ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ຊ່ຽວຊານ ເຕືອນວ່າ ໂລກກຳລັງເສຍໄຊ ໃນການຕໍ່ສູ້ ກັບ ອີໂບລາ (ສະໄລດ໌/ວີດີໂອ)


ອົງການ​ແພດ ບໍ່ມີພົມແດນ ຊຶ່ງເປັນອົງການ ໃຫ້ຄວາມຊ່ວຍ
ເຫຼືອທາງດ້ານການ ແພດຂອງນາໆຊາດ ກ່າວ​ວ່າ ​ໂລກ​ກຳລັງ
​ເສຍ​ໄຊໃນການ​ຕໍ່ສູ້ຕ້ານ​ອີ​ໂອລາ ​ແລະ​ເຕືອນ​ວ່າ ​ເຊື້ອ​ໄວຣັສ
ທີ່​ຮ້າຍ​ແຮງດັ່ງກ່າວ​ຈະ​ຢຸດ​ຢັ້ງບໍ່​ໄດ້ຈົນ​ກວ່າ​ວ່າ ບັນດາປະ​ເທດ
ທີ່​ຮັ່ງມີ ສົ່ງທີ​ມພວກນັກຊ່ຽວຊານ ຮັບມືກັບໄພພິບັດ ດ້ານຊີວະ
ພາບໄປ​ຍັງເຂດອາ​ຟຣິກາ​ຕາ​ເວັນ​ຕົກ.

ທ່ານ​ນາງ Joanne Liu ປະທານອົງການແພດບໍ່ມີພົມແດນ
ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ກຸ່ມ​ຂອງ​ທ່ານນາງ ຊຶ່ງໄດ້​ປິ່ນ
ປົວຄົນ​ເຈັບຕິດເຊື້ອອີ​ໂບລາຫລາຍ​ກວ່າ 1,000 ຄົນແລ້ວຢູ່
ເຂດ​ອາ​ຟຣິກາ​ຕາເວັນຕົກ ນັບ​ຕັ້ງ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ​ມາ
ແລະໄດ້​ເສຍໄຊ​ຢ່າງ​ສີ້​ນ​ເຊີງ​ໃຫ້ເຊື້ອໄວຣັສດັ່ງກ່າວ.

ທ່ານນາງ Liu ເວົ້າວ່າ “ຢູ່​ທີ່ຊີແອ​ລາລິ​ອອນ ສົບພວກທີ່​ຕິດ​ເຊື້ອ​ໄວຣັສ​ກໍ​າລັງ​ເປື່ອຍເໜົ່າ
​ຢູ່​ຕາ​ມຖະໜົນ. ​ແທ່ນ​ທີ່​ວ່າ ​ຈະ​ສ້າງ​ສູນ​ກາງ​ປິ່ນ​ປົວ​ອີ​ໂບລາແຫ່ງໃໝ່ ​ໃນ​ໄລ​ບີ​ເຣຍ ພວກ
​ເຮົາຊ້ຳພັດຕ້ອງ​ຖືກ​ບັງຄັບ​ໃຫ້​ສ້າງ​ເຕົາ​ເຜົາ​ສົບ.”

ການ​ເຕືອນ​ຂອງທ່ານ​ນາງ ​ໄດ້​ສະທ້ອນໃຫ້ເຫັນໃນວັນ​ອັງຄານ​ວານ​ນີ້ ໂດຍ ຫົວໜ້າ​ສູນ
​ກາງ​ຄວບ​ຄຸມ​ແລະ​ປ້ອງກັນພະຍາດຂອງສະຫະລັດ.

​ດອກ​ເຕີ Tom Frieden ກ່າວ​ວ່າ ສະຖານະ​ການກໍຄືວ່າໃນປັດຈຸບັນ​ນີ້ເປັນ​ການລະບາດ​
ທີ່​ຮ້າຍ​ແຮງ ​ເທື່ອທຳອິດຂອງ​ໂລກ ທີ່ເຫັນ​ວ່າ ​ມີການແຜ່​ຂະຫຍາຍຢ່າງ​ກວ້າງ​ຂວາງອອກ
​ໄປ. ທ່ານ​ໄດ້ເຕືອນ​ວ່າ ​ໃນ​ຂະນະ​ທີ່​ມີ​ໂອກາດຢູ່ໃນການຕໍ່ສູ້​ກັບ​ພະຍາດນີ້ ແຕ່ “ໂອກາດ
ດັ່ງກ່າວພວມ​ປິດລົງ.”

​ໃນ​ຂະນະ​ດຽວ​ກັນຢູ່​ທີ່ໄລ​ບີ​ເຣຍ ອົງການ​ທາງ​ສາສະໜາ ​ໄດ້​ປະກາດ​ວ່່າ ນາຍ​ແພດ​ອາ​
ເມຣິກັນ​ອີກ​ຄົນ​ນຶ່ງ ​ໄດ້​ຕິດ​ເຊື້ອ​ໄວຣັສດັ່ງກ່າວ. ເຈົ້າໜ້າທີ່​ປະຕິບັດ​ງານ ກ່າວ​ວ່າ ນາຍ​
ແພດ​ ຜ່າຕັດທ່ານນີ້ບໍ່​ໄດ້​ປິ່ນປົວ​ຄົນ​ເຈັບ​ຕິດເຊື້ອ​ອີ​ໂອລາຢູ່ທີ່​ໂຮງໝໍ​ໃນນະ​ຄອນ Mon-
rovia. ລາຍ​ງານ​ບໍ່​ໄດ້​ແຈ້ງໃຫ້ຊາບ​ວ່າ ທ່ານໝໍ​ຄົນ​ດັ່ງກ່າວ ​ໄດ້​ຕິດ​ເຊື້ອ​ໄວຣັສຢ່າງ​ໃດ.

​ນອກນັ້ນໃນ​ວັນ​ອັງຄານ​ວານ​ນີ້​ ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້
ເຂົ້າ​ຮ່ວມໃນການ​ຕໍ່ສູ້​ຕ້ານອີ​ໂບລາ ໂດຍທ່ານ​ໄດ້​ບັນທຶ​ກສຽງຢູ່​ໃນ​ສານທີ່ສົງໄປຍັງເຂດ
ອາ​ຟຣິກາ​ຕາເວັນຕົກ ກ່ຽວກັບວ່າ ຈະຫລີກ​ລ້ຽງ ​ແລະ​ປິ່ນ​ປົວ​ພະຍາດ​ ທີ່​ຮ້າຍ​ແຮງ​ນີ້ໄດ້
​ຢ່າງ​ໃດ.

EBOLA CNPK
please wait
Embed

No media source currently available

0:00 0:03:08 0:00

XS
SM
MD
LG