ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຢູ ແລະ ເທີກີ ບັນລຸ ຂໍ້ຕົກລົງ ການຊ່ວຍເຫຼືອ ແກ້ໄຂ ວິກິດການ ອົບພະຍົບ ມູນຄ່າ ຫຼາຍຕື້ໂດລາ

ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu (ຊ້າຍ), ປະທານສະພາບັນດາປະເທດຢູໂຣບ ທ່ານ Donald Tusk (ກາງ) ແລະ ປະທານຄະນະກຳມາທິການ ບັນດາປະເທດຢູໂຣບ ທ່ານ Jean-Claude Juncker ກ່າວຖະແຫລງຕໍ່ສື່ມວນຊົນ ໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ກອງປະຊຸມສຸດຍອດ ລະຫວ່າງ EU-Turkey ໃນນະຄອນບຣັສໂຊລສ໌ ເມື່ອວັນອາທິດຜ່ານມາ, ວັນທີ 29, 2015.

ສະຫະພາບຢູໂຣບ ໄດ້ຕົກລົງ ທີ່ຈະໃຫ້ທຶນ ຫຼາຍຕື້ໂດລາ ແກ່
ປະເທດເທີກີ ໃນວັນອາທິດວານນີ້ ເພື່ອຮັບມືກັບສະພາບການ
ອົບພະຍົບ ທີ່ຫລັ່ງໄຫລເຂົ້າໄປໃນທັງສອງຂົງເຂດ ຈົນຖ້ວມລົ້ນ
ໃນປີນີ້ ໃນຂະນະດຽວກັນ ບັນຫາຂັດແຍ້ງ ແລະ ຄວາມບໍ່ໝັ້ນຄົງ
ຢູ່ໃນຂົງເຂດອື່ນໆຂອງໂລກ ກໍໄດ້ກົດດັນໃຫ້ພວກຄົນ ຈຳນວນ
ຫຼວງຫຼາຍພາກັນຫຼົບໜີ ອອກຈາກບ້ານເກີດເມືອງນອນ ຂອງ
ພວກເຂົາເຈົ້າໄປ.

ກອງປະຊຸມສຸດຍອດ ຢູ່ໃນນະຄອນຫຼວງບຣັສໂຊລສ໌ ຂອງປະ
ເທດແບລຈຽມ ໄດ້ນຳເອົາບັນດາເຈົ້າໜ້າທີ່ຂອງເທີກີ ແລະ
ສະຫະພາບຢູໂຣບ ມາປຶກສາຫາລືກັນ ກ່ຽວກັບການຊ່ວຍເຫຼືອ
ມູນຄ່າ 3 ພັນ 2 ຮ້ອຍລ້ານໂດລາ ເພື່ອຈຸດປະສົງ ຊ່ວຍເຫຼືອປະເທດເທີກີ ຮັບມືກັບ
ຊາວອົບພະຍົບ ຫຼາຍລ້ານຄົນ ທີ່ຕົນໄດ້ເປັນເຈົ້າພາບຮັບເອົາ ພວກເຂົາເຈົ້າ.

ຝຸງແຮງງານເຄື່ອນຍ້າຍ ແລະ ອົບພະຍົບ ສ່ວນໃຫຍ່ ມາຈາກຊີເຣຍ ແມ່ນເຫັນ ຢູ່ສະຖານີລົດເມໃຫຍ່ ໃນນະຄອນ ອິສຕານບູລ ປະເທດເທີກີ, ວັນທີ 17 ກັນຍາ 2015.
ຝຸງແຮງງານເຄື່ອນຍ້າຍ ແລະ ອົບພະຍົບ ສ່ວນໃຫຍ່ ມາຈາກຊີເຣຍ ແມ່ນເຫັນ ຢູ່ສະຖານີລົດເມໃຫຍ່ ໃນນະຄອນ ອິສຕານບູລ ປະເທດເທີກີ, ວັນທີ 17 ກັນຍາ 2015.

ຊາວອົບພະຍົບຊີເຣຍ ກຸ່ມໃຫຍ່ກຸ່ມໜຶ່ງ ເດີນທາງໄປເຖິງທະວີບຢູໂຣບ ໃນປີນີ້ ໂດຍເດີນ
ທາງຜ່ານປະເທດເທີກີ ໄປຍັງປະເທດກຣິສ ຫຼື ປະເທດບຸລກາເຣຍ.

ປະທານສະພາບັນດາປະເທດຢູໂຣບ ທ່ານ Donald Tusk ກ່າວໃນກອງປະຊຸມຖະແຫຼງ
ຂ່າວ ພ້ອມກັບນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ແລະ ປະທານຄະນະ
ກຳມາທິການ ບັນດາປະເທດຢູໂຣບ ທ່ານ Jean-Claude Juncker ເຂົ້າຮ່ວມນຳດ້ວຍ
ວ່າ “ຂໍ້ຕົກລົງຂອງພວກເຮົາ ກຳນົດແຜນການຢ່າງຈະແຈ້ງ ໃຫ້ຈັດຕັ້ງຄືນໃໝ່ ກົດລະ
ບຽບຢູ່ທີ່ເຂດແດນ ຮ່ວມກັນຂອງພວກເຮົາ ໃນເວລາອັນເໝາະສົມ.”

ທ່ານ Tusk ຍັງໄດ້ກ່າວອີກວ່າ ການເຈລະຈາ ກ່ຽວກັບການເຂົ້າເປັນ ສະມາຊິກສະຫະພາບ ຢູໂຣບຂອງເທີກີນັ້ນ ຈະໄດ້ “ລວມພະລັງອີກຄັ້ງນຶ່ງ.”

ເທີກີ ໄດ້ຖືກປະກາດວ່າ ມີສິດເຂົ້າຮ່ວມກັບ ກຸ່ມ 28 ສະມາຊິກ ສະຫະພາບຢູໂຣບ ເມື່ອປີ
1997 ແລະ ໄດ້ເລີ້ມຕົ້ນດຳເນີນ ຢ່າງເປັນທາງການ ໃນປີ 2005.

XS
SM
MD
LG