ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ນໍາ EU ປະຊຸມຫາລືກັນ ເລື້ອງວິກິດການເສດຖະກິດ ຂອງຢູໂຣບ (ເບິ່ງວີດີໂອ)


ຄະນະລັດຖະມົນຕີການເງິນຂອງຢູໂຣບປະຊຸມກັນເລຶ່ອງເສດຖະກິດ ທີ່ Brussels ປະເທດ ເບລຢ້ຽມ ເມື່ອວັນເສົາທີ່ 22 ເດືອນຕຸລານີ້
ຄະນະລັດຖະມົນຕີການເງິນຂອງຢູໂຣບປະຊຸມກັນເລຶ່ອງເສດຖະກິດ ທີ່ Brussels ປະເທດ ເບລຢ້ຽມ ເມື່ອວັນເສົາທີ່ 22 ເດືອນຕຸລານີ້

ຄະນະລັດຖະມົນຕີກະຊວງການເງິນຂອງ​ສະຫະພາບ​ຢູໂຣບ ທີ່ພົບປະກັນຢູ່ນະຄອນ
ຫລວງ Brussels ປະເທດເບລຢ້ຽມ ເມື່ອວັນເສົາວານນີ້ ກ່າວວ່າ ພວກເຂົາເຈົ້າ​ໄດ້​ທໍາຄວາມກ້າວໜ້າໃນການຮ່າງແຜນການນຶ່ງ​ໂດຍ​ສັງ​ເຂ​ບເພື່ອສ້າງຄວາມທຸ່ນທ່ຽງໃຫ້
ແກ່ພວກທະນາຄານ ແລະເພີ່ມງົບປະມານ ຊ່ວຍ​ກອບ​ກູ້ພວກປະເທດທີ່ໃຊ້ເງິນຢູໂຣ.

ຫລັງຈາກອະພິປາຍກັນເປັນເວລາຫລາຍຊົ່ວໂມງ ຄະນະລັດຖະມົນຕີໄດ້ເຫັນພ້ອມກັນ ເຖິງຄວາມຈໍາເປັນທີ່ຈະຕ້ອງປ້ອນເງິນຕື່ມອີກປະມານ 140 ພັນລ້ານໂດລາເຂົ້າໃສ່ບັນດາ
ທະນາຄານຢູໂຣບ ເພື່ອປ້ອງກັນບໍ່ໃຫ້ທະນາຄານ​ເຫລົ່າ​ນັ້ນຂາດທຶນໃນກໍລະນີທີ່ປະເທດ
ກຣີສຜິດສັນຍາຊໍາລະໜີ້.

ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ ແລະທ່ານ Nicolas Sar
kozy ປະທານາທິບໍດີຝຣັ່ງ ບອກພວກຜູ້ສື່ຂ່າວເມື່ອວັນເສົາວານນີ້ວ່າ ໄດ້ມີການ​ທໍາ
ຄວາມກ້າວໜ້າ ໃນລະຫວ່າງການປຶກສາຫາລືກັນ ແລະສະແດງຄວາມເຫັນໃນແງ່ດີວ່າ
ການແກ້ໄຂບັນຫາຈະ​ເຮັດສໍ​າ​ເລັດ ໃນກອງປະຊຸມສຸດຍອດ​ໃນວັນພຸດຕໍ່ໜ້ານີ້

ພວກຜູ້ນໍາທັງສອງ ພົບປະກັນເມື່ອວັນເສົາວານນີ້ ທີ່ນະຄອນຫລວງ Brussels ເພື່ອ ສະສາງຂໍ້ແຕກຕ່າງຂອງພວກເຂົາເຈົ້າກ່ອນກອງປະຊຸມກັບພວກຜູ້ນໍາທີ່ໃຊ້ເງິນຢູໂຣອື່ນໆ
ໃນວັນອາທິດມື້ນີ້.

ເບິ່ງວີດີໂອກ່ຽວກັບການປະທ້ວງຢູ່ອີຕາລີ:

XS
SM
MD
LG