ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄວລຸ່ນອະເມຣິກັນຄົນນຶ່ງ ລັກລອບເດີນທາງ ໄປກັບ ສາຍການບິນຮາວາຍ ໂດຍເຂົ້າໄປລີ້ຢູ່ໃນ ຊ່ອງມ້ຽນລໍ້ເຮືອບິນ


ເຮືອບິນສາຍການບິນ Hawaiian Airlines ບິນຢູ່ເໜືອເກາະນຶ່ງ ຂອງລັດຮາວາຍ
ເຮືອບິນສາຍການບິນ Hawaiian Airlines ບິນຢູ່ເໜືອເກາະນຶ່ງ ຂອງລັດຮາວາຍ
ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເດັກ​ຊາຍໄວ​ລຸ່ນ ອາຍຸ 16 ປີຄົນ​ນຶ່ງ ​ຈາກ
​ລັດ​ຄາ​ລີ​ຟໍ​ເນຍ​ ທາງ​ພາກ​ເວັນ​ຕົກ​ຂອງ​ສະຫະລັດ ​ໂຊກ​ດີ​ທີ່​
ຍັງ​ມີ​ຊີວິດ​ຢູ່ ຫຼັງ​ຈາກ​ຜູ້ກ່ຽວລັກ​ເຂົ້າ​ໄປ​ລີ້ຢູ່​ຊ່ອງ​ມ້ຽນ​ລໍ້​ເຮືອບິນ
​ ​ເປັນ​ເວລາ​ຫ້າ​ຊົ່ວ​ໂມງໃນ​ຂະນະ​ທີ່ເຮືອບິນ​ລຳ​ນັ້ນ​ ບິນໄປ​ຍັງ
​ລັດ​ຮາ​ວາຍ​ ຢູ່​ກາງ​ມະຫາ​ສະມຸດ​ປາຊີ​ຟິກ.

​ໂຄສົກ​ປະຈຳ​ອົງການສືບສວນ​ກາງ ຫຼື FBI ຂອງ​ສະຫະລັດ​
ກ່າວ​ວ່າ ​ໄວ​ລຸ່ນຄົນ​ນີ້ລັກໜີ​ອອກ​ຈາກ​ບ້ານ ໃນ​ເຊົ້າ​ວັນ​ອາທິດ​
ວານ​ນີ້ ​ແລະ​ປີນ​ຂ້າມ​ຮົ້ວ​ເຂົ້າ​ໄປ​ໃນ​ສະໜາມ​ບິນ​ເມືອງ San
Jose ລັດ​ຄາ​ລີ​ຟໍ​ເນຍ ​ແລ້ວ​ລັກ​ໂດຍສານ​ໄປ​ນຳ​ຖ້ຽວ​ບິນຂອງ​
ສາຍ​ການບິນ Hawaiian ຂະນະ​ທີ່​ລີ້​ຢູ່​ໃນ​ຊ່ອງ​ມ້ຽນ​ລໍ້​ເຮືອບິນ
ນັ້ນ.

ທ່ານ Marvin Moniz ​ເຈົ້າ​ໜ້າ​ທີ່​ປະຈຳ​ສະໜາມ​ບິນເກາະ Maui ທີ່​ເປັນ​ຈຸດໝາ​ຍ
ປາຍທາງ​ຂອງ​ຖ້ຽວ​ບິນ ຫ່າງ​ຈາກ​ເມືອງ San Jose ​ໄປ 3800 ຫຼັກ​ກິ​ໂລແມັດ ກ່າວ
​ວ່າ ພວກ​ພະນັກງານ​ຢູ່ໃນ​ສະໜາມ​ບິນ ເຫັນ​ໄວ​ລຸ່ນຄົນ​ນີ້​ຢູ່ໃນ​ລານ​ເດີ່ນບິນ. ​ທ່ານ
ກ່າວ​ວ່າ “​ເດັກໄວ​ລຸ່ນຄົນ​ນີ້​ບໍ່​ໃຫ້ການ​ຮ່ວມ​ມື​ນຳ ຫຼື​ບໍ່ປາກ​ເວົ້າ​ຫຍັງກັບ​ພວກພະນັກ
ງານ​ໃນ​ເວລາ​ນັ້ນ ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ຮ້ອງ​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພມາ.

ແຕ່​ໄວ​ລຸ່ນຄົນ​ນີ້ ກໍ​ບໍ່​ຍອມ​ຕອບ​ຄຳ​ຖາມ​ຫຍັງ. ພວກ​ເຮົາ​ຈຶ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ຮັກສາ
ຄວາມ​ປອດ​ໄພເອົາ​ລາວ​ເຂົ້າ​ໄປ​ໃນ​ຫ້ອງການ ​ແລະ​ຜູ້ກ່ຽວ​ຖືກ​ສອບ​ຖາມ​ ໂດຍ
​ພວກເຈົ້າ​ໜ້າ​ທີ່​ ຈາກ​ອົງການຄວາມ​ປອດ​ໄພໃນ​ການ​ຂົນ​ສົ່ງ ​ຫຼື TSA ແລະ​ເຈົ້າ​
ໜ້າ​ທີ່ FBI.”

ອົງການ FBI ກ່າວ​ວ່າ ໄວ​ລຸ່ນຄົນ​ນີ້​ບໍ່​ຮູ້​ເມື່ອ​ຄີງ​ ຕະຫລອດ​ເວລາ​ສ່ວນ​ໃຫຍ່​ຂອງ
ຖ້ຽວບິນນັ້ນ ​ແລະກໍ​ປາກົດ​ວ່າ​ບໍ່ໄດ້ຮັບ​ບາດ​ເຈັບ​ໃດໆ ຫຼັງຈາກ​ໄດ້​ສູ້​ທົນ​ກັບ​ອຸນ
ຫະພູມ​ອາກາດ​ທີ່​ໜາວ​ເຢັນ​ທີ່​ສຸດ ​ແລະ​ຂາດອອ໊ກຊີ​ເຈັນ ຫາຍ​ໃຈ ​ໃນລະຫວ່າງ​
ທີ່​ເຮືອບິນ ບິນ​ໃນ​ຄວາມ​ສູງ​ເຖິງ 11 ພັນ 500 ​ແມັດ​ນັ້ນ.

​ໂຄສົກ​ປະຈຳ​ສາຍ​ການບິນ Hawaiian Airlines ກ່າວ​ວ່າ ​ເດັກ​ຊາຍ​ໄວລຸ່ນຄົນ​
ນີ້​ “ແມ່ນ​ໂຊກ​ດີ​ເປັນ​ພິ​ເສດ​ ທີ່​ລອດ​ຊີວິດ​ມາ​ໄດ້.”
XS
SM
MD
LG