ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຫົວຮຸນແຮງ ຊຸນນີ ອ້າງເອົາ ຄວາມຮັບຜິດຊອບ ການວາງລະເບີດ ທີ່ກຸງເບຣຸດ (ສະ​ໄລ​ດ໌/ວີດີໂອ)


ທະຫານເລບານອນ ອຸ້ມເດັກນ້ອຍ 2 ຄົນ ທີ່ໄດ້ຮັບບາດເຈັບ
ອອກຈາກບ່ອນລະເບີດແຕກຂຶ້ນ ໃກ້ກັບສະຖານທູດ Kuwait ໃນກຸງ Beirut, ເລບານອນ ວັນທີ 19 ກຸມພາ, 2014.
ທະຫານເລບານອນ ອຸ້ມເດັກນ້ອຍ 2 ຄົນ ທີ່ໄດ້ຮັບບາດເຈັບ ອອກຈາກບ່ອນລະເບີດແຕກຂຶ້ນ ໃກ້ກັບສະຖານທູດ Kuwait ໃນກຸງ Beirut, ເລບານອນ ວັນທີ 19 ກຸມພາ, 2014.
ກຸ່ມ​ຫົວ​ຮຸນ​ແຮງ​ນິກາຍ​ຊຸນ​ນີກຸ່ມ​ນຶ່ງ​ ທີ່​ເປັນເຄືອຂ່າຍຂອງ​ກຸ່ມ
al-Qaida ກ່າວ​ວ່າ ຕົນ​ໄດ້ ທຳການໂຈມຕີດ້ວຍ​ລະ​ເບີດ​ສະ
ລະ​ຊີບ​ສອງ​ບັ້ນ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ນະຄອນ​ຫຼວງ​ຂອງ​ເລ​ບາ
​ນອນທີ່​ໄດ້​ສັງຫານ​ປະຊາຊົນ​ໄປ​ຢ່າງ​ໜ້ອຍ 3 ຄົນ​ແລະ​ບາດ​
ເຈັບ​ຕື່ມ​ອີກຫຼາຍສິບ​ຄົນ.

ກຸ່ມ​ຫົວ​ຮຸນ​ແຮງ Abdullah Azzam Brigades ອ້າງ​ເອົາ​
ຄວາມ​ຮັບຜິດ​ຊອບ​ ຜ່ານທາງ Twitter ໂດຍ​ກ່າວ​ວ່າ ການ​
ໂຈມ​ຕີ​ແມ່ນ​ແນ​ໃສ່​ສູນວັດທະນະທຳ​ອີຣ່ານ​ໃນ​ກຸງ Beirut.



ກຸ່ມ​ດັ່ງກ່າວ​ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ການວາງ​ລະເບີດ​ມາ​ກ່ອນ​ ໃນ​ກຸງ Beirut ຮວມທັງ​ການວາງ​ລະ​ເບີດ​ສອງບັ້ນ ຢູ່​ໃກ້ໆ​ກັບ​ສະຖານທູດ​ອີຣ່ານໃນ​ເດືອນພະຈິກປີແລ້ວ​ນີ້ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຢ່າງ​ໜ້ອຍ 23 ຄົນ​ເສຍ​ຊີວິດ​ໄປ​ນັ້ນ.

ການ​ໂຈມ​ຕີ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ມີ​ຂຶ້ນ​ຢູ່ໃນ​ທີ່​ໝັ້ນຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ Hezbollah ຂອງນິ
ກາຍ Shi’ite ທີ່ມີຮວມທັງສະຖານທູດ Kuwait ​ນຳດ້ວຍ.

​ລາຍງານຂ່າວຂອງໂທລະພາບ​ເລ​ບາ​ນອນ ​ສະ​ແດງ​ເຫັນ​ຮູບ​ພາບ​ຂອງ​ພວກ​ລົດ​ທີ່​ຖືກໄຟ​ ໄໝ້​ເປັນ​ເຖົ່າ​ຖ່ານ ​ແລະ​ລຸກເປັນແປວໄຟ ​ຢູ່​ທີ່​ບ່ອນ​ເກີດ​ລະ​ເບີດ​ນັ້ນ.

Lebanon Blast
please wait
Embed

No media source currently available

0:00 0:00:47 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG