ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາກາດໜາວຮ້າຍແຮງ ຍັງສືບຕໍ່ຄອບງໍາ ໃນຢູໂຣບ (ເບິ່ງວີດິໂອ)


ແມ່ຍິງຄົນນຶ່ງຊ່ອງຈາກປ່ອງຢ້ຽມທີ່ຫຸ້ມດ້ວຍນໍ້າກ້ອນຈາກລົດເມຄັນນຶ່ງ
ທີ່ແລ່ນຕາມຖະໜົນໃນນະຄອນຫລວງ Kiev, ຂອງປະເທດຢູເຄຣນ.
ວັນທີ 4 ກຸມພາ 2012.
ແມ່ຍິງຄົນນຶ່ງຊ່ອງຈາກປ່ອງຢ້ຽມທີ່ຫຸ້ມດ້ວຍນໍ້າກ້ອນຈາກລົດເມຄັນນຶ່ງ ທີ່ແລ່ນຕາມຖະໜົນໃນນະຄອນຫລວງ Kiev, ຂອງປະເທດຢູເຄຣນ. ວັນທີ 4 ກຸມພາ 2012.

ສະພາບ​ດິນ​ຟ້າ​ອາກາດ​ໃນ​ລະດູ​ໜາວ​ທີ່​ຮ້າຍ​ແຮງ​ຍັງ​ສືບ​ຕໍ່​ຄອບ​ງໍາໃນ​ຫລາຍ​ປະ​ເທດ​ໃນ
ທະວີບຢູ​ໂຣບ ຊຶ່ງ​ເຮັດ​ໃຫ້ການ​ເດີນທາງ​ທາງອາກາດ​ແລະ​ທາງບົກຢຸດ​ສະງັກລົງ ​ແລະ
ສະບຽງ​ແກ​ສ​ລົດນ້ອຍຖອຍລົງ.

ປະ​ເທດ​ທີ່​ຖືກ​ປະ​ທະ​ໜັກ​ທີ່​ສຸດ​ໄດ້​ແກ່​ປະ​ເທດ Ukrain ບ່ອນ​ທີ່​ອຸນຫະພູມ​ຕິດ​ລົບ 32 ອົງ
ສາ Celsius ​ເຮັດ​ໃຫ້ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວ​ຢ່າງ​ໜ້ອຍ 122 ຄົນ. ທ່ານ Olek
sandr ຫົວໜ້າ​ໜ່ວຍ​ກູ້​ໄພ​ທີ່​ນະຄອນຫລວງ Kiev ກ່າວ​ວ່າ ພວກ​ທີ່​ໄດ້​ຮັບເຄາະ​ຫລາຍ​
ຄົນ​ແມ່ນພວກ​ປະຊາຊົນ​ທີ່​ຂາດ​ບ່ອນ​ເພິ່ງພາ​ອາ​ໄສ​ໃນເມືອງ​ຫລວງ​ຂອງ​ Ukrain ນັ້ນ.

ຫິມະ​ຕົກ​ແລະ​ອຸນຫະພູມ​ທີ່​ຕົກ​ລົງ​ຕໍ່າ​ສຸດ​ໄດ້​ຄອບ​ງໍາ​ປະຊາ​ຊົນ​ໃນ​ແຫລມ Balkan ​ເຊ່ນ
ກັນ ບ່ອນ​ທີ່​ຫລາຍໆ​ຄົນໄດ້ຄ້າງ​ຄາ​ຢູ່​ໃນ​ບ້ານ​ເຮືອນ​ຫລື​ລົດ​ລາ​ຂອງ​ເຂົາ​ເຈົ້າ ​ແລະ​ມີ​ລາຍ​
ງານວ່າ​ 6 ຄົນ​ໄດ້​ເສຍ​ຊີວິດ​ໄປ. ລັດຖະບານ​ຂອງ Bosnia-Herzegovina ​ໄດ້​ປະກາດ​
ພາວະ​ສຸກ​ເສິນ​ໃນ​ວັນ​ເສົາ​ວານ​ນີ້. ​ຢູ່ໃນຫລາຍໆເຂດແຄມ​ຝັ່ງ​ຂອງ Croatia ບ່ອນ​ທີ່​ຫິມະ
ບໍ່​ສູ້​ຕົກນັ້ນ​ ກໍໄດ້​ມີ​ການ​ສົ່ງ​ໜ່ວບທະຫານ​ໄປ​ຊ່ອຍ​ຊີວິດ​ພວກຜູ້​ຄົນ​ທີ່ຕົກ​ຄ້າງຢູ່​ໃນ​ບ້ານ
ເຮືອນ ​ແລະ​ລົດ​ລາ​ເຊ່ນ​ກັນ.

ບໍລິ​ສັດ Gazpron ຊຶ່ງ​ເປັນ​ບໍລິສັດ​ຜູກຂາດ​ສົ່ງ​ອອກ​ແກ​ສຂອງຣັດ​ເຊຍ ກ່າວ​ວ່າ ຕົນ​ບໍ່​ສາ
ມາດສົ່ງ​ແກ​ສ​ໃຫ້​ພວກ​ປະ​ເທດ​ທ່ີ​ຂາດ​ແຄນ​ແກ​ສ​ໃນ​ຢ່າງ​ໜ້ອຍ 8 ປະ​ເທດ​ໃນ​ທະວີບຢູ​ໂຣບ
ນັບ​ແຕ່ປະ​ເທດ Poland ​ ໄປ​ຮອດອີ​ຕາ​ລີ ທາງ​ໃຕ້​ຂອງ​ຢູ​ໂຣບນັ້ນ​.

ກຸງ Rome ນະຄອນຫລວງ​ຂອງ​ອີ​ຕາ​ລີ ​ແມ່ນ​ກໍາລັງປະ​ເຊີນ​ກັບ​ຫິມະຕົກ​ໜັກ​ທີ່​ສຸດ​ໃນ
ຮອບ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ. ທາງການ​ອີ​ຕາ​ລີ​ຈໍາ​ເປັນ​ຕ້ອງ​ອັດ​ສະຖານ​ທີ່​ທ່ອງ​ທ່ຽວ
ຫລາຍ​ແຫ່ງຮວມທັງ​ Colosseum ​ແລະ Roma Forum ​ບໍລິ​ເວນທີ່​ເຄີຍ​ເປັນ​ສະພາ​
ຂອງ​ສະ​ໄໝ​ໂຣມັນ.

ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ຖືກ​ຊ່ອຍ​ກູ້​ຊີວິດ​ໃນ​ວັນ​ເສົາ​ວານ​ນີ້ ​ຈາກ​ເຮືອ​ທີ່​ຄ້າງ​ຄາ​ຢູ່​ນອກ​ຝັ່ງ
ເມືອງທ່າ Civitvecchia ຂອງ​ອີ​ຕາ​ລີ ອັນ​ເປັນ​ປະສົບ​ການ​ທີ່ໜ້າ​ຢ້ານ​ກົວຕາມທີ່​ພວກ​ຄົນ
ໂດຍສານບາງ​ຄົນ​ໃນ​ເຮືອ ​ໄດ້ບັນ​ລະ​ຍາຍໃຫ້​ຟັງ​ນັ້ນ.

XS
SM
MD
LG