ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງເຊຍ ບານເຕະຍິງ ສະຫະລັດ ສະຫຼອງ ຊະນະເລີດ ຢູ່ນອກທຳນຽບຂາວ


ກອງເຊຍກິລາບານເຕະ ນາງ Laura Neff ຈາກ California (ຊ້າຍ) ແລະ ນາງ Kayli Westling ຈາກ Wyoming ສະເຫຼີມສະຫຼອງການຊະນະເລີດບານເຕະໂລກ ຂອງທີມຊາດຍິງ ສະຫະລັດ ກັບກຸ່ມນອກກົດໝາຍ ຢູ່ນອກທຳນຽບຂາວ. 5 ກໍລະກົດ 2015.
ກອງເຊຍກິລາບານເຕະ ນາງ Laura Neff ຈາກ California (ຊ້າຍ) ແລະ ນາງ Kayli Westling ຈາກ Wyoming ສະເຫຼີມສະຫຼອງການຊະນະເລີດບານເຕະໂລກ ຂອງທີມຊາດຍິງ ສະຫະລັດ ກັບກຸ່ມນອກກົດໝາຍ ຢູ່ນອກທຳນຽບຂາວ. 5 ກໍລະກົດ 2015.

ໃນ​ສັນ​ຍານ​ຫຼ້າ​ສຸ​ດ​ໃນ​ການ​ຫຼົງ​ໄຫຼ​ໃນ​ກິລາ​ບານ​ເຕະ ​ທີ່​ກຳລັງ​ເຕີບ​ໂຕຂຶ້ນ​ຢູ່​ໃນ​ ສະຫະລັດນັ້ນ , ​ໄດ້ມີພວກ​ສະ​ໜັບສະ​ໜູນ ສະຫະລັດ ຫຼາຍ​ຮ້ອຍ​ຄົນ​ ມາ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ທຳ​ນຽບຂາວ​ໃນ​ຕອນ​ຄ່ຳຂອງ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ຍາດໄດ້ ​ໄຊ​ຊະນະຂອງ ທີ​ມບານ​ເຕະ​ຍິງ​ແຫ່ງ​ຊາດຈາກ ຍີ່​ປຸ່ນ ໃນ​ການ​ແຂ່ງ​ຂັນບານ​ເຕະ​ໂລກນັ້ນ​.

ດັ່ງ​ທີ່​ ທ້າວ Donald Wine ​ແຟນບານ​ເຕະ​ອາ​ເມ​ລິ​ກັນ ​ໄດ້​ບັນ​ລະຍາຍ​ຢູ່​ໃນການຮວມຕົວກັນ ຂອງ​ບັນ​ດາກອງ​ເຊຍ​ບານເຕະ​ ສະຫະລັດນັ້ນ​ກໍ​ແມ່ນ​ວ່າ “ພວກ​ເຮົາ​ມາສະເຫຼີມສະຫຼ​ອ​ງກັນໜ້ອຍ ໜຶ່ງຢູ່​ບ້ານ​ຂອງບາຣັກ.”. ນັ້ນເປັນ​ການເຕົ້າ​ໂຮມກັນ​ທີ່ໃຫຍ່​ທີ່​ສຸດຢູ່​ນອກ​ບ້ານພັກ​ຂອງ​ປະທານາ ທິບໍດີ ​ໃນ​ຢ່າງ​ໜ້ອຍໜຶ່ງ​ທົດ​ສະ​ວັດຜ່ານ​ມາ.

ທ້າວ Wine ນຳໜ້າສະໂມສອນ Washington ເປັນກຸ່ມບໍ່ປະສົງຜົນກຳໄລ ນອກກົດໝາຍຂອງ ອາເມຣິກາ, ເຊິ່ງເປັນກຸ່ມຜູ້ໜັບສະໜູນໃຫຍ່ ຂອງທິມຊາດບານເຕະ ສະຫະລັດ.

ນັກຮັກສາປະຕູ ທີມຊາດ ອາເມຣິກາ ນາງ Hope Solo ຍໍຂັນຊະນະເລີດບານເຕະຍິງໂລກ ພ້ອມກັບເພື່ື່ອນຮ່ວມທີມ. 5 ກໍລະກົດ 2015
ນັກຮັກສາປະຕູ ທີມຊາດ ອາເມຣິກາ ນາງ Hope Solo ຍໍຂັນຊະນະເລີດບານເຕະຍິງໂລກ ພ້ອມກັບເພື່ື່ອນຮ່ວມທີມ. 5 ກໍລະກົດ 2015

ສາຂາໃນທ້ອງຖິ່ນ ເອີ້ນວ່າ AODC ແມ່ນກຸ່ມທີ່ໃຫຍ່ທີ່ສຸດ ມີ 174 ສະໂມສອນ, ເຊິ່ງລວມ ສະມາຊິກທັງໝົດມີ 30,000 ຄົນ.

ທ້າວ Wine ຄາດເດົາວ່າ AODC ​ໄດ້ດຶງດູດປະມານ 500 ຄົນເຂົ້າຮ້ານກິນດື່ມຕັ້ງຢູ່ໃຈກາງ ເມືອງ Washington ເພື່ອຊົມການແຂ່ງຂັນ ບານເຕະແມ່ຍິງ ລະຫວ່າງ ສະຫະລັດ ກັບ ຍີປຸ່ນ ໃນຮອບຊິງ ຊະນະເລີດ. ການໂດດດີໃຈຍ້ອນການຊະນະ 5 ຕໍ່ 2 ເຮັດໃຫ້ເຮັດ ໃຫ້ກອງເຊຍ ເກືອບເຄິ່ງໜຶ່ງຢູ່ໃນຮ້ານກິນດື່ມດັ່ງກ່າວ ພາກັນຍ່າງ ອອກ​ຈາກ​ຮ້ານ ພ້ອມ​ດ້ວຍຮ້ອງເພງຊົມ​ເຊີຍ​ໄຊຊະນະໄປຕາມທາງມຸ້ງ ໜ້າ​ສູ່ທຳນຽບຂາວ, ເຊິ່ງຢູ່ຫ່າງພຽງ​ປະມານ 5 ຊ່ວງຕຶກອອກໄປ ເທົ່ານັ້ນເອງ.


XS
SM
MD
LG