ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊື້ອ E. Coli ທີ່ລະບາດ ໃນຢູໂຣບ ບໍ່ເຄີຍພົບມາກ່ອນ


ພະນັກງານຄົນນຶ່ງ ພວມຖືກັບບັນຈຸເຊື້ອບັກເຕເຣຍ EHEC (bacterium Escherichia coli.) ທີ່ຫ້ອງແລັບ ມະຫາວິທະຍາໄລ ທີ່ເມືອງ Hamburg ໃນພາກເໜືອເຢຍຣະມັນ (2 ມິຖຸນາ 2011)
ພະນັກງານຄົນນຶ່ງ ພວມຖືກັບບັນຈຸເຊື້ອບັກເຕເຣຍ EHEC (bacterium Escherichia coli.) ທີ່ຫ້ອງແລັບ ມະຫາວິທະຍາໄລ ທີ່ເມືອງ Hamburg ໃນພາກເໜືອເຢຍຣະມັນ (2 ມິຖຸນາ 2011)

ອົງການອະນາໄມໂລກກ່າວວ່າ ການລະບາດຢ່າງຮ້າຍແຮງ
ຂອງເຊື້ອບັກເຕເຣຍ E. Coli ທີ່ເຮັດໃຫ້ມີຜູ້ເສຍຊີວິດແລ້ວ
18 ຄົນໃນຢູໂຣບນັ້ນ ແມ່ນເປັນສາຍພັນທີ່ແປກ ບໍ່ເຄີຍພົບ
ເຫັນມາກ່ອນໃນໝູ່ພວກຄົນເຈັບ.

ພະນັກການດັ່ງກ່າວຂອງສະຫະປະຊາຊາດ ກ່າວໃນວັນພະ
ຫັດວານນີ້ວ່າ ການກວດສອບຂັ້ນຕົ້ນກ່ຽວກັບດ້ານພັນທຸກຳ
ແນະໃຫ້ເຫັນວ່າສາຍພັນທີ່ສາມາດຕິດຕໍ່ໄດ້ຢ່າງຮ້າຍແຮງທີ່
ຢູ່ເບື້ອງຫຼັງການແຜ່ລະບາດ ອາດເປັນການປະສົມປະສານ
ທາງດ້ານພັນທຸກຳ ລະຫວ່າງເຊື້ອບັກເຕເຣຍ E. Coli ທີ່
ແຕກຕ່າງກັນສອງຊະນິດ.

ພວກນັກວິທະຍາສາດຢູ່ຈີນ ທີ່ວິເຄາະເບິ່ງເຊື້ອບັກເຕເຣຍທີ່
ຢູ່ເບື້ອງຫຼັງການລະບາດໃນເຢຍຣະມັນ ໃຫ້ການຢືນຢັນວ່າ
ສາຍພັນທີ່ວ່ານີ້ບໍ່ເຄີຍພົວພັນກັບການແຜ່ລະບາດມາກ່ອນ.

ການແຜ່ລະບາດທີ່ວ່ານີ້ ແມ່ນຮ້າຍແຮງສຸດ ໃນປະວັດສາດຍຸກໃໝ່ທີ່ພົວພັນກັບ ເຊື້ອ E.
Coli ແລະປາກົດວ່າຢູ່ໃນລະດັບສອງຫຼືສາມ ຖ້າເວົ້າເຖິງຈຳນວນຂອງພວກທີ່ລົ້ມປ່ວຍ.

ນັກຊ່ຽວຊານໃນດ້ານຄວາມປອດໄພອາຫານທີ່ອົງການອະນາໄມໂລກ Hilde Kruse ກ່າວ
ວ່າ ສາຍພັນຮ້າຍແຮງດັ່ງກ່າວນີ້ມີລັກສະນະທ່າທາງແຕກຕ່າງກັນຫຼາຍໆຢ່າງ ທີ່ເຮັດໃຫ້ມັນ ມີພິດຫຼາຍຂຶ້ນແລະສາມາດຕິດຕໍ່ໄດ້ສູງກວ່າສາຍພັນອື່ນໆ.

ມີຫຼາຍກວ່າ 1,600 ຄົນໃນ 11 ປະເທດຢູ່ໃນຢູໂຣບໄດ້ລົ້ມປ່ວຍຍ້ອນການແຜ່ລະບາດຢ່າງ
ໄວຂອງເຊື້ອບັກເຕເຣຍນີ້ ຊຶ່ງການລົ້ມປ່ວຍແລະການເສຍຊີວິດສ່ວນໃຫຍ່ແມ່ນມີຂຶ້ນທີ່ເຢຍ
ຣະມັນ.

ພວກເຈົ້າໜ້າທີ່ສາທາລະນະສຸກ ຍັງບໍ່ສາມາດຄົ້ນພົບສາເຫດ ຫຼືທີ່ມາຂອງການລະບາດເທື່ອ
ແຕ່ການລະບາດໃນທຳນອງດຽວກັນຕົ້ນຕໍແລ້ວແມ່ນມາຈາກອາຫານທີ່ເປັນພິດ.

XS
SM
MD
LG