ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາລັດຖະມົນຕີ EU ພົບປະກັນ ເພື່ອເຮັດວຽກ ກ່ຽວກັບ ບັນຫາ ຜູ້ຍົກຍ້າຍຖິ່ນຖານ


ອົບພະຍົບຊີເຣຍ ຢືນລຽນແຖວເພື່ອຮັບເອົາອາຫານທີ່ ສູນອົບພະຍົບ ໃນເຂດຊາຍແດນປະເທດ ກຣິສ ແລະ ມາເຊໂດເນຍ ໃກ້ກັບໝູ່ບ້ານ Idomeni, 25 ກຸມພາ, 2016.
ອົບພະຍົບຊີເຣຍ ຢືນລຽນແຖວເພື່ອຮັບເອົາອາຫານທີ່ ສູນອົບພະຍົບ ໃນເຂດຊາຍແດນປະເທດ ກຣິສ ແລະ ມາເຊໂດເນຍ ໃກ້ກັບໝູ່ບ້ານ Idomeni, 25 ກຸມພາ, 2016.

ບັນດາລັດຖະມົນຕີ ສະຫະພາບຢູໂຣບ ກຳລັງເຂົ້າກອງປະຊຸມຢູ່ທີ່ ນະຄອນ Brussels ໃນວັນພະຫັດມື້ນີ້ ເພື່ອຫາຍຸດທະສາດອັນຫຼ້າ ສຸດ ຮັບມືກັບການຫລັ່ງໄຫລເຂົ້າມາຢ່າງໃຫຍ່ຂອງອົບພະຍົບທີ່ ເຮັດໃຫ້ຊັບພະຍາກອນຕ່າງໆຂອງແມ່ນກະທັງບັນດາປະເທດທີ່ ຮັ່ງມີຢູ່ໃນກຸ່ມການຄ້ານັ້ນຫລ່ອຍ​ຫລໍ​ລົງ.

ເຂົ້າຮ່ວມ ບັນດາລັດຖະມົນຕີພາຍໃນ ແລະ ລັດຖະມົນຕີຍຸດຕິທຳ ຂອງສະຫະພາບຢູໂຣບ ແມ່ນຄູ່ຕຳແໜ່ງຈາກ Serbia Macedonia ແລະ Turkey ຊຶ່ງເປັນປະເທດທີ່ຢູ່ແນວໜ້າຂອງວິ ກິດການດັ່ງກ່າວ ໃນຂະ ນະທີ່ພວກເຂົາ ມີຊາຍແດນທາງພາກຕາ ເວັນຕົກນຳກັນ ທີ່ຕິດກັບ ບັນດາປະເທດຂອງສະຫະພາບ ຢູໂຣບ ຢູ່ທາງພາກຕາເວັນອອກສຸດ.

Border Closures Cause Bottlenecks of Refugees in Balkan Countries
please wait

No media source currently available

0:00 0:02:14 0:00

ກຣິສ ເປັນສະມາຊິກປະ​ເທດໜຶ່ງຂອງບັນດາສະມາຊິກສະຫະພາບ ຢູໂຣບ ທີ່ມີບັນຫາທາງ ດ້ານການເງິນ ໄດ້ບຸກບືນ ເພື່ອຮັບມືກັບການຫລັ່ງໄຫລເຂົ້າມາຢ່າງ​ຫຼວງຫຼາຍ ຂອງພວກຄົນ ທີ່ຫລົບໜີຈາກຄວາມຮຸນແຮງຢູ່ໃນຊີເຣຍ ອີຣັກ ແລະ ອັຟການິສຖານ.

ອົບພະຍົບຫຼາຍຄົນ ພາກັນຍ່າງໄປເສັ້ນຊາຍແດນຫາປະເທດ ມາເຊໂດ ເນຍ, ໃກ້ກັບໝູ່ບ້ານ Idomeni ທາງພາກເໜືອຂອງປະເທດ ກຣິສ. ວັນ ອັງຄານ 23, ກຸມພາ 2016.
ອົບພະຍົບຫຼາຍຄົນ ພາກັນຍ່າງໄປເສັ້ນຊາຍແດນຫາປະເທດ ມາເຊໂດ ເນຍ, ໃກ້ກັບໝູ່ບ້ານ Idomeni ທາງພາກເໜືອຂອງປະເທດ ກຣິສ. ວັນ ອັງຄານ 23, ກຸມພາ 2016.

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ໄດ້ເຕືອນໃນ ວັນພຸດວານນີ້ວ່າ ປະເທດຂອງທ່ານ ຈະບໍ່ຕົກລົງຕໍ່ຂໍ້ເໜີໃດໆອີກ ຈົນກວ່າ ບັນດາປະເທດອື່ນໆໃນສະຫະພາບ ຢູໂຣບ ຕົກລົງທີ່ຈະ ຮັບເອົາພາລະການສະໜອງທີ່ຢູ່ອາໄສໃຫ້ແກ່ຊາວອົບພະຍົບທີ່ ເຂົ້າມາຢ່າງບໍ່ຢຸດຢັ້ງ ​ແບບເທົ່າທຽມກັນ.

ຊາວອົບພະຍົບຫຼາຍຄົນໄປ​ເຖິງຝັ່ງຂອງ ກຣິສ ໃນເບື້ອງຕົ້ນໃນຂະ ນະ ທີ່ພວກເຂົາເຈົ້າຫາທາງເດີນທາງຕໍ່ໄປຍັງອັນທີ່ເອີ້ນວ່າ “ເສັ້ນ ທາງ Balkan” ຜ່ານປະເທດ Serbia ແລະປະເທດເພື່ອນບ້ານ ໄປທາງ ພາກກາງ ແລະ ໃນທີ່ສຸດໄປຮອດຢູໂຣບຕາເວັນຕົກ.

ບັນຫາຕ່າງໆອັນໜຶ່ງ ກ່ຽວກັບ ລາຍການກອງປະຊຸມໃນວັນພະຫັດ ມື້ນີ້ ແມ່ນແຜນການຂອງ ປະເທດ Hungary ທີ່ຈັດການລົງປະຊາມະຕິ ກ່ຽວກັບ ແຜນການ ຂອງສະຫະພາບ ຢູໂຣບ ທີ່ນຳສະເໜີຂໍ້ບັງຄັບໂຄຕ້າ ໃຫ້ແຕ່ລະປະເທດ ຮັບເອົາຊາວອົບ ພະຍົບ.

Hungary ໄດ້ຖືກຕຳນິຕິຕຽນ ຢ່າງໜັກ ຈາກສະຫະພາບຢູໂຣບ ​ໃນການຕັ້ງຫົ້ວເຫລັກຂຶ້ນ ຕາມຊາຍແດນທາງພາກໃຕ້ຂອງຕົນ ເພື່ອກີດກັນຊາວອົບພະຍົບອັນເປັນນະໂຍບາຍ ໃນຂະ ນະນີ້ ທີ່ໄດ້ຖືກຮັບຮອງເອົາໂດຍປະເທດອື່ນທີ່ໄດ້ຮັບຜົນກະທົບ ໂດຍການຫລັ່ງໄຫລເຂົ້າ​ໄປ ຂອງພວກອົບພະຍົບທີ່ບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ.

Europe Migrants
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG