ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະພາບ ຢູໂຣບ ຂໍໃຫ້ ເທີກີ ຊ່ວຍບັນເທົາ ວິກິດການ ຜູ້ຍົກຍ້າຍ ຖິ່ນຖານ


ພວກຍົກຍ້າຍຖິ່ນຖານ ຍ່າງໄປຫາສູນລົງທະບຽນ ແລະ ຍ່າງຜ່ານ ຫຼັງຈາກໄດ້ເຂົ້າໄປໃນປະເທດ ມາເຊໂດເນຍ ຈາກປະເທດ ກຣິສ ໃກ້ກັບ Gevgelija ຢູ່ທາງພາກໃຕ້ຂອງ ມາເຊໂດເນຍ, 5 ມີນາ, 2016.
ພວກຍົກຍ້າຍຖິ່ນຖານ ຍ່າງໄປຫາສູນລົງທະບຽນ ແລະ ຍ່າງຜ່ານ ຫຼັງຈາກໄດ້ເຂົ້າໄປໃນປະເທດ ມາເຊໂດເນຍ ຈາກປະເທດ ກຣິສ ໃກ້ກັບ Gevgelija ຢູ່ທາງພາກໃຕ້ຂອງ ມາເຊໂດເນຍ, 5 ມີນາ, 2016.

ບັນດາຜູ້ນຳສະຫະພາບ ຢູໂຣບ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຂອງ ພວກເຂົາ ເຈົ້າຈາກປະເທດ ເທີກີ ໃນວັນຈັນມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ ຄວາມພະຍາຍາມ ທີ່ຈະເຮັດໃຫ້ການຫຼັ່ງໄຫຼເຂົ້າທະວີບ ຂອງພວກຍົກຍ້າຍຖິ່ນຖານຊັກຊ້າລົງ ເຊິ່ງປະຊາຊົນຫຼາຍພັນຄົນ ຍັງຕິດຄ້າງຢູ່ເຂດຊາຍແດນປະເທດ ກຣິສ ແລະ ມາເຊໂດ ເນຍ ນັ້ນ.

ບັນດານັກການທູດ ຢູໂຣບ ໄດ້ກ່າວ ກ່ອນກອງປະຊຸມສຸກເສີນຂອງ ວັນຈັນ ວານມື້ນີ້ໃນນະຄອນຫຼວງ Brussels ວ່າ, ຮ່າງຂໍ້ຕົກລົງ ສະ ຫະພາບ ຢູໂຣບ ໄດ້ມີກຳນົດທີ່ຈະປະກາດການປິດເສັ້ນທາງການ ຍົກຍ້າຍຖິ່ນຖານແຄມທະເລ ບານກັງ.

ຜູ້ຍົກຍ້າຍຖິ່ນຖານຄົນໜຶ່ງກຳລັງປູຜ້າຫົ່ມໃສ່ໃນ ລະຫວ່າງ ເຕັ້ນ ທີ່ຄ້າຍຊົ່ວຄາວສຳລັບອົບພະຍົບ ແລະ ພວກຍົກຍ້າຍຖິ່ນຖານ ໃນເຂດຊາຍແດນປະເທດ ກຣິສ ແລະ ມາເຊໂດເນຍ,​ ໃກັກັບບ້ານ Idomeni ປະເທດ ກຣິສ. 5 ມີນາ 2016.
ຜູ້ຍົກຍ້າຍຖິ່ນຖານຄົນໜຶ່ງກຳລັງປູຜ້າຫົ່ມໃສ່ໃນ ລະຫວ່າງ ເຕັ້ນ ທີ່ຄ້າຍຊົ່ວຄາວສຳລັບອົບພະຍົບ ແລະ ພວກຍົກຍ້າຍຖິ່ນຖານ ໃນເຂດຊາຍແດນປະເທດ ກຣິສ ແລະ ມາເຊໂດເນຍ,​ ໃກັກັບບ້ານ Idomeni ປະເທດ ກຣິສ. 5 ມີນາ 2016.

ປະເທດຕ່າງໆຈາກພາກເໜືອຂອງປະເທດ ມາເຊໂດເນຍ ໄດ້ປິດ ເຂດຊາຍແດນ ຂອງພວກເຂົາເຈົ້າແລ້ວ, ເພື່ອປ້ອງກັນປະຊາຊົນທີ່ ສ່ວນໃຫຍ່ມາຈາກປະເທດ ຊີເຣຍ, ອັຟການິສຖານ ແລະ ອີຣັກ ຈາກການເດີນທາງເຂົ້າປະເທດ ເຢຍລະມັນ ແລະ ບັນດາປະເທດ ຢູໂຣບ ຕອນເໜືອ ຫຼື Scandinavia.

ການຫຼັ່ງໄຫຼຂອງຄົນເກືອບ 1 ລ້ານຄົນທີ່ໄດ້ເດີນທາງຜ່ານທະເລ ຮອດປະເທດ ກຣິສ ນັບຕັ້ງແຕ່ຕົ້ນປີ 2015 ເປັນຕົ້ນມາ ໄດ້ເຮັດໃຫ້ ບັນດາຜູ້ນຳ ຢູໂຣບ ຫາທາງ ໄກ່ເກ່ຍກັບ ເທີກີ ເພື່ອກີດກັ້ນພວກ ຍົກຍ້າຍຖິ່ນຖານສ່ຽງເດີນທາງອັນຕະລາຍ ແລະ ກໍເອົາພວກຂໍລີ້ ໄພໃນສະຫະພາບ ຢູໂຣບ ທີ່ບໍ່ຜ່ານການກວດກາຫຼາຍພັນຄົນກັບ ໄປຄືນ.

ເທີກີ ໄດ້ຮັບເອົາອົບພະຍົບຫຼາຍກວ່າ 2 ລ້ານ 7 ແສນຄົນ ຈາກ ຊີເຣຍ ປະເທດດຽວ, ແລະ ເຊັ່ນກັບບັນດາປະເທດ ຢູໂຣບ ແລະ ປະເທດທີ່ມີຊາຍແດນຕິດກັບ ຊີເຣຍ ນັ້ນ, ພວກເຂົາເຈົ້າ ໄດ້ດີ້ນຮົນກັບ ການໃຫ້ບໍລິການທີ່ເປັນພາລະໜັກໜ່ວງນີ້.

Europe Refugees
please wait
Embed

No media source currently available

0:00 0:02:30 0:00

XS
SM
MD
LG