ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຜ່າຕັດ ປ່ຽນໃບໜ້າ ຢ່າງຍືດຍາວ ໄດ້ມອບຊີວິດໃໝ່ ໃຫ້ແກ່ ນັກດັບເພີງ ຜູ້ຖືກໄຟເຜົາໜ້າ


Severely Disfigured Firefighter Gets New Face
please wait

No media source currently available

0:00 0:01:56 0:00

ເຊີນຊົມວີດີໂອ ລາຍງານນີ້

ອາສາສະໝັກ ພະນັກງານດັບເພີງ ສະຫະລັດຄົນໜຶ່ງ ທີ່ຖືກໄຟ
​ໄໝ້ຢ່າງສາຫັດ ໃນເວລາເຮືອນຫຼັງໜຶ່ງ ທີ່ກຳລັງຖືກໄຟໄໝ້ຢູ່ນັ້ນ
ໄດ້ພັງລົງອ້ອມຮອບຕົວ ຜູ້ກ່ຽວເມື່ອ 14 ປີກ່ອນ ນັບຕັ້ງແຕ່ນັ້ນມາ
ລາວໄດ້ມີຊີວິດຢູ່ ພ້ອມກັບບາດແຜຢູ່ໃບໜ້າ ທີ່ເສຍໂສມ. ມີການ
ຄາດໝາຍວ່າ ລາວອາດຈະເສຍສາຍຕາ ຊຶ່ງໄດ້ກະຕຸ້ນໃຫ້ລາວ
ຕັດສິນໃຈຮັບການ ຜ່າຕັດປ່ຽນໃບໜ້າ. ຜູ້ສື່ຂ່າວ ຂອງວີໂອເອ
Zlatica Hoke ມີລາຍງານກ່ຽວກັບ ວິທີການຜ່າຕັດດັ່ງກ່າວ ຢູ່ທີ່
ໂຮງໝໍໃນນະຄອນນິວຢອກ ອັນເປັນການຜ່າຕັດທີ່ສະລັບສັບຊ້ອນ
ທີ່ສຸດ ນັບຕັ້ງແຕ່ໄດ້ມີການຜ່າຕັດປ່ຽນໃບໜ້າຄັ້ງທຳອິດ ໃນປະ
ເທດຝຣັ່ງ ເມື່ອປີ 2005. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ນາຍແພດຫຼາຍກວ່າ 100 ທ່ານ ແລະ ບັນດາພະນັກງານການແພດ ອີກຈຳນວນໜຶ່ງ ໄດ້ມີ
ສ່ວນຮ່ວມໃນການຜ່າຕັດດັ່ງກ່າວ ທີ່ໃຊ້ເວລາ 26 ຊົ່ວໂມງ ເມື່ອເດືອນສິງຫາຜ່ານມາ ຢູ່ທີ່
ສູນການແພດ ມະຫາວິທະຍາໄລ ນິວຢອກ.

ການຜ່າຕັດດັ່ງກ່າວ ໄດ້ໃຫ້ໃບໜ້າໃໝ່ ໜັງຫົວ ຫູພ້ອມດ້ວຍຮູຫູທັງສອງຂ້າງ ແລະ ສ່ວນ
ອື່ນໆຂອງກະດູກໃບໜ້າ ແກ່ ທ່ານ Patrick Hardison ອາຍຸ 41 ປີ. ແຕ່ສ່ວນທີ່ສຳຄັນສຸດ
ຂອງຂັ້ນຕອນ ທີ່ສະລັບສັບຊ້ອນນັ້ນ ກໍແມ່ນການເອົາໜັງຕາທັງສອງຂ້າງ ໃສ່ຄືນໃຫ້ແກ່
ຄົນເຈັບ ອີງຕາມນາຍແພດຜ່າຕັດເສີມຄວາມງາມ ທ່ານ Eduardo Rodriquez.

ນາຍແພດຜ່າຕັດ ທ່ານ Rodriquez ເວົ້າວ່າ “ຂັ້ນຕອນທີ່ໄດ້ກະທຳໄປ ຕໍ່ທ່ານ Patrick ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນນັ້ນ ເປັນຄັ້ງທີໜຶ່ງ ທີ່ພວກເຮົາໄດ້ຜ່າຕັດປ່ຽນຮີມຕາ
ສອງຂ້າງ ທີ່ທຳງານໄດ້ ຊຶ່ງເປັນສິ່ງທີ່ສຳຄັນ ສຳລັບການຮັກສາ​ໄວ້ ສາຍຕາຂອງທ່ານ
Patrick ນັ້ນ. ສິ່ງທີສອງ ຈຳນວນຂອງ​ເນື້ື້ອ​ເຫຍື່ອ ທີ່ໄດ້ຖືກຜ່າຕັດນັ້ນ ແມ່ນບໍ່ເຄີຍມີ
ຫຼາຍປານນີ້ ມາກ່ອນ.”

