ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍານອະວະກາດ Rosetta ຂອງຢູໂຣບ ໂຄຈອນ ຄຽງຄູ່ໄປກັບ ດາວຫາງ ຄັ້ງປະວັດສາດ (ວີດີໂອ)


ຍານອະວະກາດ Rosetta ຂອງຢູໂຣບ
ຍານອະວະກາດ Rosetta ຂອງຢູໂຣບ

ຍານ​ສຳ​ຫລວດອະວະກາດຂອງ​ຢູ​ໂຣບ ​ໄດ້​ເສັດ​ສິ້ນ​ການໂຄຈອນ​
ໄລ່​ຕາມ​ດາວຫາງ​ດວງ​ນຶ່ງ ຂ້າມ​ລະບົບ​ສຸລິຍະຈັກກະວານ ເປັນ​ເວ
ລາ​ນຶ່ງ​ທົດ​ສະ​ວັດນັ້ນ​ແລ້ວ ​ແລະ​ໄດ້ກາຍມາ​ເປັນ​ຍານ​ອະວະກາດ​
ລຳ​ທຳ​ອິດ​ ທີ່​ໄປພົບ​ປະ​ກັບ​ດາວຫາງ.

ຍານ​ສຳ​ຫລວດອະວະກາດ Rosetta ມູນ​ຄ່າ 1.700 ລ້ານ​ດອນ​
ລ່າຂອງ​ອົງການ​ອະວະກາດ​ຢູ​ໂຣບ ​ໄດ້​ເຂົ້າ​ສູ່​ວົງໂຄຈອນ ​ຢູ່ເໜືອ
​ຜິວ​ໜ້າ​ຂອງດາວຫາງ 67P/Churymov-Gerasimenko 100
ຫຼັກ​ກິ​ໂລ​ແມັດ​ ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ​ໃນ​ໄລຍະ​ໄກ​ຈາກ​ຜືນ​ໂລກ
ຫລາຍ​ກ່ວາ 400 ລ້ານ​ຫຼັກກິ​ໂລ​ແມັດ.

ຍານ Rosetta ຈະ​ໂຄຈອນຄຽງ​ຄູ່​ໄປ​ກັບ​ດາວຫາງ 67P ຕະຫລອດ​ໄລຍະ​ປີໜ້າ ​ແລະ
​ຈະ​ສັງ​ເກດ​ການ​ເບິ່ງ​ດາວຫາງ​ດວງ​ນັ້ນ ​ໃນ​ຂະນະ​ທີ່​ມັນ​ມຸ້ງ​ໜ້າ​ໄປ​ສູ່​ດວງ​ຕາ​ເວັນ.

ຈຸດ​ສຳຄັນ​ຂອງ​ພາລະກິດ​ຂອງ​ຍານ​ Rosetta ຈະ​ມີ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີ​ນີ້ ​ເວລາ​ຍານດັ່ງກ່າວ​ ຈະ​ປ່ອຍ​ຍານ​ນ້ອຍໆ​ອັນ​ນຶ່ງ ​ລົງສູ່ໜ້າ​ດາວຫາງ 67P ຊຶ່ງ​ຈະ​ເປັນ​ຍານ​ອະວະກາດ​ທຳ​ອິດ ທີ່​ຈະ​ບັນລຸ​ການ​ທົດ​ລອງ​ດັ່ງກ່າວ.

sciencecometchaser7august14
please wait

No media source currently available

0:00 0:02:15 0:00

XS
SM
MD
LG