ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການນັດຢຸດງານ ຍັງດຳເນີນຢູ່ຕໍ່ມາ ທີ່ປະເທດກຣີສ (ເບິ່ງວີດີໂອ)


ຜູ້ປະທ້ວງຄົນນຶ່ງແກວ່ງລະເບີດນໍ້າມັນເຂົ້າໃສ່ຕຳຫຼວດ ໃນລະຫວ່າງການປະທະກັນ ທີ່ນະຄອນຫຼວງເອເທັນ (20 ຕຸລາ 2011)
ຜູ້ປະທ້ວງຄົນນຶ່ງແກວ່ງລະເບີດນໍ້າມັນເຂົ້າໃສ່ຕຳຫຼວດ ໃນລະຫວ່າງການປະທະກັນ ທີ່ນະຄອນຫຼວງເອເທັນ (20 ຕຸລາ 2011)

ພວກປະທ້ວງຊາວກຣີສໄດ້ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງເປັນມື້ທີ 2 ທີ່ນະຄອນ
ຫຼວງເອເທັນໃນວັນພະຫັດມື້ນີ້ ຂະນະທີ່ສະມາຊິກສະພາແຫ່ງຊາດ ກະກຽມການລົງຄະແນນ
ສຽງຮອບສຸດທ້າຍ ກ່ຽວກັບແຜນການປະຢັດມັດທະຍັດໃໝ່ທີ່ມີຄວາມຈຳເປັນ ເພື່ອໃຫ້ໄດ້ຮັບ
ເງິນຊ່ອຍເຫຼືອທີ່ໄດ້ມີການອະນຸມັດໄປແລ້ວນັ້ນ.

ໃນມື້ວັນພຸດວານນີ້ມີພວກເດີນຂະບວນ 100,000 ຄົນໄປໂຮມຊຸມນຸມກັນທີ່ຈະຕຸລັດ Syn-
tagma ຫຼືລັດຖະທຳມະນູນຢູ່ນອກຕຶກຫໍສະພາແຫ່ງຊາດ. ພວກປະທ້ວງທີ່ແກວ່ງກ້ອນຫີນ
ແລະລະເບີດໄຟໄດ້ປະທະກັນກັບຕຳຫຼວດ ທີ່ໄດ້ຍິງລະເບີດນໍ້າຕາ ແລະລະເບີດສຽງດັງທີ່ທຳ
ໃຫ້ຕື່ນຕົກໃຈ ເຂົ້າໃສ່.

ເຈົ້າໜີ້ຕ່າງປະເທດຂອງກຣີສ ໄດ້ທວງໃຫ້ເອເທັນ ຮັບຮອງເອົາແຜນການປະຢັດມັດທະຍັດ ເພື່ອເປັນເງື່ອນໄຂໃນການທີ່ຈະໄດ້ຮັບເງິນງວດໃໝ່ຈາກເງິນຊ່ອຍເຫຼືອໃນມູນຄ່າ 159 ພັນ
ລ້ານໂດລາ ເພື່ອໃຫ້ກຣີສສາມາດຫຼີກລ້ຽງຈາກການຜິດສັນຍາ ໃນການຈ່າຍງວດເງິນກູ້ຢືມ
ໃນເດືອນໜ້ານີ້.

ສ່ວນໃຫຍ່ຂອງສະມາຊິກພັກສັງຄົມນິຍົມແມ່ນໃຫ້ການອະນຸມັດໃນຂັ້ນຕົ້ນແລ້ວຕໍ່ແຜນການ
ທີ່ຈະຂຶ້ນພາສີແລະຕັດວຽກການຂອງລັດຖະບານລົງນັ້ນ.

ນອກນັ້ນ ພວກປະທ້ວງຍັງໄດ້ພາກັນລົງສູ່ຖະໜົນຫົນທາງໃນຫົວເມືອງອື່ນໆຂອງກຣີສໃນ
ມື້ວັນພຸດວານນີ້ ຂະນະທີ່ການສືບຕໍ່ນັດຢຸດງານຢູ່ໃນທົ່ວປະເທດ ໄດ້ເຮັດໃຫ້ຂີ້ເຫຍື້ອກອງ
ຄູນກັນຂຶ້ນ ຢູ່ຕາມຫົວເມືອງຕ່າງໆອັດສະຖານທີ່ທ່ອງທ່ຽວແລະອັດການປະຕິບັດງານຂອງ
ລັດຖະບານລົງ.

ຂະນະດຽວກັນ ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ແລະນາຍົກລັດຖະມົນຕີ
ເຢຍຣະມັນ ທ່ານນາງ Angela Merkel ໄດ້ພົບປະກັນທີ່ນະຄອນແຟຣັງເຟີຣທໃນມື້ວັນ
ພຸດວານນີ້ເພື່ອປຶກສາຫາລືກັນກ່ຽວກັບຊ່ອງທາງຕ່າງໆໃນການແກ້ໄຂວິກິດການໜີ້ສິນຂອງ
ທະວີບກ່ອນກອງປະຊຸມສຸດຍອດສະຫະພາບຢູໂຣບທີ່ນະຄອນ Brussels ໃນມື້ວັນອາທິດ
ຈະມານີ້.

XS
SM
MD
LG