ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕະຫລາດການເງິນໃນທົ່ວໂລກ ປັ່ນປ່ວນ ຍ້ອນບັນຫາໜີ້ສິນຂອງກຣີສ ແລະອີຕາລີ (ເບິ່ງວີດີໂອ)


ທ່ານ Olli Rehn ຫົວໜ້າກິດຈະການດ້ານເສດຖະກິດແລະການເງິນ
ຂອງອີຢູ ກ່າວທໍານາຍເລື້ອງເສດກິດທີ່ສໍານັກງານໃຫຍ່ຂອອງກຸ່ມອີຢູທີ່ກຸງ Brussels.
ວັນທີ 10 ພະຈິກ 2011.
ທ່ານ Olli Rehn ຫົວໜ້າກິດຈະການດ້ານເສດຖະກິດແລະການເງິນ ຂອງອີຢູ ກ່າວທໍານາຍເລື້ອງເສດກິດທີ່ສໍານັກງານໃຫຍ່ຂອອງກຸ່ມອີຢູທີ່ກຸງ Brussels. ວັນທີ 10 ພະຈິກ 2011.

ລາຄາ​ຮຸ້ນ​ໃນ​ພວກ​ຕະຫລາດ​ໃນ​ເອ​ເຊຍ​ຕົກລົງ​ຢ່າງ​ຫລວງຫລາຍ​ເວລາຕະຫລາດ​ອັດ​ລົງ
​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ເປັນຜົນ​ສືບ​ເນື່ອງ​ມາ​ຈາກ​ຄວາມ​ຢ້ານ​ກົວ​ທີ່ວ່າ ​ວິ​ກິດ​ການ​ດ້ານ
ການ​ເງິນ​ຂອງ​ອີ​ຕາ​ລີທີ່ຊຸດ​ໂຊມ​ລົງ​ນັບ​ມື້​ ​ສາມາດພາ​ໃຫ້​ເກີດ​ສະພາບ​ເສດຖະກິດ​ຖອຍ
​ຫລັງ​ໃນ​ຢູ​ໂຣບ​ໄດ້​ນັ້ນ.

ລາຄາ​ຮຸ້ນ​ຂອງ​ຕະຫລາດ Nikkei ​ຍີ່ປຸ່ນ​ ​ຕົກລົງ​ເກືອບ 3 ​ເປີ​ເຊັນ ​ແລະ​ລາຄາ​ຮຸ້ນ​ຕະຫລາດ Hang Seng ຂອງ​ຮອງ​ກົງ​ ລົດ​ລົງ​ເກືອບ 5 ​ເປີ​ເຊັນ​ຫລັງ​ຈາກ​ມີ​ຂ່າວ​ວ່າ ອັດຕາ​ກູ້​ຢືມ​ເງິນ​ຂອງ​ອີ​ຕາ​ລີ​ຖີບ​ໂຕ​ສູງຂຶ້ນ​ກາຍ 7 ​ເປີ​ເຊັນ​ໃນ​ວັນ​ພຸດ​ວານ​ນີ້​ ຊຶ່ງ​ແມ່ນສູງລື່ນ​ອັດຕາ​ທີ່ໄດ້​ຍັງ​ຜົນໃຫ້ກຣີສ ​ໄອ​ແລນ​ດ໌​ແລະ​ປອກຕຸຍ​ກາລ ​ຕ້ອງໄດ້​ຮ້ອງຂໍ​ຄວາມ​ຊ່ອຍເຫລືອ​ໃນ​ກາ​ນກ​ອບກູ້​ໜີ້ສິນ​ຂອງ​ຕົນ​ນັ້ນ.

ອີ​ຕາ​ລີ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່ອັນ​ດັບ​ສາມ​ຂອງ​ເຂດ​ຢູ​ໂຣແລະ​ການ​ຊ່ອຍ​ເຫລືອ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້​ອີ​ຕາ​ລີ​ພາດ​ກໍານົດຊໍາລະ​ໜີ້​ສິນຂອງ​ຕົນຈໍານວນ 2600 ຕື້​ໂດ​ລາ​ນັ້ນ ​ແມ່ນ​ຈະ​ເປັນ​ພາລະ​ໜັກເກີນ​ກ່ວາທີ່​ພວກ 17 ປະ​ເທດ​ທີ່​ໃຊ້​ເງິນຕາ​ຢູ​ໂຣ ​ຈະ​ຮັບ​ໄດ້.

ໃນ​ຂະນະ​ດຽວ​ກັນໃນ​ວັນ​ພະຫັດ​ມື້​ນີ້ ທ່ານ​ນາງ Christine LaGarde ຫົວໜ້າ​ກອງ​ທຶນສາກົນ​ຫລື IMF ຮຽກຮ້ອງ​ໃຫ້​ອີ​ຕາ​ລີ​ແລະ​ກຣີສ ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ກະຈ່າງ​ແຈ້ງທາງ​ດ້ານ​ການ​ເມືອງ​ຫລາຍ​ຂຶ້ນ ​ເພື່ອໃຫ້ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່​ແກ່​ພວກ​ຕະຫລາດ​ກາ​ນເງິນ​ຂອງ​ໂລກ​ນັ້ນ.

ທີ່​ກຣີສ ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ແບ່ງປັນ​ອໍານາດ​ກັນ​ກໍາລັງ​ຍ່າງ​ເຂົ້າ​ເປັນ​ມື້​ທີ​ສີ່ ຫລັງ​ຈາກ​ຄະນະ​ນໍາພາ​ຂອງ​ກຣີສບໍ່​ສາມາດ​ປະກາດໄດ້ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ໃຜ​ຈະ​ເປັນ​ຜູ້​ນໍາພາ​ໃນ​ຄະນະ​ລັດຖະບາຮັກສາ​ການ​ຊົ່ວຄາວ.

ຄະນະ​ລັດຖະບານ​ສາມັກ​ຄິຊາດ​ຂອງ​ກຣີສ ຈະ​ມີ​ພາລະກິດໃນ​ການ​ພະຍາຍາມ​ໃຫ້​ໄດ້​ຮັບ​ການຄໍ້າປະກັນ​ເງິນ​ກອບ​ກູ້​ໜີ້​ສິນກ້ອນ​ໃໝ່​ຈາກອີ​ຢູ​ແລະ​ຮັບປະກັນ​ວ່າກຣີສຈະ​ໄດ້​ຮັບ​ເງິນ​ງວດ​ຕໍ່​ໄປ ​ທີ່​ອີ​ຢູໄດ້​ອະນຸມັດ​ໃຫ້​ໄວ້​ກ່ອນ​ນັ້ນ ຊຶ່ງ​ກຣີສຈະຕ້ອງ​ໄດ້​ຮັບ​ເງິນ​ກ້ອນນີ້ ​ພາຍ​ໃນ​ປະມານ​ນຶ່ງ​ສັບປະດາ ຖ້າ​ຢາກ​ຫລີກ​ລ່ຽງ​ໄພ​ຫາຍຍະນະ​ຈາກການ​ຈ່າຍ​ໜີ້​ສິນ​ບໍ່​ໄດ້ນັ້ນ.

ສ່ວນ​ທີ່​ອີ​ຕາ​ລີ​ນັ້ນ ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ອີ​ຕາ​ລີ ທ່ານ Giorgio Napolitano ໄດ້​ພະຍາຍາມ​ລະງັບ​ຄວາມ​ວິຕົກ​ກັງວົນ​ຂອງ​ພວກ​ນັກ​ລົງທຶນ​ທັງຫລາຍ​ ໂດຍ​ການ​ສະ​ເໜີ​ແຕ່ງ​ຕັ້ງທ່າ​ນ Mario Monti ອະດີດ​ຫົວໜ້າ​ຄະນະ​ກໍາມາ​ທິການ​ອີ​ຢູ ​ໃຫ້​ເປັນ​ຜູ້​ທີ່​ຈະ​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ ​ແທນນາຍົກລັດຖະມົນຕີ Silvio Barlusconi ທີ່​ໄດ້​ຮັບປາກ​ໃນ​ຕົ້ນສັບປະດາ​ນີ້ວ່າຈະລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ.

ເບິ່ງວີດີໂອ ລາຍງານກ່ຽວກັບວິກິດການການເງິນໃນອີຕາລີ ຊຶ່ງການຮັບປາກຈະລາອອກ
ຂອງນາຍົກ ເບີລຸສະໂກນີ ບໍ່ໄດ້ຊ່ວຍຫຍັງເລີຍ:

XS
SM
MD
LG