ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານ ຍັງສົງໄສ ຜູ້ນຳຂັ້ນສູງ ຂອງ ກຸ່ມລັດອິສລາມ ຢູ່ໃນເມືອງ Mosul


ທະຫານຄົນນຶ່ງຈາກໜ່ວຍຕໍ່ຕ້ານການກໍ່ການຮ້າຍຂອງອີຣັກ ກວດກາເບິ່ງອຸໂມງ ທີ່ສ້າງຂຶ້ນໂດຍກຸ່ມລັດອິສລາມ.
ທະຫານຄົນນຶ່ງຈາກໜ່ວຍຕໍ່ຕ້ານການກໍ່ການຮ້າຍຂອງອີຣັກ ກວດກາເບິ່ງອຸໂມງ ທີ່ສ້າງຂຶ້ນໂດຍກຸ່ມລັດອິສລາມ.

ມີ​ຄວາມຮູ້ສຶກ​ເພີ້ມຂຶ້ນ​ວ່າໃນ​ເວລາທີ່​ກຳລັງ​ອີຣັກ​ເສັດ​ສິ້ນ​ການ​ຕໍ່ສູ້​ເພື່ອ​ເຂົ້າຄວບຄຸມເມືອງ ​Mosul ຊຶ່ງ​ເປັນ​ເມືອງທີ່ສຳຄັນ​ ຈາກກຸ່ມລັດ​ອິສລາມ ຫລື IS ​ແລ້ວ ນັກ​ລົບຈຳນວນ​ນຶ່ງ ຖ້າ​ຫາກ​ມີ ຂອງ​ບັນດາ​ຜູ້ນຳກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວ ​ຈະ​ຢູ່​ທີ່​ນັ້ນຫຼືບໍ່.

ການ​ເຫັນ​ພ້ອມ​ນຳ​ກັນ ​ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່ສືບ​ລັບ ທັງ​ປັດຈຸບັນ​ແລະ​ອະດີດມີຂຶ້ນທັງໆ​ ທີ່​ມີ​ການ​ກ່າວອ້າງ ​ຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້ ຈາກບັນດາ​ເຈົ້າ​ໜ້າ​ທີ່​ອີຣັກວ່າ ຜູ້ນຳກຸ່ມ​ລັດ​ອິສລາມ ທ້າວ Abu Barkr al-Baghdadi ຢູ່​ໃນ​ຂຸມ ຫລື​ອຸ​ໂມງໃຕ້ດິນບ່ອນ​ໃດ​ບ່ອນ​ນຶ່ງ​ຢູ່​ໃນ​ເມືອງດັ່ງກ່າວ.

ສະມາຊິກກອງທັບອາກາດຄົນນຶ່ງໃຊ້ວິທະຍຸ ຕິດຕໍ່ຢູ່ສູນກາງຄວບຄຸມ ທີ່ຖານທັບອາກາດ Qayyarah ປະມານ 50 ກິໂລແມັດ ພາກໃຕ້ຂອງເມືອງ Mosul ປະເທດ Iraq.
ສະມາຊິກກອງທັບອາກາດຄົນນຶ່ງໃຊ້ວິທະຍຸ ຕິດຕໍ່ຢູ່ສູນກາງຄວບຄຸມ ທີ່ຖານທັບອາກາດ Qayyarah ປະມານ 50 ກິໂລແມັດ ພາກໃຕ້ຂອງເມືອງ Mosul ປະເທດ Iraq.

ແຕ່ໃນ​ທາງກົງກັນຂ້າມ ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ ​ແລະ​ສືບ​ລັບ​ສະຫະລັດ ໄດ້​ລະມັດລະ ວັງ​ ​ໃນ​ການ​ສົນທະນາ​ກ່ຽວ​ກັບ​ຜູ້ກຸ່ມ​ລັດນຳ​ອິສລາ​ມແລະ​ວ່າຜູ້ກ່ຽວຢູ່​ບ່ອນ​ໃດ. ຍັງ​ບໍ່​ເທົ່າ​ນັ້ນ ​ເຂົາເຈົ້າ​ກ່າວ​ວ່າ ມັນ​ເປັນ​ທີ່​ແຈ້ງ​ຂາວແລ້ວ​ວ່າ ​ບັນດາ​ຜູ້ນຳກຸ່ມ​ລັດອິສລາມຈຳນວນ ​ນຶ່ງ​ ໄດ້​ໜີ​ອອກ​ຈາກ​ເມືອງ Mosul ​ໄປ​ແລ້ວ ​ແລະ​ກ່າວ​ຢ້ຳວ່າ ​ການ​ໂຈມ​ຕີ​ທີ່​ມີ​ມາ​ເປັນ​ລຳ ດັບ​ໃນ​ໄລຍະ​ສອງ​ສາມເດືອນ​ທີ່​ຜ່ານ​ມານີ້ ​ເຮັດ​ໃຫ້ “​ເກີດ​ຄວາມເສຍ​ຫາຍ​ທີ່​ສຳຄັນ” ແກ່​ກຸ່ມກໍ່​ການ​ຮ້າຍນີ້.

​ເຈົ້າ​ໜ້າ​ທີ່ຕໍ່ຕ້ານການ​ກໍ່​ການ​ຮ້າຍ​ສະຫະລັດ​ຄົນ​ນຶ່ງກ່າວ​ຕໍ່​ວີ​ໂອ​ເອວ່າໂດຍໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ​ກໍ່​ການ​ຮ້າຍ ​ເວົ້າວ່າ “ປະຊາ​ຄົມສືບ​ລັບ​ ໄດ້ສ້າງຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫລວງ ​ໃນ​ການ​ປັບປຸງ​ກ່ຽວ​ກັບການ​ປະຕິບັດງານ ​ເທັກ​ນິກ ​ແລະ​ຂໍ້​ມູນ​ ໃນການແນ​ເປົ້າ​ໝາຍ ​ແລະ ກຳຈັດບັນດາ​ຜູ້ນຳ​ຄົນສຳຄັນຂອງກຸ່ມ​ລັດ​ອິສລາມ.”

ສິ່ງ​ນຶ່ງ​ທີ່​ສ້າງ​ຄວາ​ມ​ເສຍ​ຫາຍ​ຮ້າຍ​ແຮງ​ທີ່​ສຸດ​ແກ່​ຜູ້ນຳ​ລັດອິສລາມ ​ໄດ້​ມີ​ຂຶ້ນໃນ​ວັນ​ທີ 30 ເດືອນສິງຫາ ​ເວລາການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດໄດ້​ແນ ເປົ້າ​ໝາຍ​ ​ແລະ​ໄດ້​ສັງຫານ​ໂຄສົກ ​ແລະ​ຜູ້​ວາງ​ແຜນ​ປະຕິບັດ​ງານ​ໃນ​ຕ່າງປະ​ເທດຂອງກຸ່ມ​ລັດ​ອິສລາມທ້າວ Abu Muhammad al-Adnani ຊຶ່ງ​ເປັນ​ພຽງ​ນຶ່ງ​ຂອງ​ຈຳນວນ​ເປົ້າໝາຍທີ່ມີ “ຄຸນຄ່າ​ສູງ” ຂອງ​ກຸ່ມ​ລັດ​ອິສລາມທີ່​ສະຫະລັດ​ໄດ້​ຕິດ​ຕາມ​ຢູ່​ໃນ​ເວລາ​ນັ້ນ.

ນັບ​ແຕ່​ນັ້ນ​ມາ ສະຫະລັດ ​ແລະ​ການ​ໂຈມ​ຕີ​ທາງ​ອາ​ກາດ ຂອງແນວ​ໂຮມ ​ໄດ້​ສັງຫານບັນ ດາ​ເຈົ້າ​ໜ້າ​ທີ່​ລະດັບ​ກາງ ​ຫາ​ລະດັບ​ສູງ​ຂອງກຸ່ມລັດ​ອິສລາມ ທີ່​ແນ​ໃສ່​ຫຼາຍສິ​ບຄົນ ​ຢູ່​ໃ​ນ​ເມືອງ Mosul ​ແຕ່​ພຽງ​ບ່ອນ​ດຽວ​ເທົ່າ​ນັ້ນ​.

ລົດຕຳຫລວດລັດຖະບານກາງ ຜ່ານດ່ານກວດທີ່ Qayyarah 50 ກິໂລແມັດ ມາງພາກໃຕ້ເມືອງ Mosul.
ລົດຕຳຫລວດລັດຖະບານກາງ ຜ່ານດ່ານກວດທີ່ Qayyarah 50 ກິໂລແມັດ ມາງພາກໃຕ້ເມືອງ Mosul.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG