ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລະ​ເບີດ ຂະໜາດ​ແຮງ ລູກ​ນຶ່ງ ​ແຕກຂື້ນ​​ ຢູ່ກອງ​ບັນຊາ​ການ ​ຕໍາ​ຫຼວດອີ​ຈິບ (ສະໄລດ໌/ວີດີໂອ)


ຮູບພາບຂອງຕຶກ ຮັກສາຄວາມປອດໄພ ທີ່ເພພັງຈາກການ ວາງລະເບີດ ທີ່ເມືອງ Mansoura ປະເທດ ອີຈິບ
ຮູບພາບຂອງຕຶກ ຮັກສາຄວາມປອດໄພ ທີ່ເພພັງຈາກການ ວາງລະເບີດ ທີ່ເມືອງ Mansoura ປະເທດ ອີຈິບ
ລະ​ເບີດຂະໜາດ​ແຮງລູກ​ນຶ່ງ ​ແຕກຂື້ນຢູ່ກອງ​ບັນຊາ​ການ​ຕໍາ​
ຫລວດອີ​ຈິບ​ໃນ​ເຂດ​ສາມຫລ່ຽມ​ປາກແມ່​ນໍ້າ Nile ຊຶ່ງ​ໄດ້ສັງ
ຫານ​ຢ່າງ​ໜ້ອຍ 14 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 100 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເຂົາ​ເຈົ້າ​ສົງ​ໄສວ່າລະ​ເບີດທີ່​ແຕກ
ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ອັງຄານມື້ນີ້ ຢູ່ທີ່​ເມືອງ Mansour ມີ​ສາ
​ເຫດມາຈາກ​ ​ລ​ະ​ເບີດ​ລົດ.

ລັດຖະບານ​ຊົ່ວຄາວ ​ໄດ້​ຖິ້ມ​ໂທດ​ການ​ໂຈມ​ຕີ​ໃນຄັ້ງນີ້ ໃສ່
ພັກພະລາດອນພາບ​ມຸສລິ​ມ ຊຶ່ງ​ໄດ້​ຈັດ​ເອົາກຸ່ມ​ ຂອງ​ອະ​ດີດ
ປະທານາທິບໍດີ Mohammed Morsi ວ່າ​ ເປັນ​ອົງການ​ກໍ່​
ການ​ຮ້າຍ. ນາຍົກລັດຖະ ມົນຕີ Hazem el-Beblawi ​ໄດ້​ໃຫ້ຄໍາ​ໝັ້ນ​ສັນຍາວ່າ ພວກ
​ທີ່​ຮັບ​ຜິດ​ຊອບ​ໃນ​ການວາງ​ລະ​ເບີດ “ຈະ​ສາມາດບໍ່​ຫຼົບໜີ​ ເງື້ອມມື​ຂອງ​ກົດໝາຍ​ໄດ້.”

Egypt Sinai attack
please wait
Embed

No media source currently available

0:00 0:00:58 0:00

ພັກ​ພະລາດອນພາບມຸສລິ​ມ ​ໄດ້​ອອກ​ຖະ​ແຫລງການປະ​ນາ​ມການ​ໂຈມ​ຕີດັ່ງກ່າວ ແລະ
ພ້ອມດຽວ​ກັນ​ຍັງ​ໄດ້​ກ່າວຫານາຍົກລັດຖະມຸນຕີວ່າ ​ໃຊ້ “ຄໍາ​ຖະ​ແຫລ​ງທີ່​ກະຕຸກ​ຊຸກຍູ້ແນ
​ໃສ່ເພື່ອ​ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ເພີ້ມ ຂຶ້ນ ຄວາມ​ວຸ້ນວາຍ ​ແລະ​ບໍ່​ມີ​ສະຖຽນ​ລະ​ພາບ.”

ກຸ່ມ​ດັ່ງກ່າວໄດ້​ຖືກປາບ​ປາມທັບ​ມ້າງ ນັບ​ຕັ້ງ​ແຕ່ກອງທັບ​ອີ​ຈິບ ​ໄດ້​ຂັບ​ໄລ່ທ່ານ Morsi
ອອກ​ຈາກ​ຕໍາ​ແໜ່​ງ ​ໃນ​ເດືອນ​ກໍລະກົດຜ່ານ​ມາ.

ກໍາລັງ​ຮັກສາ​ຄວາມ​ໝັ້ນຄົງ ​ໄດ້​ຈັບ​ສ່ວນ​ໃຫຍ່ ​ພວກ​ຜູ້​ນໍາ​ຊັ້ນ​ສູງຂອງ ພັກ​ພະລາດອນ
​ພາບມຸສລິມ ຮວມ​ທັງ ທ່ານ Morsi ​ແລະ​ປະ​ທະ​ກັນ​ກັບພວກ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ
​ຊົວຄາວ. ຫລາຍ​ກວ່າ​ພັນ​ຄົນ​ໄດ້​ເສຍ​ຊີວິດ ສ່ວນ​ໃຫຍ່​ແມ່ນພວກນິຍົມ​ພັກສາ​ສະໜາ​
ອິສລາມ ​ໃນ​ການຕໍ່ສູ້​ກັນ.

​ໄດ້​ມີ​ການຖິ້ມ​ໂທດ​ໃສ່ພວກຫົວ​ຮຸນ​ແຮງ​ອິສລາມ ໃນການ​ໂຈມຕີ​ຫລາ​ຍ ຄັ້ງ ຕໍ່ຕ້ານ​ກໍາ
​ລັງ​ຮັກສາ​ຄວາມສະຫງົບ​ຂອງອີ​ຈິບ ​ໃນ​ໄລຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ​ໂດຍ​ສະ​ເພາ​ະ
ຢູ່​ໃນ​ຂົງ​ເຂດ Sinai ​ຕາ​ເວັນ​ອອກບ່ອນ ​ທີ່​ລະ​ເບີດໄດ້ແຕກຂຶ້ນ ໃນ​ວັນ​ອັງຄານມື້​ນີ້.

XS
SM
MD
LG