ທ່ານ Hardison ຖືກໄຟ​ໄໝ້ຂັ້ນທີ 3 ໝາຍຄວາມວ່າ ເປັນການເຜົາ ໄໝ້ທີ່ຮ້າຍແຮງທີ່ສຸດ
ເມື່ອປີ 2001 ໃນເວລາລາວໄດ້ເຂົ້າໄປໃນເຮືອນຫຼັງໜຶ່ງ ທີ່ຖືກໄຟໄໝ້ຢູ່ນັ້ນ ຢູ່ໃນນະຄອນ
Memphis ລັດ Tennessee ແລະ ໂຄງສ້າງຢູ່ເບື້ອງເທີງ​ໄດ້ພັງລົງມາໃສ່ລາວ. ການຜ່າ
ຕັດໃບໜ້າຂອງລາວ ຫຼາຍກວ່າ 70 ເທື່ອ ກໍບໍ່ໄດ້ຊ່ວຍແຕ່ຢ່າງໃດເລີຍ ແຕ່ມັນເປັນການ
ຢ້ານກົວວ່າ ລາວອາດຈະບໍ່ສາມາດ ເບິ່ງພວກລູກເຕົ້າຂອງລາວ ທີ່ໄດ້ກະຕຸ້ນໃຫ້ລາວ
ສະແຫວງຫາການຜ່າຕັດປ່ຽນໃບໜ້າ. ຫຼັງຈາກລໍຄອຍມາ ເປັນເວລາເກືອບປີໜຶ່ງ ສຳລັບ
ຜູ້ບໍລິຈາກ ກໍມີຊາຍຄົນໜຶ່ງ ອາຍຸ 26 ປີ ຢູ່ນະຄອນນິວຢອກ ຜູ້ທີ່ໄດ້ປະສົບອຸປະຕິເຫດ
ທາງລົດຈັກ ທີ່ເຮັດໃຫ້ຜູ້ກ່ຽວຢູ່ໃນສະພາບອຳມະພາດ ແລະ ຄອບຄົວຂອງລາວ ໄດ້ຕົກ
ລົງບໍລິຈາກໃບໜ້າຂອງລາວ.

ຫຼັງຈາກການຜ່າຕັດທີ່ຍາກລຳບາກຜ່ານ​ໄປ​ແລ້ວ ທ່ານ Hardison ກໍ ໄດ້ເລີ້ມການບຳບັດ
ເພື່ອຊ່ວຍໃຫ້ລາວ ມີຄວາມຮູ້ສຶກ ໃນພາກສ່ວນ ຕ່າງໆຂອງໃບໜ້າໃໝ່ລາວ ກັບຄືນມາ.

ທ່ານ Hardison ເວົ້າວ່າ “ມັນເປັນສິ່ງທີ່ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະບໍ່ມີ​ຄວາມ​ຮູ້
ສຶກອີກເລີຍ.”

ທ່ານ Hardison ຍັງຄົງຮັກສາຕົວຢູ່ໃນໂຮງໝໍ ບ່ອນທີ່ພະນັກງານແພດ ຕິດຕາມເບິ່ງລາວ
ກ່ຽວ​ກັບ​ຄວາມເປັນໄປໄດ້ວ່າ ອາດຈະເກີດການປະຕິເສດ ຕໍ່​ເນື້ອ​ເຫ​ຍື່ອໃໝ່ ຊຶ່ງເປັນເລື້ອງ
ທຳມະດາ ຫຼັງຈາກການຜ່າຕັດປ່ຽນອະໄວຍະວະ​ແລ້ວ. ນາຍແພດຜ່າຕັດ Rodriguez
ຜູ້ນຳພາວິທີການຜ່າຕັດໃຫ້ ທ່ານ Hardison ກ່າວວ່າ ການຜ່າຕັດປ່ຽນໃບໜ້າ ບໍ່​ແມ່ນ​
ການຜ່າຕັດ​ແບບທຳ​ມະ​ດາ ແຕ່ຄວາມຮຽກຮ້ອງຕ້ອງການພວມມີຫຼາຍຂຶ້ນ ຫຼັງຈາກເກີດສົງ
ຄາມຢູ່ໃນອີຣັກ ແລະ ອັຟການິສຖານ ບ່ອນທີ່ທະຫານຫຼາຍຄົນ ໄດ້ຮັບບາດເຈັບຢູ່ໃບໜ້າ
ຢ່າງສາຫັດ.

XS
SM
MD
LG