ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເສດຖະກິດຂອງເຂດ​​ຢູ​ໂຣ ​ຫົດຕົວ​ເກີນຄາດໝາຍ (ວີດິໂອ)


European Recession Now Longer Than 2008 Financial Crisis
please wait

No media source currently available

0:00 0:02:13 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້

ເສດຖະກິດຂອງຢູໂຣ​ໂຊນ ຫລື​ເຂດ​ໃຊ້​ເງິນ​ຢູ​ໂຣ ​ໄດ້ຫົດຕົວ
​ເຂົ້າ​ເກີນຄາດໝາຍໃນ​ໄລຍະ​ສາມ​ເດືອນ​ຕົ້ນປີ 2013 ນີ້ ຄື
ຕົກຕໍ່າລົງສອງສ່ວນສິບຂອງ ນຶ່ງເປີເຊັນໃນລະຫວ່າງເດືອນ
ມັງກອນຫາເດືອນມີນາ. ຂໍ້ມູນໃໝ່ນີ້ໝາຍເຖິງວ່າ ບັດນີ້ ​ເຂດ
17 ປະເທດທີ່ໃຊ້ເງິນຢູໂຣ ​ໄດ້ຕົກຢູ່ໃນສະພາວະເສດຖະກິດ
ຖົດຖອຍ ເປັນຫົກໄຕມາດລຽນຕິດ​ແລ້ວ ຄືດົນກວ່າສະພາວະ
ຖົດຖອຍຢ່າງ​ໃຫຍ່ ທີ່ຕິດຕາມມາຫລັງ​ຈາກວິກິດການການ
ເງິນຂອງ​ໂລກ​ໃນປີ 2008 ນັ້ນ. Mil Arcega ຜູ້ສື່ຂ່າວວີໂອ
ເອມີລາຍງານເລຶ່ອງນີ້ ຊຶ່ງທອງປານຈະນໍາມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ລິງໂດຍກົງ

ເມກ​ເຝື້ອ​ຂອງພາຍຸລູກໃໝ່ກໍາລັງຄຸກຄາມເສດຖະກິດຂອງພາກພື້ນຢູໂຣບ. ຄື ​ໃນ​ຈໍ​າ
ນວນ 17 ປະເທດທີ່ໃຊ້ເງິນຕາຢູໂຣດຽວກັນນັ້ນ ມີເກົ້າປະເທດດ້ວຍກັນ ທີ່ບັດນີ້ ຕົກຢູ່
ໃນສະພາວະ​ເສດຖະກິດຖົດຖອຍ ​ແລະ​ເຖິງ​ແມ່ນ​ວ່າບໍ່ຮ້າຍແຮງ ເທົ່າກັບທີ່ເກີດຂຶ້ນ
ຫຼັງຈາກວິກິດການການເງິນ​ໂລກປີ 2008 ນັ້ນ​ກໍ​ຕາມ ​ແຕ່ ທ່ານ Jorg Kramer ຫົວໜ້າ
ຄະນະນັກເສດຖະສາດປະຈໍາທະນາຄານ Commerzbank ກໍເວົ້າວ່າ ຄັ້ງນີ້ປາກົດວ່າ
ດົນນານທີ່ສຸດ.

ທ່ານ ເຄຣມເມີ ເວົ້າວ່າ: “ປົກກະຕິແລ້ວ ສະຖາວະດັ່ງກ່າວຈະດົນນານ ພຽງ ສອງ
ສາມ ຫຼືສູງສຸດ
ກໍສີ່ໄມາດເທົ່ານັ້ນ. ແຕ່ຫົກໄຕມາດແມ່ນດົນຫຼາຍ. ແລະ ທີ່ເຮັດ
ໃຫ້ຊໍ້າຮ້າຍລົງໄປກວ່ານີ້ອີກ
ກໍ​ຄືຕົວຊີ້ບອກ​ການ​ກ້າວ​ໄປຂ້າງໜ້າ ​ເຊ່ນ PMI ຊຶ່ງ
ເປັນຕົວວັດແທກກິດຈະກໍາການຜະລິດ
ຂອງ ພວກປະເທດໃຊ້ເງິນ ຢູໂຣນັ້ນ ໄດ້
ຕົກຕໍ່າລົງສອງເດືອນລຽນຕິດ
. ສະນັ້ນແລ້ວ ກໍ​ແມ່ນ​ວ່າພວກເຮົາກໍາລັງມີບັນຫາ
ຢ່າງແທ້ຈິງໃນເຂດຢູໂຣໂຊນ.”


ໃນປະເທດຝຣັ່ງ ຊຶ່ງເປັນເສດຖະກິດໃຫຍ່ອັນດັບສອງຂອງຢູໂຣບນັ້ນ ບໍ່ແມ່ນ​ແຕ່ຜ້າພົມ
ປູ​ພື້ນ​ຍ່າງ ຄືຢູ່ໃນງານມະຫະກໍາຮູບເງົາທີ່ມີຊື່ສຽງທີ່​ເມືອງ Cannes ​ເທົ່າ​ນັ້ນ ທີ່ເປັນສີ
ແດງ ຊຶ່ງ​ໝາຍ​ເຖິງ​ສະຖານ​ນະ​ການ​ດ້ານ​ການ​ເງິນທີ່​ຂາດທຶນ​ນັ້ນ ທ່ານ Carsten
Brzeski ນັກເສດຖະກິດອາວຸໂສ ປະຈໍາສະຖາບັນການ ເງິນ ING ເວົ້າວ່າ ການຫົດຕົວ
​ເຂົ້າສອງເທົ່າຕົວ ຂອງເສດຖະກິດຂອງຝຣັ່ງ ໝາຍເຖິງບັນຫາທີ່​ຈະ​ມີ ເພີ່ມຂຶ້ນ.

ທ່ານ Brzeski ເວົ້າວ່າ: “ພວກເຮົາຫລຽວເຫັນແສງໄຟພໍລາງໆ ຢູ່ສົ້ນອຸໂມງຢູ່ໃນ
ປະເທດສະເປນ ໃນກຣີສ ຍ້ອນວ່າຢູ່ທີ່ນັ້ນພວກເຮົາເຫັນ
ວ່າ ການປະຕິຮູບດ້ານ
ໂຄງສ້າງກໍາລັງໄດ້ຜົນ. ​ແຕ່ທີ່ຝຣັ່ງນັ້ນ ​ແມ່ນຍັງບໍ່ເຫັນຫຍັງເກີດຂຶ້ນຈົນ​ຮອດດຽວນີ້.”

ແມ່ນແຕ່ເຢຍຣະມັນ ຊຶ່ງເປັນເສດຖະກິດທີ່ໃຫຍ່ທີ່​ສຸດຂອງພາກພື້ນຢູໂຣບ ກໍ​ເກື​ອບບໍ່ພົ້ນ
ຈາກສະພາວະຖົດຖອຍ​ ຄືມີການເຕີບໂຕ ພຽງນຶ່ງສ່ວນສິບຂອງນຶ່ງເປີເຊັນເທົ່ານັ້ນ ໃນ ລະຫວ່າງເດືອນມັງກອນ ຫາ​ທ້າຍເດືອນມີນາ ປີນີ້.

​ເນື່ອງ​ຈາກມີປະຊາກອນລວມທັງໝົດຫຼາຍກວ່າຫ້າຮ້ອຍລ້ານຄົນນັ້ນ ປັດຈຸບັນນີ້ ສະຫະ
ພາບຢູໂຣບ ຫຼືອີຢູ ​ແມ່ນເປັນຕະຫຼາດສໍາລັບ​ສິນຄ້າສົ່ງອອກ ທີ່ໃຫຍ່ທີ່ສຸດຂອງໂລກ. ແລະນັ້ນໝາຍຄວາມວ່າ ການຊັກຊ້າລົງຂອງ​ເສດຖະກິດຢູ່ທີ່ນັ້ນ ກໍອາດສາມາດສົ່ງຜົນ
ກະທົບຕໍ່ເສດຖະກິດຂອງສະຫະລັດນໍາດ້ວຍ. ທ່ານ Greg McBride ແຫ່ງທະນາຄານ
Bank Rate.com ກ່າວຕໍ່ວີໂອເອ ຜ່ານ Skype ວ່າ:

“ຂ້າພະເຈົ້າໝາຍເຖິງວ່າ ຢູໂຣບກໍາລັງຕົກຢູ່ໃນສະພາວະຖົດຖອຍ ​ເສດຖະກິດຈີນ
ກໍກໍາລັງຊັກຊ້າລົງ ແຕ່ປັດຈຸບັນນີ້ ແມ່ນແຕ່
ຕົວເລກ​ພື້ນຖານຂອງພວກເຮົາເອງ ແທ້ໆແລ້ວກໍຍັງບໍ່​ຄ່ອຍ​ດີ​ປານໃດ. ສະນັ້ນແລ້ວ ພວກເຮົາກໍ​ແມ່ນຕົກຢູ່ໃນສະຖານ
​ນະ​ການ
ທີ່ພວກເຮົາໄດ້ເຫັນໃນທຸກໆ​ປີ ຂອງໄລຍະສາມປີທີ່ຜ່ານມາ ຊຶ່ງ​ເສດຖະ
ກິດ​ແມ່ນ
ເລີ່ມຕົ້ນຂຶ້ນດີຫຼາຍໃນສາມ ຫຼືສີ່ເດືອນທໍາອິດຂອງປີ ​ແຕ່​ບາດ​ແລ້ວ ພວກ
ເຮົາກໍ​ແມ່ນມັກ​ຈະ​ກ້າວເຂົ້າສູ່ ການຊັກຊ້າລົງ ໃນປະມານໄຕມາດທີ່ສອງ.”

ບັນດານັກວິເຄາະເວົ້າວ່າ ມາດຕະການປະຫຍັດມັດທະຍັດຂອງລັດຖະບານ ທີ່ມີໜີ້ສິນ
ຫຼວງຫຼາຍ ເຊັ່ນ ກຣີສ ສະເປນ ແລະອິຕາລີນັ້ນ ​ໄດ້​ມີ​ສ່ວນພາໃຫ້ ເກີດອັດຕາການວ່າງ
ງານສູງເປັນປະວັດການ ຢູ່ພາຍໃນ​ເຂດປະເທດທີ່ໃຊ້ເງິນຢູໂຣ ແລະມີ​ສ່ວນ​ເຮັດໃຫ້
ເສດຖະກິດຊັກຊ້າລົງ ຊຶ່ງບັນດານັກຄາດການລ່ວງໜ້າເວົ້າວ່າ ຄົງ​ຈະ​ດໍາ​ເນີນໄປຈົນກວ່າ
ຕົ້ນປີ 2014 ພຸ້ນ​ລະ.
XS
SM
MD
LG