ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາຜູ້ນໍາພັກຕ່າງໆຂອງກຣີສ ສືບຕໍ່ທໍາການເຈລະຈາ ເລື້ອງການຕັ້ງລັດຖະບານຊົ່ວຄາວ


ທ່ານ Evangelos Venizelos ລັດຖະມົນຕີການເງິນ ຂອງກຣິສ ເດີນທາງໄປ
ຮ່ວມກອງປະຊຸມການເງິນຂອງພວກລັດຖະມົນຕີການເງິນຂອງອີຢູທີ່ກຸງ Brussels,
ວັນທີ 8 ພະຈິກ 2011.
ທ່ານ Evangelos Venizelos ລັດຖະມົນຕີການເງິນ ຂອງກຣິສ ເດີນທາງໄປ ຮ່ວມກອງປະຊຸມການເງິນຂອງພວກລັດຖະມົນຕີການເງິນຂອງອີຢູທີ່ກຸງ Brussels, ວັນທີ 8 ພະຈິກ 2011.

ບັນດາ​ຜູ້​ນໍາ​ພັກ​ຕ່າງໆ​ຂອງ​ກຣີສສືບ​ຕໍ່​ທໍາ​ການ​ເຈລະຈາ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ
ຄວາມ​ພະຍາຍາມ​ເພື່ອ​ປະກອບ​ຄະນະ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ຂຶ້ນ. ພວກ​
ລັດຖະມົນຕີ​ການ​ເງິນ​ຂອງ​ສະຫະພາບ​ຢູ​ໂຣບຫລື ອີ​ຢູ ກໍາລັງ​ລໍຖ້າໃຫ້​ກຣີສ​ປະກອບ​
ຄະນະ​ລັດຖະບານ​ໃໝ່​ຂຶ້ນ​ ກ່ອນຈະ​ຕັດສິນ​ໃຈ​ວ່າ​ ຈະ​ມອບ​ເງິນ​ງວດ​ໃໝ່​ຈາກ​ກອງ​ທຶນ
ຊ່ອຍ​ກູ້​ໜີ້​ສິນ​ທີ່ໄດ້​ອະນຸມັດ​ໄປ​ແລ້ວນັ້ນ ​ໃຫ້ກຣີສ ຫລື​ບໍ່?

ພວກ​ລັດຖະມົນຕີ​ການ​ເງິນ​ຂອງ​ອີ​ຢູ ​ໄດ້​ປະຊຸມ​ກັນ​ໃນ​ຄືນ​ວັນ​ຈັນ​ວານ​ນີ້​ທີ່​ກຸງ Brus
sels ​ເພື່ອ​ພິຈາລະນາ​ເງິນ​ຊ່ອຍ​ກູ້​ໜີ້​ສິນ​ຈໍານວນ 11 ຕື້​ໂດ​ລາ​ແກ່​ກຣີສນັ້ນ ​ແລະ​ໄດ້​
ຕັດສິນ​ໃຈ​ລໍຖ້າ​ຟັງ ການ​ແກ້​ໄຂ​ລະຫວ່າງ​ທ່ານ George Papandreou ນາຍົກລັດ
ຖະມົນຕີກຣີສ ​ແລະຜູ້​ນໍາ​ຝ່າຍ​ຄ້ານ​ ​ທ່ານ Antonis Samaras ກ່ຽວ​ກັບ​ການ​ປະ
ກອບ​ຄະນະ​ລັດຖະ ບານ​ຮັກສາ​ການ​ຊົ່ວຄາວ ​ແລະ​ຄໍາ​ໝັ້ນ​ໝາຍ​ຕໍ່​ຂໍ້​ຕົກລົງ​ຊ່ອຍ​ກູ້​
ໜີ​ສິ້ນ​ຂອງກຣີສນັ້ນ.

ຄວາມ​ພະຍາຍາມ​ຂອງ​ນັກ​ການ​ເມືອງ​ກຣີສ 2 ທ່ານເພື່ອ​ເລືອກ​ເອົາ​ນາຍົກ​ລັດຖະມົນ
ຕີຮັກສາ​ການ​ຊົ່ວຄາວ ແມ່ນ​ດໍາ​ເນີນ​ໄປ​ຊ້າ​ກວ່າ​ທີ່​ໄດ້​ຄາດ​ຫວັງ​ກັນໄວ້​. ອະດີດ​ຮອງ​ປະ
ທານ​ທະນາຄານ​ກາງ​ຂອງ​ອີ​ຢູ ທ່ານ Lucas Papademos ​ໄດ້​ໂຜ່​ໂຕ​ຂຶ້ນ​ມາເປັນ​ຜູ້​
ທີ່ອາດຈະໄດ້​ດໍາລົງ​ຕໍາ​ແໜ່​ງນັ້ນ ​ແຕ່​ຍັງ​ບໍ່​ທັນ​ມີ​ການ​ຕັດສິນ​ໃຈ​ໃນ​ເລື້ອງ​ນີ້​ເທື່ອ.

