ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະ​ຫະພາບ​ຢູ​ໂຣບ ແລະເທີກີ ຕົກລົງເລື້ຶອງລາຍລະອຽດ ຂອງພວກອົບພະຍົບ


EU Turkey Summit
please wait
Embed

No media source currently available

0:00 0:02:07 0:00

ກອງປະຊຸມສຸດ​ຍອດສະຫະພາບ​ຢູໂຣບ

ບັນດາ​ຜູ້ນຳ​ສະ​ຫະພາບ​ຢູ​ໂຣບ ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ພວກ​ເຂົາ​ໄດ້​ບັນ​ລຸ​ຂໍ້ຕົກລົງ​ທີ່​ເປັນ​ໄປ​ໄດ້ ກັບ Ankara ທີ່​ຈະ​
ໃຫ້​ພວກ​ອົບ​ພະຍົບຈຳນວນ​ຫຼາຍ​ພັນ​ຄົນ​ກັບ​ຄືນ ​ໄປ​ຍັງ​ເທີ​ກີ ​
ແລ​ະວ່າ​ພວກ​ເຂົາ​ເຈົ້າ​ໝັ້ນ​ໃຈວ່າການ​ຕົກລົງ​ທັງ​ໝົດ​ນັ້ນ​ແມ່ນ
ຈະ​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ສັບປະດາ​ໜ້າ.

ຫຼັງ​ຈາກ​ຫຼາຍໆ​ເດືອນ​ຂອງ​ການ​ບໍ່​ລົງ​ຮອຍ​ກັນ​ແລະ​ເພີ້​ມການ
ທະ​ເລາະ​ວິວາດ​ກັນ ພາຍ​ໃນ​ບັນດາ​ສະມາຊິກ 28 ປະ​ເທດ​
ຂອງ​ສະ​ຫະພາບ​ຢູ​ໂຣບ ນັ້ນ ພວກຜູ້ນຳ​ໄດ້​ກ່າວ​ວ່າ ພວກ​ເຂົາ​
ເຈົ້າ​ໄດ້​ຕົກລົງ​ທີ່​ຈະ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ເທີ​ກີ ​ໃນ​ການ​ຮອງ​ຮັບ​
ພວກ​ອົບ​ພະຍົບ​ເຫຼົ່າ​ນີ້​ ​ເຮັດໃຫ້​ການຂໍ​ວີ​ຊາ​ນັ້​ນງ່າຍ​ສຳ​ຫຼັບ​
ຊາວເທີ​ກ ​ແລະ​ເຮັດໃຫ້ການ​ໂອ້​ລົມ​ກັບ​ Ankara ​ເພື່ີອການແລກປ່ຽນ​ຄວາມ​ຊ່ອຍ​ເຫຼືອ​
ຂອງ​ພວກອົບ​ພະຍົບທີ່​ຫຼັ່ງ​ໄຫຼ​ເຂົ້າມາ​ໃນ​ຢູ​ໂຮບ ນັ້ນ.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ກ່າວ​ວ່າ “ກອງ​ປະຊຸມ​ສຸດ​ຍອດ​ໄດ້​ສ້າງ​ຄວາມ​ຫວັງ​ກ່ຽວ​ກັບ​ຄຳ​ຖາມ​ຂອງ​ພວກ​ອົບ​ພະຍົບທີ່​ຈະ​ຕ້ອງ​ຜ່ານ​ການ​ເປັ​ນ​ເອກ​ກະສັນ​ໃນ​ຢູ​ໂຣບ ​ແລະ​ຈະ​ມີ​ປະສິດທິ​ຜົນ​ກັບເທີ​ກີ.”

ນາຍົກລັດຖະມົນຕີກຣິສ ທ່ານ Alexis Tsipras, ຂວາ, ຍ່າງກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel, ກາງ, ໃນຂະນະທີ່ຮວມຕົວກັນ ໃນກອງປະຊຸມສຸດຍອດ ສະຫະພາບຢູໂຣບ ໃນນະຄອນ Brussels, 8 ມີນາ, 2016.
ນາຍົກລັດຖະມົນຕີກຣິສ ທ່ານ Alexis Tsipras, ຂວາ, ຍ່າງກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel, ກາງ, ໃນຂະນະທີ່ຮວມຕົວກັນ ໃນກອງປະຊຸມສຸດຍອດ ສະຫະພາບຢູໂຣບ ໃນນະຄອນ Brussels, 8 ມີນາ, 2016.

