ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

9 ປະເທດ ເຂດຢູໂຣ ຖືກຫຼຸດລະດັບ ຄະແນນສິນເຊື່ອ


ລັດຖະມົນຕີກະຊວງການເງິນແລະເສດຖະກິດຂອງຝຣັ່ງ ທ່ານ Francois Baroin ຖະແຫຼງຕໍ່ໂທລະພາບແຫ່ງ ຊາດລຸນຫຼັງ ທີ່ໄດ້ມີການຫຼຸດລະດັບຄະແນນສິນເຊື່ອຂອງຝຣັ່ງ (13 ມັງກອນ 2012)
ລັດຖະມົນຕີກະຊວງການເງິນແລະເສດຖະກິດຂອງຝຣັ່ງ ທ່ານ Francois Baroin ຖະແຫຼງຕໍ່ໂທລະພາບແຫ່ງ ຊາດລຸນຫຼັງ ທີ່ໄດ້ມີການຫຼຸດລະດັບຄະແນນສິນເຊື່ອຂອງຝຣັ່ງ (13 ມັງກອນ 2012)

ອົງການ​ໃຫ້​ຄະ​ແນນ​ລະດັບສິນ​ເຊື່ອ Standard and Poor’s ​ໄດ້​ຫຼຸດ​ຄະ​ແນນຂອງ 9 ປະ
ເທດ​ໃນ​ຢູ​ໂຣບລົງ​ໂດຍ​ກ່າວ​ວ່າ ພວກ​ຜູ້ນຳ​ຂອງ​ປະ​ເທດ​ເຫຼົ່ານີ້​ ໄດ້ມີ​ການ​ເຄື່ອນ​ໄຫວ​ຊ້າ​ຫຼາຍ​
ໃນ​ການ​ເສີມ​ຂະຫຍາຍ​ຄວາມ​ເຂັ້ມ​ແຂງໃຫ້​ແກ່​ລະບົບການ​ເງິນ ແກ່ເຂດ​ໃຊ້​ເງິນ​ຢູ​ໂຣ ທີ່​ພວມ
ປະສົບ​ກັບ​ບັນຫານັ້ນ.

ຝຣັ່ງ​ໄດ້​ສູນ​ເສຍ​ລະດັບສິນ​ເຊື່ອ​ສູງ​ສຸດ AAA ຂະນະ​ທີ່​ອີ​ຕາ​ລີ​ແລະ​ສະ​ເປ​ນ​ໄດ້​ຖືກ​ຫຼຸດລະດັບ
ລົງ 2 ຂັ້ນ. ​ເຢຍຣະມັນ​ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ສຸດ ​ໃນ​ຢູ​ໂຣບຍັງ​ສາມາດ​ຮັກ
ສາລະດັບສິນ​ເຊື່ອ AAA ​ໄວ້​ຄື​ເກົ່າ.

ການ​ມີ​ລະດັບ​ສິນ​ເຊື່ອ​ທີ່​ຫຼຸດຕໍ່າລົງ​ອາດ​ເຮັດ​ໃຫ້​ຕົ້ນທຶນ​ໃນ​ການ​ກູ້​ຢືມເງິນ​ແພງ​ຂຶ້ນສຳລັບ​ລັດ
ຖະບານ​ຂອງຫຼາຍໆ​ປະ​ເທດ.

ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງຝຣັ່ງ ທ່ານ Francois Baroin ​ເອີ້ນການຫຼຸດລະດັບຄະ
ແນນ​ສິນ​ເຊື່ອ​ດັ່ງກ່າວ​ນີ້ວ່າ ​ເປັນ​ຂ່າວ​ທີ່​ບໍ່​ດີ​ແຕ່​ບໍ່​ເຖິງ​ກັບ​ຂັ້ນຮ້າຍ​ແຮງ. ທ່ານ​ເວົ້າວ່າ ອົງການ
ໃຫ້​ຄະ​ແນນ​ລະດັບ​ສິນ​ເຊື່ອ​ຈະ​ບໍ່​ສາມາດ​ບົງ​ການ​ນະ​ໂຍບາຍ​ເສດຖະກິດ​ຂອງຝຣັ່ງ​ໄດ້.

ທີ່​ປະ​ເທດ​ກຣີສ ບ່ອນ​ທີ່​ວິ​ກິດ​ການ​ໜີ້ສິນ​ໃນ​ຢູ​ໂຣບ​ເລີ່​ມຂຶ້ນນັ້ນ ກຸ່ມ​ໃຫ້​ເງິນ​ກູ້​ຢືມຂອງ​ເອກະ
ຊົນ​ກຸ່ມ​ນຶ່ງ​ໄ​ດ້ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່​ລັດຖະບານ ​ແຕ່​ບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ ​ເພື່ອ​ຊ່ອຍ​
ຫຼຸດຜ່ອນ​ໜີ້ສິນ​ຂອງ​ຊາດໄດ້.

XS
SM
MD
LG