ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ນຳ EU ກ່າວວ່າ ອັງກິດ ຕ້ອງສະແດງ ທ່າທີຂອງຕົນ ຢ່າງຊັດເຈນ


Merkel Brexit
please wait
Embed

No media source currently available

0:00 0:00:58 0:00

ຫຼັງ​ຈາກ​ການ​ລົງ​ຄະ​ແນນສຽງ​ຢ່າງ​ເປັນປະຫວັດການ ທີ່ໃຫ້ອັງກິດ ຖອນ​ໂຕອອກ ​ຈາກ​ສະຫະພາບ​ຢູໂຣບຫຼື EU ​ແລ້ວ ບັນດາ​ຜູ້ນຳ​ຂອງ​ຢູ​ໂຣບ​ໄດ້​ເລີ້ມ​ອອກ​ມາ​ໃຫ້ ​ຄວາມ​ຄິດ​ເຫັນ​ຕ່າງໆ ກ່ຽວ​ກັບສາຍ​ພົວພັນ​ຂອງພວກ​ເຂົາ​ເຈົ້າ ຊຶ່ງ​ໃນ​ບໍ່​ຊ້ານີ້ກໍ​ຈະ ​ກາຍ ​ມາ​ເປັນອະດີດ​ເພື່ອນ​ຮ່ວມ​ງານນັ້ນ ຈະ​ມີ​ການ​ວິວັດ​ໄປໃນ​ທິດ​ທາງ​ໃດ.

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ​ໄດ້​ຖະ​ແຫຼງຕໍ່​ລັດຖະ ສະພາ​ໃນ​ວັນ​ອັງຄານ ມື້​ນີ້ ​ໂດຍ​ກ່າວ​ວ່າ ​ເຖິງ​ແມ່​ນວ່າ ອັງກິດ ຈະ​ໄດ້​ສູນ​ເສຍສິດ ພິ​ເສດ​ໃນ​ການ​ເຂົ້າເປັນ​ສະມາຊິກ​ EU ກໍ​ຕາມ ອັງກິດ​ຍັງ​ຈະ​ໃກ້ຊິດ​ກັບ​ ອົງການ​ເນ​ໂຕ​ ຢູ່. ທ່ານ​ນາງ​ຍັງ​ໄດ້​ເຕືອນ​ວ່າ EU ບໍ່​ຄວນ​ທີ່ຈະ​ຫັນ​ສາຍ​ຕາໄປ​ຈາກບັນຫາ​ຕ່າງ​ໆ​ທີ່​ ຍັງ​ຄ້າງ​ຄາ​ຢູ່ ເຊັ່ນ​ວິ​ກິດ​ການຄົນ​ເຂົ້າ​ເມືອງ ​ແຕ່​ກັບໃຫ້​ມີ​ຄວາມເຂັ້ມ​ແຂງ​ຂຶ້ນ​ກ່ວາ​ເກົ່າ​ ໃນ​ການ​ຮວມຕົວ​ກັນແລະ​ປ້​ອງ​ກັນ​ບໍ່​ໃຫ້​ມີການຖອນ​ໂຕ​ອອກ​ໄປ​ຕື່ມ​ອີກ ໃນ​ອະນາ​ຄົດ ​ຕໍ່​ໄປ.

ທ່ານ​ນາງ​ໄດ້​ຍົກ​ເອົາ Norway ຂຶ້ນ​ມາ​ເປັນ​ຕົວຢ່າງ ກ່ຽວ​ກັບ​ວ່າ​ອັງກິດຄວນ​ມີ​ ການພົວພັນແບບ​ໃດກັບ EU ຊຶ່ງບໍ່ແມ່ນສະມາຊິກຂອງ EU ​ແຕ່​ໄດ້ເຂົ້າເຖິງ ຕະຫຼາດທີ່ ເສລີ ເພາະວ່າປະ​ເທດ​ດັ່ງກ່າວ​ເຕັມ​ໃຈໃຫ້ຄວາມເຄົາລົບຕໍ່ການ ​ເຄື່ອນ​ຍ້າຍຢ່າງເສລີນັ້ນ.

ທ່ານ​ນາງ Merkel ໄດ້ກ່າວເຖິງວ່າ ການໂອ້ລົມສົນທະນາຢ່າງເປັນທາງການ ກ່ຽວກັບ ສາຍພົວພັນດັ່ງກ່າວ ຍັງຈະບໍ່ມີຂຶ້ນ ຈົນກ່ວາວ່າອັງກິດຈະໄດ້ເລີ້ມຂັ້ນ ຕອນ ການຖອນ​ໂຕຢ່າງ​ເປັນ​ທາງການອອກຈາກ EU ເສຍກ່ອນ.

ໃນການປະຊຸມສຸກເສີນກັບສະພາຢູ​ໂຣບ ​ເພື່ອ​ຫາລື​ກ່ຽວ​ກັບ​ເລື້ອງການ​ລົງ​ຄະ​ແນນ Brexit ຫຼືການ​ຖອນ​ໂຕ​ຂອງ​ອັງກິດ​ນັ້ນ ປະ​ທານກຳມາ​ທິການຢູ​ໂຣບ ທ່ານ Jean- Claude Junker ​ໄດ້​ກ່າວ​ວ່າ ທ່ານຫັວງວ່າ​ອັງກິດ ສາມາດ​ທີ່​ຈະ​ຮັກສາສາຍ​ພົວພັນ ​ອັນ​ດີ ກັບ EU ໄວ້ ແຕ່​ວ່າ​ກ່າວ​ຢ້ຳວ່າ ການ​ເຈລະຈາ​ໃດ​ໆຍັງ​ບໍ່​ທັນ​ເປັນ​ໄປ​ໄດ້​ເທື່ອ ຈົນ​ກ່ວາ​ວ່າ​ອັງກິດ​ແນ່​ແທ້​ໃນທ່າ​ທີ ຂອງ​ຕົນ​ແລ້ວ​ນັ້ນ.

“ພວກ​ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກ​ເຮົາ ສືບ​ຕໍ່​ຕົກ​ຢູ່​ໃນ​ສະພາບການ​ທີ່ບໍ່​ແນ່ນອນ ​ເປັນ​ເວລາ​ດົນ​ນານ​ໄດ້ ​ທ່ານ​ກ່າວ​ວ່າ ຖ້າ​ບໍ່​ມີ​ການ​ແຈ້ງ​ການໃດໆ ກໍ​ຈະ​ບໍ່ມີ​ການ​ເຈລະຈາກັນ​.”

ທ່ານ Junker ​ໄດ້ເກືອດຫ້າມ​ບໍ່​ໃຫ້​ມີ “ຄວາມ​ລັບ” ​ໃນ​ການ​ປະຊຸມ​ໃດໆ ລະຫວ່າງ​ບັນດາເຈົ້າ​ໜ້າ​ທີ່​ອັງກິດ ​ແລະປະ​ເທດ​ສະມາຊິກ​ ​ເປັນ​ການ​ສ່ວນ​ຕົວ ​ໂດຍ​ກ່າວ​ວ່າ ການ​ເຈລະຈາ​ແມ່ນຈະ​ດຳ​ເນີນ​ການ​ໄດ້ ແບບ​ໂປ່​ງ​ໃສ​ກັບ​ແຜນ​ການ​ຂອງ EU ຫຼັງ​ຈາກ​ ທີ່​ໄດ້​ດຳ​ເນີນ​ການ​ອອກ​ຈາກ EU ໄດ້ເລີ່ມຂຶ້ນແລ້ວນັ້ນ.

ພວກທີ່ມີສິດປ່ອນບັດຂອງອັງກິດ ໄດ້​ໃຫ້ການ​ອະນຸມັດ​ເພື່ອ​ຖອນ​ໂຕອອກຈາກ EU ດ້ວຍ ຄະ​ແນນ​ສຽງ​ໃກ້​ຄຽງ​ກັນ ​ແຕ່​ວ່າ ນາຍົກລັດຖະມົນຕີຂອງ​ອັງກິດ ທ່ານ David Cameron ກ່າວ​ວ່າ ສະພາ​ຂອງ​ປະ​ເທດ​ຈະ​ຕ້ອງ​ໃຫ້​ສັດຕະຍາບັນ​ກ່ອນ ​ກ່ຽວ​ກັບ​ ການ​ຕັດສິນ​ໃຈ​ກ່ອນ ທີ່​ຂັ້ນ​ຕອນ​ ການ​ຖອນ​ໂຕອອກ​ຈາກ EU ຈະສາມາດເລີ່ມຂຶ້ນໄດ້.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG