ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍັງມີພາລະກິດຫລາຍຢ່າງ ທີ່ຈະຕ້ອງປະຕິບັດ ກ່ຽວກັບ ນິວເຄລຍຂອງອີຣ່ານ


ໂຮງງານນິວເຄລຍແຫ່ງນຶ່ງຂອງອິຣ່ານ
ໂຮງງານນິວເຄລຍແຫ່ງນຶ່ງຂອງອິຣ່ານ
ສະຫະພາບ​ຢູ​ໂຣບ ກ່າວ​ວ່າ ມີ​ພາລະກິດ​ຫລາຍ​ຢ່າງ​ທີ່​ຕ້ອງ​ປະ
ຕິບັດ ກ່ອນ​ບັນດາ​ປະ​ເທດ ມະຫາ​ອໍານາດ​ສາມາດທັງຫຼາຍຈະ
ນໍາ​ໃຊ້​ຂໍ້ຕົກລົງ​ຂ້າມ​ຜ່ານກ່ຽວ​ກັບ ນິວ​ເຄລຍກັບ ອີຣ່ານ ​ໃນ​
|ເດືອນ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ຮ້ອງ​ວ່າ​ ປະ​ເທດ P5 ບວກ 1 ​ແລະ​ອີຣ່ານ
​ໄດ້​ພົບ​ປະ​ກັນເປັນ​ເວລາ ສີ່​ມື້​ໃນ​ອາທິດ​ນີ້​ຢູ່ນະຄອນ​ Vienna
​ເພື່ອ​ຂໍ້​ຕົກລົງ​ອັນ​ເປັນ​ຂີດ​ໝາຍ ​ເຖິງລາຍ​ລະອຽດ ທີ່​ແນ່​ໃສ່ການ
​ປົວ​ແປງ ​ໂຄງການ​ນິວ​ເຄລຍຂອງ ອີຣ່ານ ​ເພື່ອ​ແລກປ່ຽນ​ກັບ
​ການ​ລົງ​ໂທດດ້ານ​ເສດຖະກິດ.

​ໂຄສົກຂອງ​ຫົວໜ້າ ສະຫະພາບ​ຢູ​ໂຣບ ທ່ານ​ນາງ Katherine
Ashton ກ່າວ​ໃນ​ວັນສຸກ​ມື້​ນີ້​ ​ໄດ້ຮ້ອງ​ການ​ສົນທະນານັ້ນ​ວ່າ
“ຍືດຍາວ ​ແລະ​ລະອຽດ.” ​ແຕ່ ທ່ານ​ກ່າວ​ວ່າ ມັນ​ເປັນທີ່​ແຈ້ງ​
ຂາວແຕ່​ຍັງ​ມີ​ພາລະກິດ​ທີ່​ຕ້ອງ​ປະຕິບັດຕື່ມ​ຢູ່ ​ເພາະວ່າ “ຍັງ​ມີ
ຄວາມສະ​ລັບ​ສັບ​ຊ້ອນ​ ​ໃນບັນຫາ​ດ້ານ​ເທັກນິກ ​ຢູ່ໃນ​ການສົນ
ທະນາ​ກັນນັ້ນ.” ​ແລ້ວ​ທ່ານກໍ​ບໍ່​ໄດ້ໃຫ້​ລາຍລະ​ຍາຍຫຍັງ​ຕື່ມ​ຕໍ່
​ໄປ​ອີກ.​

​ໂຄສົກ​ທ່ານ​ນີ້ກ່າວ​ວ່າ ບັດ​ນີ້​ຈະ​ມີ “ການ​ປຶກສາ​ຫາລື​ກັນ​ໃນ​ດ້ານ​ທຶນ​ຮອນ​ຕ່າງໆ ​ແລະ
​ດ້ານ​ເທັ​ກນິກຊຶ່ງຈະ​ດໍາ​ເນີ​ນຕໍ່​ໄປ​ໃນ​ບໍ່​ຊ້າ​ນີ້” ​ເພື່ອ​ຫັນປ່ຽນ​ການ​ຕົກລົງ ​ໄປສູ່​ແຜນ​ປະຕິ
ບັດງານ​ຕົວ​ຈິງ.

ການ​ຕົກລົງ​ໄດ້​ບັນລຸ​ຜົນ ​ໃນ​ວັນ​ທີ່ 24 ເດືອນພະຈິກ ​ເຫັນ​ວ່າ​ເປັນ​ການເຫັນ​ດີ​ລ່ວງໜ້າ
ກ່ອນຂໍ້​ຕົກລົງຄົບ​ຖ້ວນ ທີ່​ແນ່​ຄວາມ​ເປັນ​ຫ່ວງຂອງ​ຕາ​ເວັນ​ຕົກ ທີ່ວ່າ ອີຣ່ານ ກໍາລັງ​ພະ​
ຍາ​ຍາ​ມສ້າງ ອາວຸດ​ນິ​ວເຄລຍ ອັນ​ເປັນ​ສິ່ງ​ທີ່ ອີຣ່ານ ປະຕິ​ເສດຕລອດ​ມາ​ນັ້ນ.
XS
SM
MD
LG