ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

EU ຮັດແໜ້ນ ການຄວບຄຸມ ເຂດຊາຍແດນ ຫຼັງຈາກ ການໂຈມຕີ ປາຣີ

ທະຫານ ແບລຈຽມ ແລະ ຕຳຫຼວດຍ່າງກວດກາ ສະຖານທີ່ Brussels Grand Place ຫຼັງຈາກການຮັກສາຄວາມປອດໄພໃນ ແບລຈຽມ ໄດ້ຖືກຍົກລະດັບຂຶ້ນ ພາຍຫຼັງການໂຈມຕີທີ່ຮ້າຍແຮງໃນ ປາຣີ ເມື່ອສັບປະດາທີ່ຜ່ານມາ. ນະຄອນຫຼວງ ບຣັສໂຊ, ປະເທດ ແບລຈຽມ. 20 ພະຈິກ, 2015.

ບັນດາລັດຖະມົນຕີກະຊວງຍຸດຕິທຳ ແລະ ກະຊວງພາຍໃນຂອງ ຢູໂຣບ ແມ່ນກຳລັງຈັດການເຈລະຈາກ່ຽວ​ກັບວິກິດການຕ່າງໆ​ທີ່ ນະຄອນຫຼວງ Brussels ໃນວັນສຸກມື້ນີ້ເພື່ອປຶກສາຫາລືຫາວິທີ ເພື່ອປະສານງານ ແລະ ຮັດແໜ້ນການກວດກາຄວາມປອດໄພທີ່ ເຂດຊາຍແດນ ຂອງບັນດາປະເທດ ສະມາຊິກ ດັ່ງກັບມາດຕະ ການສຸກເສີນຫຼັງຈາກການໂຈມຕີນະຄອນຫຼວງ ປາຣີ.

ລັດຖະມົນຕີກະຊວງພາຍໃນ ຝຣັ່ງ ທ່ານ Bernard Cazeneuve ໄດ້ກ່າວວ່າ ຝຣັ່ງ ບໍ່ໄດ້ຖືກແຈ້ງໃຫ້ຊາບໂດຍສະຫະພາບຢູໂຣບ ວ່າຫົວໜ້າຂອງພວກອາດຊະຍາກອນ ທ້າວ Abdelhamid Abaaoud ທີ່ຕອນນີ້ໄດ້ເສຍຊີວິດແລ້ວ ໄດ້ເຂົ້າມາໃນກຸ່ມ ປະເທດ​. ທ່ານ Cazeneuve ໄດ້ກ່າວວ່າມັນແມ່ນ “ຄວາມຮີບດ່ວນທີ່ ຢູໂຣບ ໄດ້ຕື່ນ ຂຶ້ນມາ, ຈັດລະ ບຽບຕົນເອງ ແລະ ປ້ອງກັນຕົນເອງຕໍ່ໄພຂົ່ມຂູ່ຂອງພວກກໍ່ພວກກໍ່ການ ຮ້າຍ.”

ໃນຂະນະດຽວກັນ,​ ການຕາມລ່າຫາຜູ້ກໍ່ການຮ້າຍຕ້ອງສົງໄສຄົນໜຶ່ງ ແມ່ນກຳລັງສືບຕໍ່ຢູ່ ເຊິ່ງຕອນນີ້ຜູ້ກ່ຽວກຳລັງລອຍນວນ ຕັ້ງແຕ່ການ ໂຈມຕີທີ່ຮ້າຍ​ແຮງ​ໃນນະຄອນຫຼວງ ປາຣີ ສັບປະດາທີ່ຜ່ານມາ.

ທ້າວ Abdelslam, ເຊື່ອວ່າເປັນຜູ້ທີ່ໄດ້ຊ່ວຍເຫຼືອໃນການດຳເນີນການ ໂຈມຕີນະຄອນຫຼວງ ປາຣີ, ແລະໄດ້ກາຍເປັນຜູ້ຫຼົບໜີທີ່ຕ້ອງການໂຕ ຫຼາຍທີ່ສຸດຂອງ ຢູໂຣບ ຫຼັງຈາກໄດ້ອອກໃບ ສັ່ງຈັບສາກົນເພື່ອຈັບຕົວລາວໃຫ້ໄດ້.

ຕຳຫຼວດ ຝຣັ່ງ ດຳເນີນການຄວບຄຸມທີ່ເຂດຊາຍແດນ ຝຣັ່ງ-ເຢຍລະມັນ ໃນເມືອງ Strassbourg ປະເທດ ຝຣັ່ງ ເພື່ອກວດກາຍານພາຫະນະ ແລະ ກວດກາບັດປະຈຳຕົວຂອງຜູ້ ເດີນທາງ ໃນຂະນະທີ່ການຮັກສາຄວາມປອດໄພໄດ້ເພີ່ມສູງຂຶ້ນ ຫຼັງຈາກການໂຈມຕີທີ່ໂຫດຮ້າຍໃນນະຄອນຫຼວງ ປາຣີ ເມື່ອວັນສຸກສັບປະດາທີ່ຜ່ານມາ. 20 ພະຈິກ 2015.

ເຈົ້າໜ້າທີ່ ແບລຈຽມ ໄດ້ດຳເນີນການໂຈມຕີ 9 ເທື່ອ ໃນຫຼາຍພາກສ່ວນຂອງ ນະຄອນຫຼວງ Brussels ໃນວັນພະຫັດວານນີ້ ແລະ ໄດ້ຄວບຄຸມຕົວຜູ້ຕ້ອງສົງ ໄສ 9 ຄົນ. ເຮືອນບາງບ່ອນ ແມ່ນຊຸມຊົນ Molenbeck ເຊິ່ງເປັນບ່ອນທີ່ທ້າວ Abdelslam ເຄີຍອາໄສຢູ່, ເຊັ່ນດຽວກັບ ອ້າຍຂອງລາວທີ່ໄດ້ລະເບີດຕົນເອງຢູ່ ນອກຮ້ານກິນດື່ມທີ່ຕົກເປັນເປົ້າໝາຍຂອງການໂຈມຕີ.

ການໂຈມຕີບາງຄັ້ງແມ່ນເຊື່ອມຕໍ່ກັບທ້າວ Bilal Hadfi ຜູ້ທີ່ໄດ້ລະເບີດຕົນເອງຢູ່ ນອກສະ ໜາມກິລາ ຝຣັ່ງ ທີ່ໄດ້ຖືກໂຈມຕີ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ການປະ ຕິບັດການແມ່ນໄດ້ ເພັ່ງເລັງໃສ່ຄອບຄົວຂອງທ້າວ Hadfi, ໝູ່ເພື່ອນ ແລະ ຄົນ ອື່ນໆທີ່ໄດ້ພົວພັນກັບລາວ.

ຕຳຫຼວດກ່າວວ່າ ເຮືອນ 600 ຫຼັງແມ່ນໄດ້ຖືກເຂົ້າຄົ້ນ ຕັ້ງແຕ່ການໂຈມຕີໃນວັນ ສຸກທີ່ຜ່ານມາ ທີ່ຍັງ​ຜົນໃຫ້ມີຜູ້ເສຍຊີວິດ 129 ຄົນ ນັ້ນ.

France Shooting
please wait
Embed

No media source currently available

0:00 0:01:31 0:00

XS
SM
MD
LG