບໍລິສັດໄດ້ສ້າງການປະຕິບັດການຮ່ວມ 10 ແຫ່ງ ໃນປະເທດ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG