ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳອີຢູ ລະບຸວ່າ ຣັດເຊຍ ຈີນ ແລະທ່ານທຣຳ ເປັນໄພຂົ່ມຂູ່


ປະທານສະຫະພາບຢູໂຣບ ທ່ານ Donald Tusk ຖະແຫຼງ ຕໍ່ສື່ມວນຊົນ ທີ່ນະຄອນບຣັສເຊີລ ປະເທດແບລຢ້ຽມ.
ປະທານສະຫະພາບຢູໂຣບ ທ່ານ Donald Tusk ຖະແຫຼງ ຕໍ່ສື່ມວນຊົນ ທີ່ນະຄອນບຣັສເຊີລ ປະເທດແບລຢ້ຽມ.

ປະທານ​ສະຫະພາບ​ຢູ​ໂຣບ ທ່ານ Donald Tusk ກ່າວ​ວ່າ ຈີນ ຣັດ​ເຊຍແລະລັດຖະບານ ​ສະຫະລັດ​ຊຸດ​ໃໝ່ຂອງ​ປະທານາທິບໍດີ ດໍ​ໂນ​ລ ທຣຳ ​ແມ່ນ​ຮວມຢູ່ໃນ​ບັນດາ​ໄພ​ຂົ່ມຂູ່ຈາກ ​ພາຍ​ນອກ ​ທີ່​ຮ້າຍ​ແຮງທີ່​ສຸດ ທີ່​ກຳລັງ​ປະ​ເຊີນ​ໜ້າ​ສະຫະພາບຢູໂຣບ ​ໃນ​ເວລາ​ນີ້.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ມີ​ຂຶ້ນ​ໃນ​ຈົດໝາຍທີ່​ສົງ​ໄປ​ຫາ​ພວກ​ຜູ້ນຳ 27 ປະ​ເທດຂອງ​ສະຫະພາບ​ຢູ​ໂຣບ ກ່ອນ​ໜ້າ​ກອງ​ປະຊຸມ​ສຸດ​ຍອດ ທີ່​ເກາະ​ Malta ​ໃນ​ມື້ວັນ​ສຸກ​ນີ້.

ທ່ານ Tusk ກ່າວ​ວ່າ “​ໂດຍ​ສະ​ເພາະ​ແລ້ວ​ການ​ປ່ຽນ​ແປງ​ທີ່​ວໍ​ຊິງ​ຕັນ​ເຮັດ​ໃຫ້​ສະຫະພາບ​ຢູ​ ໂຣບ ຕົກ​ຢູ່​ໃນ​ສະຖານະ​ການ​ທີ່​ຫຍຸ້ງຍາກ ​ໂດຍ​ທີ່​ລັດຖະບານ​ຊຸດ​ໃໝ່ ​ເບິ່ງ​ຄື​ວ່າ ​ໄດ້​ຕັ້ງຄຳ​ຖາມ​ກ່ຽວ​ກັບນະ​ໂຍບາຍການ​ຕ່າງປະ​ເທດ​ອາ​ເມຣິກັນ ໄລຍະ​ 70 ປີ​ທີ່​ຜ່ານ​ມາ.”

ທ່ານ​ທຣຳຢືນ​ຢັດ​ວ່າ ກ່ຽວ​ກັບນະ​ໂຍບາຍ​ທີ່​ໃຫ້​ຄວາມ​ສຳ​ຄັນ​ແກ່​ສະຫະລັດ​ກ່ອນອື່ນ​ໝົດ ​ແລະ​ໄດ້​ຕັ້ງຄຳ​ຖາມ​ກ່ຽວ​ກັບ​ວ່າ ສະມາຊິກ​ຂອງອົງການ​ເນ​ໂຕ້ ​ໄດ້​ອອກເງິນ​ແບບ​ຍຸຕິ​ທຳ​ ໃນ​ກຸ່ມ​ພັນທະ​ມິ​ດດັ່ງກ່າວ​ຫຼືບໍ່.

