ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການນັດຢຸດງານ ເປັນເວລາ 48 ຊົ່ວໂມງ ທີ່ປະເທດກຣິສ


ວິກິດການການເງິນໃນປະເທດກຣິສ.
ວັນທີ 19 ຕຸລາ 2011.
ວິກິດການການເງິນໃນປະເທດກຣິສ. ວັນທີ 19 ຕຸລາ 2011.

ກາ​ນນັດ​ຢຸດ​ງານ​ທົ່ວ​ໄປ​ເປັນ​ເວລາ 48 ຊົ່ວ​ໂມງ​ກໍາລັງ​ດໍາ​ເນີນ​ໄປ​ໃນ​ປະ​ເທດ​ກຣິສ ກ່ອນ​ລັດຖະສະພາ​ຈະ​ລົງມະຕິ​ກັນ​ກ່ຽວ​ກັບ​ການ​ເອົາ​ມາດ​ຕະການ​ປະຢັດ​ມັດທະຍັດ​ເພື່ອ​ຫລີກ​ເວ້ນ​ການ​ລົ້ມ​ລະລາຍ​ນັ້ນ. ການ​ນັດຢຸດ​ງານ​ທີ່ບັນດາ​ເຈົ້າ​ໜ້າ​ທີ່​ສະຫະພັນ​ກໍາມະບານທໍານາຍ​ວ່າ​ຈະ​ເປັນ​ການ​ນັດ​ຢຸດ​ງານ​ຄັ້ງ​ໃຫຍ່​ທີ່ສຸດ​ໃນ​ຮອບ​ຫລາຍ​ປີຜ່ານມາ.

ການ​ນັດ​ຢຸດງານ​ນີ້ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ລົບກວນການ​ບໍລິການ​ດ້ານສາທາລະນະສຸກ ການ​ເດີນທາງ​ທາງ​ອາກາດ ການ​ຂົນ​ສົ່ງ​ມວນ​ຊົນການ​ໃຫ້ການ​ບໍລິການ​ດ້ານ​ສາ​ທາ​ລະນະ​ຕ່າງໆ ​ແລະ​ການ​ປິດ​ໂຮງຮຽນ.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ຄວບ​ຄຸມ​ການບິນ​ຈະ​ພາກັນ​ນັດ​ຢຸດ​ງານ​ເປັນ​ເວ ລາ 12 ຊົ່ວ​ໂມງ​ ແທນ​ທີ່ຈະ​ນັດ​ຢຸດ​ງານ​ເປັນ​ເວລາ 48 ຊົ່ວ​ໂມງ​ເຕັມ​ນັ້ນ.

ນາຍົກລັດຖະມົນຕີກຣິສ ທ່ານ George Papandreou ​ໄດ້​ຂໍ​ຮ້ອງ​ໃຫ້​ລັດຖະສະພາ​ຮັບຜ່ານ​ແຜນການ​ປະຢັດ​ມັດທະຍັດ​ໃໝ່​ນີ້ ​ເພື່ອ​ວ່າ​ພວກໃຫ້​ເງິນ​ກູ້​ຢືມ​ຕ່າງປະ​ເທດ​ໃຫ້​ແກ່​ກຣິສນັ້ນ ຈະ​ຈ່າຍ​ເງິນ​ອີກງວດ​ໃໝ່ຈາກ​ຈໍານວນ​ທີ່​ໄດ້​ຮັບ​ອະນຸມັດ​ສໍາລັບ​ຊ່ອຍ​ກູ້​ປະ​ເທດ​ຈໍານວນ 159ຕື້​ໂດ​ລາ​ນັ້ນ. ກຣິສກ່າວ​ວ່າ ຕົນ​ຈະ​ບໍ່​ສາມາດ​ຈ່າຍ​ໜີ້ສິນ​ໄດ້ ຖ້າ​ບໍ່​ໄດ້ຮັບ​ເງິນ​ງວດ​ໃໝ່​ນັ້ນ.

ການ​ລົງຄະແນນສຽງ​ຄັ້ງ​ທໍາ​ອິດ​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ແລງ​ວັນ​ພຸດ​ມື້​ນີ້ ​ແລະ​ການ​ລົງມະຕິ​ກັນ​ວ່າ​ດ້ວຍ​ແຜນການ​ປະຢັດ​ມັດທະຍັດ​ຄັ້ງ​ທີ​ສອງ​ຈະ​ມີຂຶ້ນ​ໃນ​ເວລາໃດ​ເວລາ​ນຶ່ງ​ໃນ​ວັນ​ພະຫັດ​ມື້​ອື່ນ.

ລັດຖະບານ​ກຣິສ​ໄດ້​ສັ່ງ​ໃຫ້​ພວກເກັບ​ຂີ້​ເຫຍື້ອ​ກັບຄືນ​ໄປ​ເຮັດ​ວຽກ​ເລີ້ມ​ເກັບ​ຂີ້ເຫຍື້ອທີ່​ເນົ່າ​ເໝັນທີ່ໄດ້​ກອງ​ສູງ​ຂຶ້ນ​ເລາະຕາມ​ແຄມ​ຖະໜົນ​ໃນ​ກຸງ Athens ມາ​ໄດ້ 17 ມື້​ແລ້ວ​ນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ລັດຖະບານ​ກຣິສກ່າວ​ວ່າ ອັດຕາ​ຄົນ​ຫວ່າງ​ງານ ໄດ້​ເພີ່ມ​ຂຶ້ນ​ສູງ​ເຖິງ 16.5 ​ເປີ​ເຊັນ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ ຊຶ່ງ​ເປັນ​ອັດຕາ​ຕໍ່າ​ກວ່າ​ອັດຕາ​ຄົນ​ຫວ່າງ​ງານ​ສູງ​ສຸດ​ໃນ​ປະວັດ​ສາດ​ໃນ​ເດືອນ​ພືດ​ສະພາ​ຜ່ານ​ມາ​ນັ້ນ. ພວກ​ພະນັກງານ​ໜຸ່ມ​ນ້ອຍ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ ຫລາຍ​ກວ່າ​ໝູ່ ຊຶ່ງ 2 ຄົນ​ໃນ​ຈໍານວນ​ພະນັກງານ​ໜຸ່ມ 5 ຄົນ​ໃດ​ບໍ່​ມີ​ວຽກ​ເຮັດ.

ລາຍ​ງານ​ວ່າ​ດ້ວຍ​ການ​ຫວ່າງ​ງານ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ກຣິສປະ​ເຊີນ​ກັບ​ການ​ນັດ​ຢຸດ​ງານ​ມາ​ຫລາຍ​ຄັ້ງ ກ່ອນ​ການ​ນັດ​ຢຸດ​ງານ​ທົ່ວ​ປະ​ເທດ​ທີ່​ວາງ​ແຜນ​ໄວ້​ສຳລັບວັນ​ພຸດ​ມື້​ນີ້ແລະ​ວັນ​ພະຫັດມື້​ອື່ນ. ພວກ​ເຮືອ​ຂອງກຣິສກໍ​ຍັງ​ຈອດ​ຢູ່​ໃນ​ທ່າ​ເຮືອ​ແຫ່ງ​ຕ່າງໆ​ຢູ່.

XS
SM
MD
LG