ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວເບີກີນາ ຟາໂຊ ໄວ້ອາໄລ ແກ່ຜູ້ເສຍຊີວິດ 29 ຄົນ ໃນການໂຈມຕີ ໂດຍພວກກໍ່ການຮ້າຍ


BURKINA FASO ATTACK
please wait
Embed

No media source currently available

0:00 0:00:20 0:00

សត្វក្ងាន​រាប់រយក្បាល​និង​បក្សី​ផ្សេង​ទៀត​កំពុង​ស៊ី​ចំណី​ដែល​គេ​ដាក់​ឲ្យ​នៅ​ក្នុង​ទីក្រុង​ Stockholm ប្រទេស​ស៊ូដង់។

ເບີກີນາ ຟາໂຊໄດ້ປະກາດ 3 ມື້ ໃຫ້ເປັນວັນໄວ້ອາໄລແຫ່ງຊາດ
ຫຼັງຈາກການໂຈມຕີ ຕໍ່ໂຮງແຮມຫລູຫຼາແຫ່ງໜຶ່ງ ແລະ ຮ້ານກາ
ເຟທີ່ຢູ່ໃກ້ຄຽງ ໃນນະຄອນຫຼວງ ທີ່ໄດ້ສັງຫານຢ່າງໜ້ອຍ 29 ຄົນ
ຈາກ 18 ປະເທດ. ຜູ້ທີ່ເສຍຊີວິດ ລວມມີ ຊາວການາດາ 6 ຄົນ
ຊາວຝຣັ່ງ 2 ຄົນ ຊາວສະວິດເຊີແລນ 2 ຄົນ ແລະ ອາເມຣິກັນ
ຄົນໜຶ່ງ ແລະ ອີກຫຼາຍຄົນແມ່ນໄດ້ຮັບບາດເຈັບ.

ທ່ານປະທານາທິບໍດີ Roch Marc Christian Kabore ຜູ້ທີ່
ຫາກໍເຂົ້າຮັບຕຳແໜ່ງ ເມື່ອເດືອນແລ້ວ ເວົ້າວ່າ “ເປັນຄັ້ງທຳ
ອິດໃນປະຫວັດສາດ ຂອງປະເທດ ທີ່ີປະເທດຂອງພວກເຮົາ
ຕົກເປັນຜູ້ເຄາະຮ້າຍ ຍ້ອນການໂຈມຕີ ຂອງພວກກໍ່ການຮ້າຍ
ທີ່ປ່າເຖື່ອນ ລຽນຕິດ.”
ທ່ານກ່າວອີກວ່າ ເຖິງຢ່າງໃດກໍຕາມ ປະເທດອາຟຣິກາຕາເວັນຕົກ
ກໍຈະ “ກາຍເປັນຜູ້ໄດ້ຮັບໄຊຊະນະ.”

ກຸ່ມ al-Qaida ໃນກຸ່ມກໍ່ການຮ້າຍ Islamic Maghreb ຫຼື AQIM ໄດ້ອ້າງເອົາຄວາມ
ຮັບຜິດຊອບ ສຳລັບການບຸກໂຈມຕີດັ່ງກ່າວ.

ພວກມືປືນ ໄດ້ຈູ່ໂຈມເຂົ້າໄປໂຮງແຮມ Splendid ແລະ ຮ້ານ Cappuccino Café
ໃນນະຄອນຫຼວງ ອົວກາດູກູ ໃນຕອນແລງ ວັນສຸກຜ່ານມາ. ກຳລັງຮັກສາຄວາມປອດ
ໄພ ເບີກີນາ ຟາໂຊ ແລະ ຄູ່ຮ່ວມງານຈາກຝຣັ່ງ ໄດ້ປະຕິບັດການຕອບໂຕ້ ໃນຕອນ
ເຊົ້າໆ ວັນເສົາວານນີ້ ຕໍ່ພວກກໍ່ການຮ້າຍ ເພື່ອຢຶດເອົາການຄວບຄຸມ ຂອງໂຮງແຮມ
ແລະ ຮ້ານກາເຟ ດັ່ງກ່າວກັບຄືນມາ ຊຶ່ງເປັນສະຖານທີ່ ນິຍົມໃຊ້ໂດຍຊາວຕ່າງຊາດ
ແລະ ພະນັກງານ ຂອງອົງການສະຫະປະຊາຊາດ ປະຈຳການຢູ່ໃນນະຄອນຫຼວງ
ອົວກາດູກູ.

ພວກທະຫານເບີກີນາ ຟາໂຊ ຕັ້ງທ່າ ຢູ່ໃນເຂດອ້ອມແອ້ມ ຂອງໂຮງແຮມ Splendid ຫຼັງຈາກການໂຈມຕີໂດຍພວກມືປືນ ທີ່ເປັນເຄືອຂ່າຍກຸ່ມ Al-Qaeda ເມື່ອວັນທີ 16 ມັງກອນ 2016 ໃນນະຄອນຫຼວງ Ouagadougou.
ພວກທະຫານເບີກີນາ ຟາໂຊ ຕັ້ງທ່າ ຢູ່ໃນເຂດອ້ອມແອ້ມ ຂອງໂຮງແຮມ Splendid ຫຼັງຈາກການໂຈມຕີໂດຍພວກມືປືນ ທີ່ເປັນເຄືອຂ່າຍກຸ່ມ Al-Qaeda ເມື່ອວັນທີ 16 ມັງກອນ 2016 ໃນນະຄອນຫຼວງ Ouagadougou.

ລັດຖະມົນຕີກະຊວງພາຍໃນ ທ່ານ Simon Campaore ກ່າວວ່າ ຫຼາຍກວ່າ 150 ຄົນ
ທີ່ຖືກຈັບເປັນຕົວປະກັນ ໄດ້ຮັບການຊ່ອຍເຫຼືອ ອອກມາໄດ້ ໃນການປະຕິບັດງານ ຂອງ
ໜ່ວຍຮັກສາຄວາມປອດໄພ ແຕ່ມີຈຳນວນໜຶ່ງ ໄດ້ຮັບບາດເຈັບ.

ການຕໍ່ສູ້ກັນລະຫວ່າງສອງຝ່າຍ ໃຊ້ເວລາຍາວຮອດ 12 ຊົ່ວໂມງ. ໄດ້ມີລາຍງານວ່າ
ພວກຄົນຮ້າຍຈີຮາດ 4 ຄົນ ລວມມີແມ່ຍິງ 2 ຄົນ ໄດ້ຖືກຂ້າຕາຍ ພາຍຫຼັງການຕໍ່ສູ້ກັນ
ໄດ້ສິ້ນສຸດລົງ.

Video from attack location in Ouagadougou, Jan. 15, 2016
please wait

No media source currently available

0:00 0:01:23 0:00

XS
SM
MD
LG