ທ່ານ Papandreou ກໍາລັງ​ກ້າວ​ຈາກ​ຕໍາ​ແໜ່​ງ​ເພື່ອ​ໃຫ້​ມີ​ການຈັດ​ຕັ້ງຄະນະ​ລັດຖະ
ບານ​ຮັກສາ​ການ​ຊົ່ວຄາວ​ຂຶ້ນ​ມາ ຫລັງ​ຈາກໄດ້ຖອນຄໍາ​ຮຽກຮ້ອງ​ຂອງ​ທ່ານ​ເມື່ອ​ສັບປະ
ດາ​ແລ້ວ​ນີ້ ໃຫ້​ມີ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ແຜນການ​ຊ່ວຍ​ກູ້​ໜີ້​ສິນ​ຂອງ​ອີ​ຢູ ​ເພື່ອ​ຊ່ອຍ
ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ​ກຣີສນັ້ນ. ທີ່​ກຸງ​ວໍ​ຊິງ​ຕັນ ທໍານຽບຂາວ​ກ່າວ​ວ່າ ຕົນ
ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ຄວາມ​ເຫັນ​ດີ​ນໍາ​ກັນ​ຂອງ​ຊາວກຣີສ​ໃນ​ການຈັດ​ຕັ້ງ​ຄະນະ​ລັດຖະ
ບານ​ໃໝ່​ຂຶ້ນ​ມາ​ ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ການ​ເງິນ
ໂດຍໄວ.

ໃນ​ຂະນະ​ດຽວ​ກັນ ຄວາມ​ເປັນ​ຫ່ວງ​ກັງວົນອັນ​ໃໝ່​ກ່ຽວ​ກັບ​ໜີ້​ສິນ​ຂອງ​ຢູໂຣບກໍາລັງ​ໂຜ່
ໂຕ​ຂຶ້ນ​ມາ​ຢ່າງ​ໄວໃນປະ​ເທດອີ​ຕາ​ລີ ຊຶ່ງ​ເປັນ​ເສດຖະກິດທີ່ໃຫຍ່​ອັນ​ດັບ​ສາມ​ຂອງ​ອີ​ຢູ
ຮອງຈາກ​ເຢຍຣະມັນ​ແລະ​ຝຣັ່ງ. ຄ່າ​ກູ້​ຢືມ​ເງິນ​ຂອງ​ອີ​ຕາ​ລີ​ໄດ້​ເພີ່ມ​ຂຶ້ນເປັນເກືອບ 7 ​ເປີ
ເຊັນ ​ໃກ້​ລະດັບ​ທີ່​ບໍ່​ສາມາດ​ປ່ອຍ​ໃຫ້​ມີ​ຕໍ່​ໄປໄດ້ ທີ່​ໄດ້​ບັງຄັບໃຫ້ກຣີສ, Ireland ​ແລະ
Potugal ຕ້ອງໄດ້​ຮ້ອງ​ຂໍ​ເອົາ​ການ​ຊ່ວຍ​ກອບ​ກູ້​ໜີ້​ສິນ​ຈາກ​ນາໆ​ຊາດ​ໃນໄລຍະປີ​ເຄິ່ງ
ຜ່ານ​ມາ.

ນາຍົກລັດຖະມົນຕີອີຕາລີ ທ່ານ Silvio Berlusconi ກໍກໍາລັງ​ຖືກ​ກົດ​ດັນຫລາຍຂຶ້ນ
ເລື້ອຍໆ ໃຫ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ ຊຶ່ງ​ພາ​ໃຫ້​ຖານະ​ການມີສຽງ​ສ່ວນ​ຫລາຍ​ໃນ​ສະພາ
ຂອງ​ພັກ​ຂອງ​ທ່ານ​ຕົກ​ຢູ່​ໃນ​ອັນ​ຕະລາຍ. ການ​ລົງມະຕິ​ສໍາຄັນ​ກ່ຽວ​ກັບ​ການ​ເງິນ​ຂອງ
ລັດຖະບານ​ອີ​ຕາ​ລີ ​ກໍານົດ​ຈະ​ມີຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ທີ່ພວກ​ຝ່າຍ​ຄ້ານ​ ພະຍາ
ຍາມ​ຈະເອົາ​ເລື້ອງ​ນີ້​ເປັນ​ການ​ລົງ​ມະຕິ​ບໍ່ໄວ້​ວາງ​ໃຈນາຍົກລັດຖະມົນຕີ.

XS
SM
MD
LG