ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍພັນຄົນ ອອກມາ ເດີນຂະບວນ ປະທ້ວງ ກ່ຽວກັບ ວິກິດການ ອົບພະຍົບ ໃນຢູໂຣບ


Europe Migrants
please wait
Embed

No media source currently available

0:00 0:01:38 0:00

ຊົມວີດີໂອ ລາຍງານນີ້

ເຈົ້າໜ້າ​ທີ່​ຕຳຫຼວດ ​ເຢຍຣະມັນ ກ່າວ​ວ່າ ຊາວ​ອົບ​ພະຍົບຈຳນວນ
12,200 ຄົນ ທີ່​ຫາ​ທາງ​ຂໍ​ອາ​ໄສ​ລີ້​ໄພ ຢູ່​ໃນ​ສະຫະພາບ​ຢູ​ໂຣບ ​
ໄດ້ຫຼັ່ງ​ໄຫຼເຂົ້າ​ໄປ​ ​ນະຄອນ Munich ທາ​ງພາກ​ໃຕ້​ຂອງ​ເຢຍຣະມັນ
​ໃນ​ວັນ​ເສົາ​ວານ​ນີ້ ​ແລະ ບັນດາ​ເຈົ້າໜ້າ​ທີ່ ຢ້ານ​ວ່າ ພວກ​ເຂົາ
​ເຫຼົ່ານັ້ນ ຈະ​ຕ້ອງ​ໄດ້​ພັກ​ພາ​ອາ​ໄສຄ້າງ​ຄືນ ​ຢູ່ກາງ​ແຈ້ງ ​ເພາະວ່າ
ພວກ​ເຂົາ​ບໍ່​ມີ​ບ່ອນອື່ນ​ໃດ​ທີ່​ຈະ​ໄປ​.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ການຫຼັ່ງ​ໄຫຼ່​ເຂົ້າໄປ​
ໃນ​ເມືອງດັ່ງກ່າວ ​ແມ່ນ​ຍັງ​ບໍ່​ລົດ​ລະ. ນະຄອນ Munich ​ເປັນ​ຈຸດ
ສຳຄັນ ຂອງ​ການເຂົ້າປະ​ເທດ ຈາກ​ພາກ​ຕາ​ເວັນ​ອອກ.

​ໃນ​ວັນ​ເສົາ​ວານ​ນີ້ ການ​ເດີນ​ຂະ​ບວນ ກ່ຽວ​ກັບ​ວິ​ກິດ​ການ​ອົບ​ພະຍົບທີ່​ທະວີ​ຂຶ້ນ​ເລື້ອ​ຍໆ ​ໄດ້​ເກີດ​ຂຶ້ນ​ໄປ​ທົ່ວ​ຫົວ​ເມືອງ​ຕ່າງໆ ທີ່​ສຳຄັນ​ຂອງ​ຢູ​ໂຣບ.

ປະຊາຊົນຫຼາຍສິບ​ພັນ​ຄົນ ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມກັນ ຢູ່​ໃຈກາງ​ນະຄອນ London ​ເພື່ອ​ປະ​ທ້ວງ​ຕໍ່ຕ້ານ ທ່າທີ​ຂອງ​ລັດຖະບານ​ອັງກິດ ກ່ຽວ​ກັບ​ວິ​ກິດ​ການອົບພະຍົບ ທີ່​ທະວີ​ຂຶ້ນ​ເລື້ອ​ຍໆນັ້ນ. ບັນດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ນັກ​ການ​ເມືອງ ​ແລະ ນັກ​ສິລະ​ປິນ ​ໄດ້​ພາກັນ​ເດີນ​ຂະ​ບວນ​ໄປ​ຍັງ ຈະຕຸ​ລັດ ລັດຖະສະພາ ​ດ້ວຍ​ຄວາມເປັນນ້ຳນຶ່ງ​ໃຈ​ດຽວ​ກັບສະພາບ​ຂອງ​ຊາວ​ອົບ​ພະຍົບ ຜູ້​ທີ່​ພະຍາຍາມ ຫລົບໜີ ການ​ສູ້​ລົບ​ຂັດ​ແຍ້​ງກັນ ​ໂດຍ​ສະ​ເພາະ ​ແມ່ນຢູ່​ໃນ​ຕາ​ເວັນ​ອອກ​ກາງນັ້ນ.

ບັນດາຜູ້ປະທ້ວງ ຊູສອງນິ້ວ ທີ່ເປັນສັນຍາລັກ ໄຊຊະນະ ແລະ ຖືປ້າຍ ໃນລະຫວ່າງ ການເດີນຂະບວນ ເປັນນ້ຳນຶ່ງ​ໃຈ​ດຽວ​ກັບສະພາບ​ຂອງ​ຊາວ​ອົບ​ພະຍົບ ຈາກ Marble Arch ໄປຫາ ລັດຖະສະພາ.
ບັນດາຜູ້ປະທ້ວງ ຊູສອງນິ້ວ ທີ່ເປັນສັນຍາລັກ ໄຊຊະນະ ແລະ ຖືປ້າຍ ໃນລະຫວ່າງ ການເດີນຂະບວນ ເປັນນ້ຳນຶ່ງ​ໃຈ​ດຽວ​ກັບສະພາບ​ຂອງ​ຊາວ​ອົບ​ພະຍົບ ຈາກ Marble Arch ໄປຫາ ລັດຖະສະພາ.

XS
SM
MD
LG