ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດ ຫົວໜ້າ ກຸ່ມກອງໂຈນ ສາບານໂຕ ເຂົ້າເປັນ ປະທານາທິບໍດີ ແອລຊາລວາດໍ ( ວີດີໂອ)


ປະທານາທິບໍດີ Salvador Sanchez Ceren (ຄົນກາງ) ຢືນຄຽງຂ້າງກັບພັນລະຍາ ທ່ານນາງ Margarita Villalta ຫຼັງຈາກສາບານໂຕເຂົ້າຮັບຕຳແໜ່ງໃໝ່ ທີ່ນະຄອນຫຼວງ San Salvador, ວັນທີ 1 ມິຖຸນາ 2014.
ປະທານາທິບໍດີ Salvador Sanchez Ceren (ຄົນກາງ) ຢືນຄຽງຂ້າງກັບພັນລະຍາ ທ່ານນາງ Margarita Villalta ຫຼັງຈາກສາບານໂຕເຂົ້າຮັບຕຳແໜ່ງໃໝ່ ທີ່ນະຄອນຫຼວງ San Salvador, ວັນທີ 1 ມິຖຸນາ 2014.
ອະດີດ​ຜູ້​ບັນຊາ​ການ​ກອງ​ໂຈນ​ນິຍົມ​ຊ້າຍ ທີ່​ຕໍ່ສູ້​ກັບ​ລັດຖະບານ​
ຊຸດ​ຕ່າງໆ​ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ສະຫະລັດ ​ໄດ້​ສາບານ​ໂຕ​
ເຂົ້າ​ຮັບຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ຄົນໃໝ່​ຂອງ El Salvador.

ທ່ານ Salvador Sanchez Ceren ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ
ຈະ​ຕໍ່ສູ້​ກັບ​ອາ​ຊະ​ຍາ​ກຳ ​ແລະ​ຕັດ​ລາຍ​ຈ່າຍ​ທີ່​ສິ້ນ​ເປືອງຂອງ​
ລັດຖະບານ​ລົງ ​ໃນ​ຂະນະ​ທີ່​ທ່ານ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ
​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ນະຄອນຫຼວງ San Salvador.

ທ່ານ Sanchez Ceren ຊຶ່ງ​ເວລາ​ນີ້ ອາຍຸ 69 ປີ ​ໄດ້​ຖືກ​
ເລືອກ​ຕັ້ງດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ເປັນ​ເວລາ 5 ປີ ​ໃນ
​ເດືອນ​ມີນາ​ຜ່ານ​ມາ.

El Salvador ກຳລັງ​ດິ້ນຮົນ​ຕໍ່ສູ້​ກັບ​ການ​ເສດຖະກິດ​ທີ່​ເຕີບ​ໂຕ​ຊ້າ ​ແລະ​ອາ​ຊະ​ຍາ
​ກຳ​ໃນ​ລະດັບ​ສູງ ຊຶ່ງ​ເກີດ​ຈາກ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ແກ໊ງ ​ແລະ​ການ​ລັກລອບ​ຄ້າ​
ຢາ​ເສບ​ຕິດ.

ປະທານາທິບໍດີ Sanchez Ceren ​ເຄີຍ​ເປັນ​ຜູ້​ບັນຊາ​ການ​ຂອງ​ກຸ່ມກອງ​ໂຈນ
FMLN ຊຶ່ງ​ເປັນ​ກຸ່ມ​ນິຍົມຊ້າຍ ທີ່​ທຳ​ການ​ຕໍ່ສູ້​ກັບ​ພວກ​ລັດຖະບານ​ຊຸດ​ຕ່າງໆ​ທີ່ໄດ້​
ຮັບ​ການ​ໜຸນ​ຫຼັງຈາກ​ສະຫະລັດ ​ໃນ​ລະຫວ່າງ​ສົງຄາມ​ກາງ​ເມືອງ​ໃນEl Salvador
ດຳ​ເນີນຢ່າງ​ຍືດ​ເຍື້ອຍາວ​ນານ​ມາ​ເປັນ​ເວລາ 12 ປີ.

ການ​ສູ້​ລົບ​ກັນ​ດັ່ງກ່າວ​ໄດ້​ເອົາ​ຊີວິດ​ປະຊາຊົນ​ໄປ​ປະມານ 76 ພັນ​ຄົນກ່ອນ​ມີ​ຂໍ້​ຕົກ
ລົງ​ສັນຕິພາບ​ກັນ​ໃນປີ 1992.

ທ່ານ Sanchez Ceren ​ແລະ​ກຸ່ມ FMLN ​ໄດ້​ເອົາ​ທ່າ​ທີ​ພໍ​ປານ​ກາງ​ຫຼາຍ​ຂຶ້ນ ນັບ​
ແຕ່​ໄດ້​ເຂົ້າ​ມາ​ຮ່ວມ​ໃນ​ການ​ເມືອງ​ທີ່​ຄົນ​ນິຍົມ​ສ່ວນ​ຫຼາຍ​.

ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຮັກສາ​ໄວ້​ແຫ່ງ​ຄວາມ​ສຳພັນ​ອັນ​ດີ​ກັບ​ສະຫະລັດ ບ່ອນ​ທີ່​ພວກ​ອົບ​ພະຍົບ​ເຂົ້າ​ເມືອງ El Salvador ຫຼາຍ​ພັນ​ຄົນ​ອາ​ໄສ​ຢູ່​ໃນ​ປັດຈຸບັນ​ນີ້.
elsalvadorpresident2june14
please wait

No media source currently available

0:00 0:01:12 0:00
XS
SM
MD
LG