ທ່ານ Tusk ​ໄດ້​ວາງ​ແຜນ​ໃນ​ການ​ປ້ອງ​ກັນ​ສະຫະພາບ​ຢູ​ໂຣບໂດຍ​ກ່າວ​ວ່າ ກຸ່ມ​ດັ່ງກ່າວ ​ບໍ່ເຄີຍ​ປະ​ເຊີນ​ໜ້າ ​ກັບບັນຫາ​ທ້າ​ທາຍ​ ທີ່​ເປັນ​ໄພ​ອັນຕະລາຍຮ້າຍແຮງແບບ​ນີ້ມາ​ກ່ອນ ​ແລະ​ຢູ​ໂຣບ ຈຳ​ເປັນ​ຕ້ອງ​ມີ​ “ຄວາມ​ກ້າຫານ ການຕັດສິນ ​ໃ​ຈຢ່າງ​ແນ່​ວ​ແນ່ ​ແລະ​ຄວາມ​ເປັນ​ເອກ​ກະພາບ​ທາງການ​ເມືອງ.”

ທ່ານ​ກ່າວ​ວ່າ ສະຫະພາບ​ຢູ​ໂຣບຕ້ອງ​ໄດ້​ລຸກຂຶ້ນ​ເພື່ອ​ກຽດ​ສັກ​ສີ​ຂອງ​ຕົນ​ໃນ​ການເຈລະຈາ​ກັບ​ສະຫະລັດ ຣັດ​ເຊຍ ຈີນຫຼື​ເທີ​ກີແລະ​ບໍ່​ຕ້ອງ​ຍອມ​ຖອຍ​ໃຫ້​ແກ່​ການ​ໂຕ້​ແຍ້​ງຂອງ​ພວກ​ທີ່​ອ້າງ​ວ່າເຮັດ​ເພື່ອ​ຄົນ​ທຳ​ມະ​ດາ​ສາມັນແລະ​ຄວາມ​ຮູ້ສຶກ​ທີ່​ກຽດ​ຊັງ​ຊາວ​ຕ່າງປະ​ເທດທີ່ຕ້ານ ​ຕໍ່ການ​ຮວມ​ໂຕ​ຂອງ​ຢູ​ໂຣບນັ້ນ.

ທ່ານ Tusk ຂຽນ​ຕື່ມ​ວ່າ “ມັນ​ຕ້ອງ​ເຮັດ​ໃຫ້​ເປັນ​ທີ່​ຈະ​ແຈ້ງວ່າ ການ​ສະຫຼາຍ​ຕົວຂອງ​ສະຫະ ພາບ​ຢູ​ໂຣບ ຈະ​ບໍ່​ນຳ​ໄປ​ສູ່​ການ​ຟື້ນຟູ​ອະທິປະໄຕ​ໂດຍ​ເຕັມ ທີ່​ເປັນນິຍາຍ ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ແຕ່​ຕໍ່​ສະພາບ​ການ​ໂຕຈິງຂອງ​ພວກ​ເຂົາ​ເຈົ້າໃນ​ການ​ກາງ​ຕໍ່​ປະ​ເທດ​ມະຫາ​ອຳນາດ​ໃຫຍ່ໆ ​ເຊັ່ນ​ສະຫະລັດ ຣັດ​ເຊັຍ ​ແລະ​ຈີນ. ມີ​ແຕ່​ການ​ຮວມຕົວ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ ສາມາດເປັນ​ເອກ​ກະລາດ​ຢ່າງ​ສົມບູນ​ໄດ້.”

ດ້ວຍ​ການ​ທີ່​ທ່ານ​ທຣຳຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ກັນໃໝ່ທີ່​ເຮັດ​ໃຫ້​ສະຫະລັດເປັນ​ຝ່າຍ​ ໄດ້​ປຽບນັ້ນ ທ່ານ Tusk ສະໜັບສະໜຸນ​ໃຫ້ສະຫະ​ພາບ​ຢູ​ໂຣບ ປົກ​ປ້ອງປະຊາຊົນ​ ແລະ​ທຸລະ​ກິດ​ຂອງ​ຕົນ​ແລະ​ຈຳ​ໄວ້​ວ່າ “ການ​ຄ້າ​ທີ່​ເສລີ​ແມ່ນ​ໝາຍຄວາມ​ວ່າການ​ຄ້າ​ທີ່​ຍຸຕິ​ທຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

EU Trump
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG