ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ​ ແມ່ນຕົວ ​ສັບ​ປ່ຽນ​ເກ​ມກິລາ ​ໃນ ຊີ​ເຣຍ


ພາບ​ນີ້​ໄດ້​ມາ​ຈາກ​ວີ​ດີ​ໂອ​ຈາກ​ເວັບ​​ໄຊ​ທ໌ທາງ​ການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊ​ຍ ​ໃນ​ວັນ​ທີ 9 ຕຸ​ລາ, 2015, ລະ​ເບີດ​ຖືກ​ຍິງ​ອອກ​ຈາກ​ເຮືອບິ​ນຮົບ Su-34 ຂອງ ຣັດ​ເຊຍ ​ໃສ່​ພວກ​ນັກ​ຮົບ​ໃນ ຊີ​ເຣຍ.
ພາບ​ນີ້​ໄດ້​ມາ​ຈາກ​ວີ​ດີ​ໂອ​ຈາກ​ເວັບ​​ໄຊ​ທ໌ທາງ​ການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊ​ຍ ​ໃນ​ວັນ​ທີ 9 ຕຸ​ລາ, 2015, ລະ​ເບີດ​ຖືກ​ຍິງ​ອອກ​ຈາກ​ເຮືອບິ​ນຮົບ Su-34 ຂອງ ຣັດ​ເຊຍ ​ໃສ່​ພວກ​ນັກ​ຮົບ​ໃນ ຊີ​ເຣຍ.

ຫົວໜ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ສະຫະ​ພາບ ຢູ​ໂຣບ ຫຼື EU ທ່ານ​ນາງ Federica Mogherini ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ເຄື່ອນໄຫວ​ຂອງ​ທະຫານ ຣັດ​ເຊຍ ​ໃນ ຊີ​ເຣຍ ​ແມ່ນ “​ການ​ສັບ​ປ່ຽນເກ​ມ” ທີ່ມີ “ອົງ​ປະກອບ​ບາງ​ຢ່າງ​ທີ່​ສ້າງຄວາມ​ເປັນ​ຫ່ວງ​ຫຼາຍ.”

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ກ່ອນ​ກອງ​ປະຊຸມ​ຂອງ​ບັນດາ​ລັດຖະມົນ​ການ​ຕ່າງ​ປະ​ເທດ ຢູ​ໂຣບ ​ໃນ​ປະ​ເທດ Luxembourg ວ່າ ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ ລັດ​ອິສລາມ ແມ່ນ​ຕ້ອງໄດ້​ດຳ​ເນີນ​ຢ່າງ​ຈະ​ແຈ້ງຕໍ່​ກຸ່ມ​ດັ່ງກ່າວ ​ແລະ ພວກ​ກໍ່​ການ​ຮ້າຍ​ອື່ນ​ໆ​ທີ່​ໄດ້​ຖືກ​ລະບຸໂດຍ​ອົງການ ສະຫະ​ປະຊາ​ຊາດ.

ຣັດ​ເຊຍ ​ໄດ້​ປະ​ເຊີນໜ້າກັບ​ການ​ວິພາກ​ວິຈານ​ໂດ​ຍປະ​ເທດ​ຕາ​ເວັນ​ຕົກວ່າ ການ​ຕໍ່ສູ້​ທາງ​ອາກາດ​ຂອງ​ພວກ​ເຂົາ​ເຈົ້າ​ໃນ ຊີ​ເຣຍ ​ແມ່ນ​ແນ​ເປົ້າ​ໃສ່​ຝ່າຍ​ຄ້ານ​ຂອງປະທາ​ນາ​ທິບໍດີ Bashar al-Assad, ພັນທະ​ມິດ​ຂອງ ຣັດ​ເຊ​ຍ ​ແລະ ບໍ່​ແມ່ນ​ພວກ ລັດ​ອິສລາມ.

ທ່ານ​ນາງ Mogherini ​ໄດ້​ກ່າວ​ວ່າ ​ເພິ່ນ​ເຊື່ອ​ວ່າ ສະຫະ​ພາບຢູ​ໂຣບ, ຣັດ​ເຊຍ ​ແລະ ສະຫະລັດ ​ມີ​ຄວາມ​ສົນ​ໃຈ​ອັນ​ດຽວ​ກັນ ອີງ​ຕາມ​ກົດ​ບັດ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ແລະ ​ໂຄງ​ສ້າງຂອງ ສະພາ​ຄວາມ​ໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ, ​ແຕ່​ວ່າ ການ​ເຄື່ອນ​ຂອງ​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ມີ​ການ​ປະສານ​ງານ​ກັນ. ທ່ານ​ໄດ້​ກ່າວ​ວ່າ, ຖ້າ​ບໍ່​ດັ່ງ ນັ້ນ, ມັນ​ຈະ​ມີຄວາມ​ສ່ຽງ​ທີ່​ເປັນ “​ອັນຕະລາຍ​ທີ່​ສຸດ” ​ໂດຍ​ສະ​ເພາະ​ທາງ​ດ້ານ​ການ​ທະຫານ.

ທ່ານ​ນາງ Mogherini ​ໄດ້​ຄາດ​ຫວັງ​ໃຫ້​ກອງ​ປະຊຸມລະດັບ​ລັດຖະມົນຕີກວມ​ເອົາ​ສິ່ງ​ທີ່ EU ສາມາດ​ປະກອບ​ສ່ວນ​ເພື່ອ​ຜັກ​ດັນ​ ຂະ​ບວນການ​ເພື່ອ​ຫາ​ທາງ​ແກ້​ໄຂ​ດ້ານ​ການ​ເມືອງ​ຕໍ່​ວິ​ກິດ​ການ​ໃນ​ ຊີ​ເຣຍ ທີ່​ໄດ້​ຂ້າ​ປະຊາ​ຊົນ 240,000 ຄົນ​ໄປແລ້ວ​ຕັ້ງ​ແຕ່ເດືອ​ນມີນາ 2011 ​ເປັນ​ຕົ້ນ​ມາ. ທ່ານ​ນາງ​ໄດ້​ກ່າວ​ວ່າ ຂະ​ບວນການ​ຕ່າງໆ​ຄວນ​ລວມ​ເອົາ​ທຸກໆ​ຄົນ​ຜູ້​ທີ່​ມີ​ບົດ​ບາງ​ຢູ່​ໃນ ຄວາມ​ຂັດ​ແຍ້​ງ ​ແລ​ະ ການ​ປ່ຽນ​ແປງ, ດ້ວຍ​ຜົນ​ທີ່​ອອກ​ມາ​ເຊິ່ງກຳນົດ​ໂດຍ​ປະຊາ​ຄົມນາ​ນາ​ຊາດ, ພາກ​ພື້ນ ​ແລະ ສ່ວນ​ໃຫຍ່ດ້ວຍ​ຄົນ ຊີ​ເຣຍ ​ເອງ.

​ໃນ​ວັນ​ອາ​ທິດ​ວານ​ນີ້, ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ຕໍ່​ລາຍ ການ 60 ນາທີ​ຂອງ​ໂທລະ​ພາບ CBS ວ່າ ການ​ເຂົ້າ​ແຊກແຊງ ​ຊີ​ເຣຍ ​ໂດຍ ຣັດ​ເຊຍ ​ແມ່ນ​ເພັ່ງ​ເລັງ​ໃສ່​ການ​ຊ່ວຍ​ເຫຼືອ​ລັດຖະບານ​ຂອງປະທານາທິບໍດີ Assad.

ທ່ານ ​ໄດ້​ກ່າວ​ວ່າ “Syria ​ແມ່ນ​ພັນທະ​ມິດ​ຂອງ ຣັດ​ເຊຍ ພຽງ​ປະ​ເທດ​ດຽວ​ຢູ່​ໃນ​ພາກ​ພື້ນ.” “​ແລະ​ມື້​ນີ້, ​ແທນ​ທີ່​ຈະ​ສາມາດ​ຫວັງເພິ່ງ​ການ​ສະໜັບສະໜູນ​ຂ​ອງພວກ​ເຂົາ​ເຈົ້າ ​ແລະ ອາຮັກ​ສາ​ຖານ​ທັບ​ທີ່​ພວກ​ເຂົາ​ເຈົ້າ​ມີ​ໃນ ຊີ​ເຣຍ, ​ເຊິ່ງ​ໄດ້​ມີ​ມາ​ດົນ​ນານ​ແລ້ວ, ຕອນ​ນີ້​ທ່ານ ປູ​ຕິນ ​ແມ່ນ​ກຳລັງ​ອຸທິດ​ທະຫານ​ຂອງ​ທ່ານ​ເອງ, ກອງທັບ​ຂອງ​ທ່ານ​ເອງ, ​ພຽງ​ແຕ່​ເພື່ອ​ຍຶດຕິດ​ພັນທະ​ມິດ​ພຽງ​ໜຶ່ງ​ດຽວຂອງ​ທ່ານ​ເຂົ້າກັນ​ດ້ວຍ​ເຊືອກ​ເສັ້ນ​ດຽວ.”

ທ່ານ ປູ​ຕິນ ​ໄດ້​ກ່າວ​ໃນ​ການໃຫ້​ສຳ​ພາດ​ກັບ​ສື່ມວນ​ຊົ​ນ ຣັດ​ເຊຍ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ​ເປົ້າ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ທະຫານ​ຂອງ​ທ່ານໃນ​ ຊີ​ເຣຍ ​ແມ່ນ​ເພື່ອ
“​ເຮັດ​ໃຫ້​ລັດຖະບານ​ທີ່​ມີ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍມີ​ຄວາມ​ໝັ້ນຄົງ ​ແລະ ສ້າງ​ສະຖະນະ ພາ​ບທີ່​ຖືກຕ້ອງ​ສຳລັບ​ການ​ບັນລຸ​ຄວາມ​ປອງດອງ​ທາງ​ດ້ານ​ການ​ເມືອງ.”

Russia Syria
please wait
Embed

No media source currently available

0:00 0:03:19 0:00

XS
SM
MD
LG