ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພາວະໂລກຮ້ອນ ເປັນໄພຂົ່ມຂູ່ຕໍ່ມະຫາສະໝຸດ ແລະ ຄວາມໝັ້ນຄົງດ້ານອາຫານ ຂອງໂລກ


ນັກທ່ອງທ່ຽວຄົນໜຶ່ງ ລອຍຢູ່ໃນ Great Barrier Reef ທີ່ເປັນເຂດທະເລປະກາລັງ ຢູ່ທີ່ພາກຕາເວັນອອກ ສຽງເໜືອ ຂອງປະເທດອອສເຕຣເລຍ.
ນັກທ່ອງທ່ຽວຄົນໜຶ່ງ ລອຍຢູ່ໃນ Great Barrier Reef ທີ່ເປັນເຂດທະເລປະກາລັງ ຢູ່ທີ່ພາກຕາເວັນອອກ ສຽງເໜືອ ຂອງປະເທດອອສເຕຣເລຍ.

ພາວະໂລກຮ້ອນ ແມ່ນກຳລັງສົ່ງຜົນກະທົບຕໍ່ຊີວິດທັງຫຼາຍຢູ່ໃນໂລກຂອງມະຫາສະໝຸດ ໂດຍການແຜ່ລະບາດຂອງພະຍາດ ການທຳລາຍຫີນປະກາລັງ ແລະ ເປັນໄພຂົ່ມຂູ່ ທີ່ຈະ ທຳລາຍຄວາມໝັ້ນຄົງທາງດ້ານອາຫານຂອງໂລກ ອີງຕາມບົດລາຍງານສະບັບໃໝ່.

ນັກວິທະສາດ 80 ທ່ານ ຈາກ 12 ປະເທດ ໄດ້ເປີດເຜີຍ ການຄົ້ນພຄວ້າຂອງພວກເພິ່ນ ໃນວັນຈັນວານນີ້ ຢູ່ທີ່ ກອງປະຊຸມ ສະພາສາກົນ ເພື່ອການອະນຸລັກທຳມະຊາດ ຫຼື IUCN ໃນນະຄອນ Honolulu ລັດ Hawaii.

ຫົວໜ້າອຳນວຍການ IUCN ທ່ານນາງ Inger Anderssen ໄດ້ກ່າວວ່າ “ພວກເຮົາ ໝົດທຸກຄົນ ຮູ້ວ່າ ມະຫາສະໝຸດ ຄ້ຳຊູດາວພະເຄາະໜ່ວຍນີ້. ພວກເຮົາທັງໝົດຮູ້ ມະຫາສະໝຸດ ສະໜອງລົມຫາຍໃຈຄັ້ງທີ່ສອງ ທຸກໆຄັ້ງ ທີ່ພວກເຮົາຫາຍໃຈເຂົ້າ. ແລະເຖິງຂະໜາດນັ້ນ ພວກເຮົາກໍເຮັດໃຫ້ມະຫາສະໝຸດບໍ່ດີ.”

ບັນດານັກຊ່ຽວຊານ ກ່າວວ່າ ມະຫາສະໝຸດ ໄດ້ຊັບຊຶມເອົາ ຄວາມຮ້ອນ ຫຼາຍກວ່າ 90 ເປີເຊັນ ຂອງຄວາມຮ້ອນທີ່ມີຕື່ມຂຶ້ນທີ່ໄດ້ເກີດຈາກ ພາວະໂລກຮ້ອນ ຕະຫຼອດໄລຍະ 40 ປີຜ່ານມາ ໂດຍເຮັດໃຫ້ມີການປ່ຽນແປງຢ່າງໜັກໃນຈັງຫວະຂອງທະເລທັງຫຼາຍ.

ພວກສັດທະເລ ແລະ ພວກນົກ ບາງສ່ວນ ແມ່ນຖືກກົດດັນໃຫ້ໄປຫາກິນ ຢູ່ຫ່າງໄກອອກ ໄປ ຈາກແຫລ່ງອາຫານຕ່າງໆ ທີ່ມີຢູ່ ໃນສະຖານທີ່ດັ່ງເດີມ ແລະ ສະຖານທີ່ຕັ້ງຮັງຂອງ ພວກມັນ ເປັນຕົ້ນ ໃນຂະນະດຽວກັນ ສັດທະເລອື່ນໆ ໄດ້ຖືກຂັບ​ໄລ່ອອກໄປຈາກນ້ຳ ທະເລທີ່ອຸ່ນຂຶ້ນ ໄປຫານ້ຳທະເລທີ່ເຢັນກວ່າ ​ໃນ​ເຂດຂົ້ວໂລກ.

ມະຫາ​ສະໝຸດທີ່​ອຸ່ນ​ຂຶ້ນກໍ​ເປັນສາ​ເຫດ​ພາ​ໃຫ້​ເກີດ​ພະຍາດ​ຕ່າງໆ​ນຳ​ພືດ​ຜັກ ​ແລະ ​ສັດໃ​ນ ນ້ຳ​ທະ​ເລ ຊຶ່ງ​ເປັນ​ໄພ​ຂົ່ມຂູ່ ​ຢ່າງ​ຈະ​ແຈ້ງ​ຕໍ່ສຸຂະ​ພາບ​ຂອງ​ມະນຸດ.

ພວກນັກຊ່ຽວຊານກ່າວວ່າ ຈະບໍ່ມີທາງອອກ ເວັ້ນເສຍແຕ່ວ່າ ຈະຕັດແກັສເຮືອນແກ້ວ ທີ່ຜະລິດໂດຍມະນຸດ ລົງ ເຊິ່ງເປັນສາເຫດເຮັດໃຫ້ໂລກອຸ່ນຂຶ້ນໂດຍຜິດທຳມະຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG