ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນຫາເສດຖະກິດ ຂອງພວກປະເທດເຂດຢູໂຣ ຮ້າຍແຮງໜັກຂຶ້ນ (ເບິ່ງວີດີໂອ)


ພວກປະທ້ວງຕໍ່ຕ້ານແຜນການປະຢັດມັດທະຍັດເສດຖະກິດຂອງກຣີສ
ຊຸກຍູ້ຕໍາຫລວດອອກ ຢູ່ນອກຕຶກລັດຖະສະພາກຣີສ ທີ່ກຸງ
Athens.
ວັນທີ 18 ກັນຍາ, 2011.
ພວກປະທ້ວງຕໍ່ຕ້ານແຜນການປະຢັດມັດທະຍັດເສດຖະກິດຂອງກຣີສ ຊຸກຍູ້ຕໍາຫລວດອອກ ຢູ່ນອກຕຶກລັດຖະສະພາກຣີສ ທີ່ກຸງ Athens. ວັນທີ 18 ກັນຍາ, 2011.

ຄວາມ​ບໍ່​ແນ່​ໃຈ​ທາງ​ດ້ານ​ເສດຖະກິດ​ພວມປາກົດ​ອອກ​ມາ​ໃຫ້​ເຫັນ​ໃນ​ຂົງ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ ຫລັງ​ຈາກ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ສິນ​ເຊື່ອ​ຂອງ​ອີ​ຕາ​ລີ​ລົດ​ລົງ ແລະ​ໃນ​ຂະນະ​ທີ່ Greece ກໍາລັງ​ລໍຖ້າ​ການ​ຕັດສິນ​ໃຈ​ກ່ຽວກັບ​ການໃຫ້ເງິນ​ຊ່ອຍ​ເຫລືອງ​ວດ​ໃໝ່​ໃນ​ການ​ຈ່າຍ​ໜີ້​ສິນ​ຂອງ​ຕົນຢູ່​ນັ້ນ.

ບໍລິສັດ​ໃຫ້​ຄະ​ແນນ​ສິນ​ເຊື່ອ Standard and Poors ຫລື S&P ​ໄດ້ທົບທວນເບິ່ງ
ຄວາມເປັນໄປໄດ້ໃນການທີ່ຈະຫຼຸດຄະແນນສິນເຊື່ອຂອງ ອີຕາລີລົງ ໃນເດືອນພຶດສະ
ພາຜ່ານມາ ແລະໃນມື້ວັນຈັນວານນີ້ S&P ​ໄດ້ລົດ​ຄະ​ແນນ​ສິນ​ເຊື່ອ​ຂອງ​ອີ​ຕາ​ລີ ຈາກ
ລະດັບ A+ ລົງ​ມາ​ເປັນ​ລະດັບ A ​ແລະ​ມີພາບ​ພົດ​ໄປໃນ​ທາງ​ລົບ​ນັ້ນ.

ບໍລິສັດ S&P ກ່າວ​ວ່າ ມີ​ຫລາຍ​ປັດ​ໄຈ​ທີ່ພາໃຫ້ມີການ​ຕັດສິນ​ໃຈລົດ​ຄະ​ແນນ​ສິນ​ເຊື່ອ​ລົງ
ໃນຄັ້ງ​ນີ້ ທີ່​ຮວມທັງ​ຄວາມ​ອ່ອນ​ແອ​ທາງ​ດ້ານ​ເສດຖະກິດ ງົບປະມານ ​ແລະ​ການ​ເມືອງ​ ນັ້ນນໍາ.

ໃນ​ສັບປະດາ​ຜ່ານ​ມາ​ນີ້ ລັດຖະສະພາ​ອີ​ຕາ​ລີ​ໄດ້​ຮັບ​ຮອງ​ເອົາ​ແຜນການ​ປະຢັດ​ມັດທະຍັດ
ສະບັບ​ນຶ່ງ ທີ່​ມີ​ມູນ​ຄ່າ​ຫລາຍ​ກວ່າ 80 ຕື້​ໂດ​ລາ​ນັ້ນ. ທາງ​ລັດຖະບານ​ອີ​ຕາ​ລີ​ຫວັງ​ວ່າ ​ແຜນ
ການ​ປະຢັດ​ມັດທະຍັດ​ນີ້ ຈະ​ເຮັດໃຫ້ງົບປະມານ​ຂອງ​ອີ​ຕາ​ລີ​ສົມ​ດຸນພາຍ​ໃນ​ປີ 2013.
ອີ​ຕາ​ລີ​ເປັນ​ປະ​ເທດ​ທີ່ມີການ​ເສດຖະກິດ​ໃຫຍ່​ສຸດ​ອັນ​ດັບ​ສາມ​ ໃນ​ເຂດ​ເງິນ​ຢູ​ໂຣ.

ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ກຣີສປະກາດ​ໃຫ້​ຮູ້​ກ່ຽວ​ກັບ​ການ​ຮຽກ​ກອງ​ປະຊຸມ​ຄັ້ງ
ທີ​ສອງ​ຂຶ້ນ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບ ທະນາຄານ​ກາງ​ຢູ​ໂຣບ
ແລະ​ກອງທຶນ​ສາກົນ​ IMF ຊຶ່ງກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້​ທີ່​ມີ​ວັດ​ຖຸປະສົງ​ເພື່ອ​ສ້າງ​
ຄວາມ​ພໍ​ໃຈໃຫ້​ແກ່​ພວກ​ທີ່ໃຫ້​ເງິນ​ກູ້​ຢືມ​ກ່ອນ​ໜ້າການໃຫ້ເງິນ​ຊ່ອຍ​ເຫລືອ​ຮອບ​ຕໍ່​ໄປ​ນັ້ນ.

ກຣີສກໍາລັງ​ປະ​ເຊີນ​ກັບການ​ທີ່​ຈະບໍ່ສາມາດ​ຈ່າຍ​ໜີ້​ສິນໄດ້​ໃນ​ເດືອນ​ໜ້າ​ນີ້ ນອກຈາກ​ວ່າ
ຕົນ​ຈະ​ໄດ້​ຮັບ​ເງິນ​ງວດ​ໃໝ່​ຈາກຈໍານວນ 159 ຕື້​ໂດ​ລາທີ່​ສະຫະພາບ​ຢູ​ໂຣບ​ ແລະ​ກອງ​
ທຶນ​ສາກົນ​ໄດ້​ຮັບ​ອະນຸມັດ​ໃຫ້​ແລ້ວ​ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບບັນຫາເສດຖະກິດຂອງຢູໂຣບ ພາສາອັງກິດ:

XS
SM
MD
LG