ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລະເບີດແຕກໃສ່ ຂະບວນລົດບັສ ຂອງອົບພະຍົບ ຊີເຣຍ


ມືປືນຕໍ່ຕ້ານລັດຖະບານຢູ່ສະຖານທີ່ຂອງເຫດລະເບີດແຕກ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ລົດບັສ ແລະ ລົດຕູ້ຫຼາຍຄັນ
ຢູ່ຂົງເຂດ Rashideen ເມືອງທີ່ຖືກຄວບຄຸມໂດຍ
ພວກຕໍ່ຕ້ານລັດຖະບານນອກເມືອງ ອາເລັບໂປ,
ປະເທດ ຊີເຣຍ. 15 ເມສາ, 2017.
ມືປືນຕໍ່ຕ້ານລັດຖະບານຢູ່ສະຖານທີ່ຂອງເຫດລະເບີດແຕກ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ລົດບັສ ແລະ ລົດຕູ້ຫຼາຍຄັນ ຢູ່ຂົງເຂດ Rashideen ເມືອງທີ່ຖືກຄວບຄຸມໂດຍ ພວກຕໍ່ຕ້ານລັດຖະບານນອກເມືອງ ອາເລັບໂປ, ປະເທດ ຊີເຣຍ. 15 ເມສາ, 2017.

ປະຊາຊົນຈຳນວນຫຼວງຫຼາຍ ທີ່ມີກຳນົດຈະອົບພະຍົບອອກຈາກສອງ ເມືອງ ທີ່ຖືກປິດ
ລ້ອມ ໃນພາກເໜືອຂອງ ຊີເຣຍ ໄດ້ຖືກຂ້າຕາຍ ແລະ ອີກຫຼາຍຄົນ ໄດ້ຮັບບາດເຈັບການ
ໃນໂຈມຕີລະເບີດລົດ ທີ່ແນ ເປົ້າໃສ່ຂະບວນລົດບັສທີ່ຂົນສົ່ງພວກເຂົາເຈົ້າອອກໄປສູ່
ບ່ອນປອດໄພ ໃນວັນເສົາວານນີ້.

ພະນັກງານກູ້ໄພໄດ້ພາກັນຄົ້ນຫາຄົນຜ່ານຊາກຫັກພັງໝົດມື້ຮອດຄໍ່າໃກ້ກັບເມືອງ ອາ
ເລັບໂປ ທີ່ຕັ້ງຢູ່ພາກເໜືອຂອງປະເທດ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ປະເທດອັງກິດ ໄດ້ກ່າວວ່າ ປະ
ຊາຊົນຢ່າງໜ້ອຍ 112 ຄົນໄດ້ເສຍຊີວິດໃນການໂຈມ ຕີດັ່ງກ່າວ, ພ້ອມກັບຈຳນວນຜູ້
ເສຍຊີວິດທັງໝົດຄາດວ່າຈະເພີ່ມຂຶ້ນ ອີກ.

ຜູ້ຖືກເຄາະຮ້າຍສ່ວນໃຫຍ່ ແມ່ນເຊື່ອວ່າຈະເປັນຜູ້ອາໄສຢູ່ໝູ່ບ້ານຊາວ ຊີໄອ ສອງແຫ່ງ ທີ່ໄດ້ຖືກປິດລ້ອມໂດຍພວກຫົວຮຸນແຮງອິສລາມ ເປັນເວລາຫຼາຍເດືອນມາແລ້ວ.

ເຫດການດັ່ງກ່າວບໍ່ມີຜູ້ໃດ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດ. ແຕ່
ກຸ່ມຫົວຮຸນແຮງ ຈີຮາດ ນິກາຍ ຊຸນນີ, ລວມທັງຊາວ ຊີເຣຍ ທີ່ເປັນສະມາຊິກຂອງກຸ່ມ ອາລ ໄກດາ, ໄດ້ປະຕິບັດການໃນ ຂົງເຂດດັ່ງກ່າວ ແລະ ໄດ້ໂຈມຕີຊາວ ຊີໄອ, ພວກທີ່ພວກ
ເຂົາຖືວ່າ ເປັນພວກນອກສາສະໜານັ້ນ.

ສະຖານທູດ ສະຫະລັດ ໃນ ຊີເຣຍ ໄດ້ຂຽນຂໍ້ຄວາມໃນ Twitter ວ່າ, “ສະຫະລັດ ກ່າວ ປະນາມການໂຈມຕີທີ່ປ່າເຖື່ອນຕໍ່ບັນດາພົນລະເຮືອນ ຜູ້ບໍລິສຸດ, ເຊິ່ງລວມມີແມ່ຍິງ
ແລະ ເດັກນ້ອຍ ໃນພາກເໜືອຂອງ ຊີເຣຍ ຢ່າງແຮງ.”

ຂໍ້ຕົກລົງສະບັບໜຶ່ງ ລະຫວ່າງ ລັດຖະບານ ດາມາສກັສ ກັບ ພວກ ນັກຮົບຝ່າຍກົງກັນ
ຂ້າມ ທີ່ຮັບປະກັນຄວາມປອດໄພຂອງພວກ ຊາວບ້ານ ໄດ້ຖືກຢຸດສະງັກໃນວັນສຸກທີ່
ຜ່ານມາ, ເຮັດໃຫ້ຜູ້ອົບພະຍົບ ຫຼາຍພັນຄົນຕິດຄ້າງເປັນເວລາຫຼາຍຊົ່ວໂມງ ກ່ອນການ
ໂຈມຕີໄດ້ເກີດ ຂຶ້ນ ຢູ່ເຂດນອກຂອງເມືອງ ອາເລັບໂປ.

ພາບວີດີໂອຂອງໂທລະພາບລັດຖະບານ ໄດ້ເປີດເຜີຍໃຫ້ເຫັນສົບຄົນ ຕາຍທີ່ຖືກເຜົາ
ໄໝ້ ແລະ ລົດບັສທີ່ຖືກທຳລາຍ, ເຊິ່ງໄດ້ຂົນສົ່ງພວກ ນັກຮົບ ຊີໄອ ທີ່ສະໜັບສະໜູນລັດ
ຖະບານ ຈາກໝູ່ບ້ານທີ່ຖືກປິດລ້ອມ ໄປສູ່ເມືອງທີ່ຖືກຄວບຄຸມໂດຍລັດຖະບານ. ວີດີໂອ
ອື່ນໆໄດ້ສະແດງ ໃຫ້ເຫັນລົດໂຮງໝໍຂົນສົ່ງຜູ້ບາດເຈັບ ໄປໂຮງໝໍທີ່ຢູ່ໃນຂົງເຂດໃກ້ຄຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG