ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະມົນຕີ ກະຊວງພາຍໃນ ສະຫະພາບຢູໂຣບ ຫາລື ກ່ຽວກັບ ວິກິດການ ອົບພະຍົບ


Refugees Take New Routes Through Slovenia
please wait

No media source currently available

0:00 0:02:05 0:00

ບັນດາລັດຖະມົນຕີພາຍໃນຂອງສະຫະພາບຢູໂຣບ ພົບປະກັນ
ໃນວັນອັງຄານມື້ນີ້ ເພື່ອປຶກສາຫາລືກ່ຽວກັບແຜນໂຄຕ້າທີ່
ນອງນັນ ທີ່ຈະກະຈາຍພວກອົບພະຍົບຫຼາຍກວ່າ 100 ພັນຄົນ ຢູ່ໃນຫຼາຍໆປະເທດສະມາຊິກນັ້ນ.

ການພົບປະກັນນີ້ມີຂຶ້ນ ຫຼັງຈາກທີ່ທາງສະພາຢູໂຣບໄດ້ຕົກລົງ
ຮັບເອົາແຜນການດັ່ງກ່າວໃນສັບປະດາແລ້ວນີ້ ແຕ່ວ່າ ບັນດາ
ປະເທດຢູໂຣບຕາເວັນອອກ ກ່າວວ່າ ພວກເຂົາເຈົ້າຈະບໍ່ເຫັນ
ດີນຳແຜນການນີ້.

ໃນວັນຈັນວານນີ້ ສະພາຂອງຮັງກາຣີ ໄດ້ອະນຸຍາດໃຫ້ກອງ
ທະຫານຂອງຕົນ​ໃຊ້ອາວຸດທີ່ບໍ່ເປັນອັນຕະລາຍເຖິງຕາຍ ຮັບມືກັບພວກອົບພະຍົບ​ທີ່
ພະຍາຍາມເຂົ້າປະເທດຢ່າງຜິດກົດໝາຍ.

ພວກອົບພະຍົບ ພາກັນນຶ່ງລໍຖ້າການລົງທະບຽນ ທີ່Opatovac, Croatia, 22 ກັນຍາ 2015.
ພວກອົບພະຍົບ ພາກັນນຶ່ງລໍຖ້າການລົງທະບຽນ ທີ່Opatovac, Croatia, 22 ກັນຍາ 2015.

ຮັງກາຣີ ໄດ້ປິດຊາຍແດນຂອງຕົນທີ່ຕິດກັບເຊີເບຍ ເປັນທີ່ຮຽບຮ້ອຍແລ້ວ ດ້ວຍຮົ້ວລວດ
ໜາມໝາກຈັບ ແລະປະຈຸບັນນີ້ ທະຫານຮັງກາຣີ ສາມາດໃຊ້ລູກປືນຢາງ ແກ໊ສນ້ຳຕາ ປືນ
ຕາໜ່າງໄດ້.ພວກເຂົາເຈົ້າຍັງສາມາດຊອກຄົ້ນບ້ານເຮືອນເພື່ອຈັບເອົາພວກອົບພະຍົບທີ່ຜິດກົດໝາຍ.

ນາຍົກລັດຖະມົນຕີຮັງກາຣີ ທີ່ເປັນຝ່າຍຂວາ ທ່ານ Viktor Orban ໄດ້ບອກກັບລັດຖະສະ
ພາວ່າ ພວກອົບພະຍົບນີ້ “ແມ່ນກ້າວຂ້າມຫົວພວກເຮົາ. ພວກເຂົາບໍ່ແມ່ນພຽງແຕ່ມາເຄາະ
ປະຕູເທົ່ານັ້ນ, ພວກເຂົາພັງປະຕູເຂົ້າມາແລະລົ້ມທັບພວກເຮົາ.”

ພວກທະຫານຮັງກາຣີ ເຮັດຮົ້ວຕາມຊາຍແດນຕິດກັບ Croatia, ໃກ້ໆກັບໝູ່ບ້ານ Beremend, ຮັງກາຣີ, 22 ກັນຍາ 2015.
ພວກທະຫານຮັງກາຣີ ເຮັດຮົ້ວຕາມຊາຍແດນຕິດກັບ Croatia, ໃກ້ໆກັບໝູ່ບ້ານ Beremend, ຮັງກາຣີ, 22 ກັນຍາ 2015.

ບັນດາປະເທດໃນຢູໂຣບອື່ນໆ ແມ່ນຕຳນິຕິຕຽນຢ່າງແຂງຂັນຕໍ່ການຮັບມືຂອງຮັງກາຣີ ຕໍ່ວິກິດການອົບພະຍົບ ແລະກ່າວຫາວ່າ ໄດ້ໃຊ້ກົນລະຍຸດທີ່ຮຸນແຮງແບບ Nazi.

ຮັງກາຣີແມ່ນຂຸ່ນເຄືອງຕໍ່ພວກປະເທດຢູໂຣບເພື່ອນບ້ານທາງພາກໃຕ້ແລະຕາເວັນອອກ ທີ່ກ່າວຫາພວກເຂົາເຈົ້າວ່າ ເອົາບາດກ້າວບໍ່ພຽງພໍເພື່ອ ຄວບຄຸມຄື້ນຟອງອົບພະຍົບ
ພວກທີ່ໄດ້ຂ້າມທະເລເມດິເຕຣານຽນມາ ເພື່ອຫລົບໜີສົງຄາມ ແລະຄວາມຍາກຈົນ ໃນຊີເຣຍ ອັຟການິສຖານ ແລະອາຟຣິກາ ນັ້ນ.

ພວກເດັກນ້ອຍແບ່ງນ້ຳກັນກິນ ໃນຈະຕຸລັດ Victoria ພາກກາງ Athens, ບ່ອນທີ່ພວກອົບພະຍົບ ພັກອາໄສຊົ່ວຄາວ ກ່ອນທີ່ຈະເດີນທາງຕໍ່ ໄປຍັງສະຖານທີ່ໃໝ່ທີ່ອຸດົມສົມບູນ ທາງຢູໂຣບຕາເວັນອອກ, 22 ກັນຍາ 2015.
ພວກເດັກນ້ອຍແບ່ງນ້ຳກັນກິນ ໃນຈະຕຸລັດ Victoria ພາກກາງ Athens, ບ່ອນທີ່ພວກອົບພະຍົບ ພັກອາໄສຊົ່ວຄາວ ກ່ອນທີ່ຈະເດີນທາງຕໍ່ ໄປຍັງສະຖານທີ່ໃໝ່ທີ່ອຸດົມສົມບູນ ທາງຢູໂຣບຕາເວັນອອກ, 22 ກັນຍາ 2015.

ພວກຜູ້ນຳສະຫະພາບຢູໂຣບ ໄດ້ຈັດກອງປະຊຸມສຸດຍອດໃນວັນພຸດຜ່ານມານີ້ ກ່ຽວກັບ
ວິກິດການທີ່ໄດ້ແບ່ງແຍກທະວີບອອກຈາກກັນ. ຫົວໜ້ານະໂຍບາຍການຕ່າງປະເທດ
ຂອງສະຫະພາບຢູໂຣບ ທ່ານນາງ Federica Mogherini ໄດ້ຮຽກຮ້ອງໃຫ້ບັນດາລັດ
ຖະມົນຕີຍຸຕິການໂຕ້ຖຽງກັນ ກ່ຽວກັບແຜນການຖິ່ນຖານໃຫ້ພວກອົບພະຍົບເຫຼົ່ານີ້.

ບາງປະເທດ ຊຶ່ງໃນຕອນທຳອິດ ໃຫ້ການຕ້ອນຮັບພວກອົບພະຍົບ ເຊັ່ນເຢຍຣະມັນ ແລະ
Croatia ຊຶ່ງປະຈຸບັນນີ້ ເຂັ້ມງວດໃນການເຂົ້າປະເທດ ຊຶ່ງປ່ອຍໃຫ້ພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ຕົກຄ້າງຢູ່ຂ້າງນອກ ໂດຍປາດສະຈາກທີ່ພັກອາໄສແລະແມ່ນກະທັ້ງອາ
ຫານການກິນ.

XS
SM
MD
LG