ສາຍຕາ​ຂອງ​ທຸກ​ພັກ​ຝ່າຍ​ຕ່າງ​ກໍ​ຈ້ອງ​ມອງ​ມາ​ໃສ່​ວັນ​ທີ 17 ມີນາ​
ແລະ​ການ​ເລີ້ມ​ກ​ອງປະຊຸມ​ສຸດ​ຍອດ ​ເປັນ​ເວລາ 2 ມື້​ທີ່​ຈະ​ບັນລຸ
​ຄວາມ​ຕັ້ງໜ້າຂັ້ນສຸດ​ທ້າຍ ​ແລະ​ຂໍ້ຕົກລົງ​ທີ່ີບັນດາ​ຜູ້ນຳ​ຂອງທຸກ​ພັກ
​ຝ່າຍທີ່​ຫວັງ​ໄວ້​ແລະອະນຸຍາດ​ໃຫ້​ກັບ​ຄືນ​ໄປ​ສູ່​ສະພາບ​ປົກກະຕິ
​ຕາມ​ຊາຍ​ແດນ​ຂອງ​ພວກ​ເຂົາ​ເຈົ້າ ພາຍ​ໃນ​ທ້າຍ​ປີ​ນີ້.

ທ່ານ ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Ahmed Davutoglu ​ໄດ້
ກ່າວວ່າ ກ່ອນ​ໜ້າການ​ຕົກລົງ​ທີ່​ໄດ້​ລາຍ​ງານ ​ໃນ​ກອງ​ປະຊຸມສູນ
​ກາງ​ໃຫຍ່​ຂອງ​ອົງການ​ເນ​ໂຕ ວ່າ “ພວກ​ເຮົາ​ຫວັງ​ວ່າ ພວກ​ເຮົາ
​ສາມາດ​ຫາ​ວິທີ​ທີ່​ໄດ້​ຮັບ​ຜົນ​ສະ​ເລັດ ​ເຊັ່ນ​ດຽວ​ກັນ​ກັບ​ການ​ປະຕິ
ບັດ​ຢ່າງ​ຖື​ກຕ້ອງ ທາງດ້ານ​ມະນຸດສະທຳ ​ໂດຍ​ປັດ​ຈາກ​ການ​ທຳ
ລາຍ​ພວກ​ອົບ​ພະຍົບທັງຫຼາຍ ຫຼື​ສິດທິ​ຂອງ​ພວກ​ອົບ​ພະຍົບ.”

​ແຕ່​ວ່າຄວາມ​ຫຍຸ້ງຍາກ​ຕ່າງໆ​ນັ້ນ​ແມ່ນ​ການ​ເຂົ້າ​ເຖິງ​ຂໍ້​ຕົກລົງ​ເປັນ​ບ່ອນ​ທຳລາຍ ​ໂດຍການ​ໂອ້​ລົມ​ກັບ​ພວກ​ເຂົາ​ເຈົ້າ​ເອງ ທີ່​ຍືດ​ເຍື້ອອອກ​ມາ​ເປັນ​ເວລາ​ຫຼາຍ​ຊົ່ວໂມງ ກວ່າ​ແຜນ​ກຳໜົດ​ທີ່​ວາງ​ໄວ້. ​ເທີ​ກີ ​ແມ່ນ​ໄດ້​ເປັນ​ບ່ອນ​ຄຸ້ມ​ກັນ​ຂອງ​ຊາວ​ຊິ​ເລຍ​ປະມານ 2 ລ້ານ 7​ແສນ​ຄົນ ທີ່​ໄດ້​ມີ​ລາຍ​ງານ​ວ່າ ຮຽກຮ້ອງຂໍເງິນຊ່ອຍ​ເຫຼືອ​ໃນ​ຈຳ​ນວນ 3 ລ້ານ 3 ​ແສນ​ໂດ​ລ່າ​ເພີ້​ມຂຶ້ນ​ຈາກສະ​ຫະພາບ​ຢູ​ໂຣບ ກະ​ປະມານ​ວ່າ 2 ​ເທົ່າ​ຂອງຈຳ​ນວນທີ່​ໄດ້​ສັນຍາ​ໄວ້ ຈາກ 28 ບັນດາສະມາ​ຊິກ 28 ປະ​ເທດ.

ພວກອົບພະຍົບພາກັນຍ່າງຕາມ ຕູບຜ້າຕັ້ງ ຂອງພວກອົບພະຍົບ ແລະພວກທີ່ຕ້ອງການຂໍຫຼີ້ໄພ ຈາກ Iraq, Kurdistan, Iran ແລະ Syria, 3 ກຸມພາ, 2016.
ພວກອົບພະຍົບພາກັນຍ່າງຕາມ ຕູບຜ້າຕັ້ງ ຂອງພວກອົບພະຍົບ ແລະພວກທີ່ຕ້ອງການຂໍຫຼີ້ໄພ ຈາກ Iraq, Kurdistan, Iran ແລະ Syria, 3 ກຸມພາ, 2016.

XS
SM
MD
LG