ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊີເຣຍ ຖິ້ມໂທດໃສ່ Israel ໃນເຫດລະເບີດ ໃກ້ສະໜາມບິນ Damascus


Syria Explosion
please wait
Embed

No media source currently available

0:00 0:00:59 0:00

ເກີດລະ​ເບີດ​ຂະໜາດ​ແຮງ ​ຢູ່​ຊີ​ເຣຍ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ໃກ້ໆ​ກັບ​ເຂດສະໜາມ​ບິນ​ນາໆ​ຊາດ Damascus ຍັງ​ຜົນ​ໃຫ້​ມີ​ໄຟ​ລຸກ​ໄໝ້ ​ແລະ​ມີ​ຄຳ​ຖາມ ກ່ຽວ​ກັບ​ສາ​ເຫດ​ຂອງເຫດລະ​ເບີດ​ທີ່​ວ່າ​ນີ້.

ກຸ່ມສິ້ງຊອມສິດ​ທີ​ມະນຸດ​ຊີ​ເຣຍ ທີ່​ມີ​ຫ້​ອງການ​ຢູ່​ອັງກິດ ທີ່ຕິດຕາມ​ເບິ່ງ​ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ ​ໄດ້​ກ່າວ​ວ່າ ​ເຫດລະ​ເບີດ​ດັ່ງກ່າວ ບໍ່​ໄດ້​ເກີດ​ຂຶ້ນ​ທີ່​ສະໜາມ​ບິນ ​ແຕ່​ວ່າ ມັນ​ສາມາດ​ໄດ້​ຍິນ ຢູ່​ທີ່​ນະຄອນ Damascus ທີ່​ຕັ້ງ​ຢູ່​ປະມານ 25 ຫຼັກ ກິ​ໂລ​ແມັດ​ຫ່າງ​ອອກ​ໄປ.

ລາຍການ​ໂທລະພາບ al-Manar ຂອງ Lebanon ທີ່​ນິຍົມກຸ່ມ Hezbollah ​ໄດ້​ລະ ບຸ​ວ່າ ​ເຫດລະ​ເບີດ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ຜົນມາ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດໂດຍເຮືອບິນ​ລົບຂອງ
Israel ​ໃນ​ຂະນະ​ທີ່​ ສື່ມົນ​ຊວນ​ຂອງ​ທາງ​ການຊີ​ເຣຍ ​ໄດ້​ລະບຸ​ວ່າ ລູກ​ສອນ​ໄຟອິສຣາ​ແອ​ລ
​ໄດ້​ຍິງໃສ່​ສະຖານ​ທີ່ແຫ່ງນັ້ນ.

ລັດຖະມົນຕີ​ສືບ​ລັບ​ຂອງ Israel ທ່ານ Yisrael Katz ບໍ່​ໄດ້​ກ່າວ​ວ່າ Israel ​ເປັນ​ຜູ້​ຮັບຜິດ
ຊອບ ​ແຕ່​ກັບ​ໄດ້​ກ່າວ​ວ່າ “ແນ່ນອນ ​ຖືກຕ້ອງ​ທີ່​ສຸດ​ ​ກັບ​ນະ​ໂຍບາຍ​ທີ່​ປະກາດໄປ​ແລ້ວ​
ຂອງ​ພວກ​ເຮົາ ຊຶ່ງ​ເປັນນະ​ໂຍບາຍ ທີ່​ພວກ​ເຮົາ​ຈັດ​ຕັ້ງ​ປະຕິບັດ​ເຊັ່ນ​ກັນ.”

ຕະຫຼ​ອດ​ໄລຍະສົງຄາມ​ຊີ​ເຣຍ ທີ່​ເລີ່​ມ​ຂຶ້ນ​ໃນ​ເດືອນ​ມີນາ​ປີ 2011 ນັ້ນ Israel ​ໄດ້ສະແດງ​
ໃຫ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ຕົນ​ຈະ​ບໍ່ອະນຸຍາດ​ ໃຫ້​ມີການ​ລຳລຽງ​ອາວຸດ ​ຈາກ​ອີຣ່ານ
​ໄປ​ໃຫ້ພວກ Hezbollah​ ທີ່ສູ້​ລົບ​ຢູ່ໃນ​ຊີ​ເຣຍ. ກອງ​ກຳລັງ​ຂອງ Israel ​ໃນຫລາຍໆ​
ໂອກາດ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ຫຼື​ບໍ່ ກໍ​ທຳ​ການ​ໂຈມ​ຕີ​ອື່ນໆ​ເພື່ອ​ຂັດຂວາງ
​ການ​ເຄື່ອນ​ໄຫວທີ່​ວ່າ​ນີ້ ​ໂດຍ​ທີ່​ທາງ​ກອງທັບ ​Israel ບໍ່​ຍອມ​ໃຫ້ການ​ຢືນຢັນ​ວ່າ ຕົນເປັນ
​ຜູ້​ຮັບຜິດຊອບໃນ​ການ​ໂຈມ​ຕີທັງຫຼາຍ. ກຸ່ມ Hezbollah​ ​ແລະ Israel ​ໄດ້​ທຳ​ການ​ຕໍ່ສູ້​
ກັນມາ ​ໃນ​ສົງ​ຄາມ Lebanon ​ເມື່ອ​ປີ 2006.

ພວກ​ນັກ​ລົບ​ກຸ່ມ Hezbollah ​ໄດ້​ທຳ​ການ​ສູ້​ລົບ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ຢູ່​ໃນ​ຊີ​ເຣຍ ​ໃນ​ນາມ​ປະທານາທິບໍດີ Bashar al Assad ຕັ້ງ​ແຕ່​ປີ 2013 ​ເປັນຕົ້ນມາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG