ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄນຈີເຣຍ ແລະ ພວກໂບໂກ ຮາຣາມ ບັນລຸຂໍ້ຕົກລົງ ຢຸດຍິງ ແລະ ການປ່ອຍ ພວກນັກຮຽນຍິງ


Nigeria Agrees to Cease-Fire With Boko Haram
please wait

No media source currently available

0:00 0:03:09 0:00

ເບິ່ງລາຍງານ ວີດີໂອ ໂດຍນັກຂ່າວວີໂອເອ ທ່ານນາງ Mariama Diallo

ລັດຖະບານໄນ​ຈີ​ເຣຍກ່າວ​ວ່າ ​ຕົນ​ມີ​ແຜນການ​ຈະ​ທຳ​ການ
​ເຈລະຈາ​ກັບ ພວກ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ​ໂບ​ໂກ ຮາຣາມ
ໃນ​ອາທິດ​ໜ້າ​ນີ້ ກ່ຽວ​ກັບ​ເງື່ອນ​ໄຂ​ໃນ​ການປ່ອຍພວກ​ນັກຮຽນ
​ຍິງຫຼາຍກວ່າ 200 ຄົນ ທີ່​ພວກ​ເຂົາ​ໄດ້ລັກ​ພາ​ຕົວ​ໄປ ​ໃນ​ເດືອນ
​ເມສານັ້ນ.

ທັງ​ສອງ​ຝ່າຍ​ໄດ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ກັນ ​ໃນ​ວັນ​ສຸກ​ວານ​ນີ້.

ທີ່​ປຶກສາ​ຂັ້ນສູງ​ຂອງ​ປະທານາທິບໍດີ​ໄນ​ຈີ​ເຮ​ຍ ທ່ານ Hassan
Tukur ບອກ​ກັບ​ວີ​ໂອ​ເອ ພະ​ແນ​ກພາສາ Hausa ວ່າ ພວກ​ຫົວ
​ຮຸນ​ແຮງ ​ໄດ້​ຕົກລົງ​ໃນ​ຂັ້ນຫຼັກການ ທີ່​ຈະ​ປ່ອຍ​ຕົວ​ພວກ​ນັກຮຽນ
​ຍິງ​. ຄາດວ່າການເຈລະຈາ​ ກັນ​ກ່ຽວ​ກັບ​ເລື້ອງ​ນີ້ ຈະ​ມີ​ຂຶ້ນ​ຢູ່​ປະ​ເທດ Chad ​ໃນ​ອາທິດ​ໜ້າ. ທ່ານ Tukur ກ່າວ​ວ່າ ການ​ເຈລະຈາ​ກັນ​ໃນ​ອະດີດ ບໍ່​ໄດ້​ໃຫ້​ໝາກຜົນ​ໃນ​ທາງ​ບວກ ​ແຕ່ວ່າ ​ເທື່ອ​ນີ້ ​ທ່ານຮູ້ສຶກ​ມີ​ຄວາມ​ຫວັງ​ຢ່າງ​ລະມັດລະວັງ.

ພວກນັກຮຽນຍິງ ຜູ້ໜີອອກມາໄດ້ຈາກພວກກະບົດນັ້ນ ກຽມທີ່ຈະໄປພົບປະ ກັບບັນດາເຈົ້າໜ້າທີ່ ຢູ່ເມືອງ Maiduguri ປະເທດໄນຈີີີເຣຍ, ວັນທີ 2 ມິຖຸນາ 2014.
ພວກນັກຮຽນຍິງ ຜູ້ໜີອອກມາໄດ້ຈາກພວກກະບົດນັ້ນ ກຽມທີ່ຈະໄປພົບປະ ກັບບັນດາເຈົ້າໜ້າທີ່ ຢູ່ເມືອງ Maiduguri ປະເທດໄນຈີີີເຣຍ, ວັນທີ 2 ມິຖຸນາ 2014.

ພວກ​ໂບ​ໂກ ຮາຣາມ ​ຍັງ​ບໍ່​ໄດ້ອອກ​ຄວາມ​ເຫັນ ຢ່າງ​ເປີ​ດ​ເຜີຍ
ໃດໆ​ເທື່ອ​ວ່າ ​ໄດ້​ມີ​ການບັນລຸ ​ຂໍ້​ຕົກລົງ​ກັນ​ດັ່ງກ່າວ.

ພວກໂບ​ໂກ ຮາຣາມ ​ໄດ້​ກໍ່​ຄວາມ​ຢ້ານ​ກົວ​ໃຫ້​ໄນ​ຈີ​ເຣຍ​ໃນ​ລະຍະ
5 ປີຜ່ານມາ ຂະນະ​ທີ່​ພວກ​ເຂົາ​ເຈົ້າພະຍາຍາມ ຫັນປ່ຽນ​ພາກ
​ເໜືອຂອງໄນ​ຈີ​ເຣຍ​ ໃຫ້​ເປັນ​ລັດ​ອິສລາມທີ່​ຮັກສາ​ແນວທາງເດີມ.
ພວກ​ເຂົາໃຊ້​ການວາງລະ​ເບີດ ​ແລະ ​ໂຈມ​ຕີ​ຍິງ​ປືນໃສ່ ​ແລະ ການ​
ກະທຳຄວາມ​ຮຸນ​ແຮງຕ່າງໆນາໆ ທີ່​ໄດ້​ຂ້າພົນລະ​ເຮືອນ ​ແລະ
ຕຳຫລວດຫຼາຍພັນ​ຄົນມາ​ແລ້ວ.

ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ຕໍ່​ປະຊາ​ຄົມ
​ໂລກ ໃນ​ເວລາ​ທີ່​ພວກ​ເຂົາ​ໄດ້ບຸກໂຈມ​ຕີ​ໂຮງ​ຮຽນແຫ່ງ​ໜຶ່ງ ​ໃນໝູ່
​ບ້ານ Chibok ​ທີ່ຢູ່ຫ່າງ​ໄກ​ສອກຫຼີກ ທາງ​ພາກ​ຕາ​ເວັນອອກສຽງ​ເໜືອຂອງປະ​ເທດ ​ແລ້ວລັກ
​ພາ​ຕົວນັກຮຽນ​ຍິງ​ປະມານ 270 ຄົນ​ໄປ. 57 ຄົນ ສາມາດ​ໜີ​ອອກ​ມາ​ໄດ້ ​ແຕ່ຫລາຍກ່ວາ 220 ຄົນ​ ​ຍັງ​ຖືກ​ຈັບ​ຕົວ​ໄວ້​ຢູ່.

BOKO HARAM TALKS VO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG