ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຢູ ເປັນຫ່ວງນໍາ ການຫາຍສາບສູນ ຂອງທ່ານສົມບັດ ສົມພອນ


ທ່ານນາງ Catherine Ashton ຜູ້ຕາງໜ້າລະດັບສູງຂອງອີຢູ ຮັບຜິດຊອບກິດຈະການຕ່າງປະເທດແລະນະໂຍບາຍຄວາມໝັ້ນຄົງ.
ທ່ານນາງ Catherine Ashton ຜູ້ຕາງໜ້າລະດັບສູງຂອງອີຢູ ຮັບຜິດຊອບກິດຈະການຕ່າງປະເທດແລະນະໂຍບາຍຄວາມໝັ້ນຄົງ.
ໃນວັນສຸກວານນີ້ທ່ານນາງ Cathering Ashton ຜູ້ຕາງໜ້າລະ
ດັບສູງ ຂອງສະຫະພາບຢູໂຣບ ຮັບຜິດຊອບກິດຈະການຕ່າງປະ
ເທດ ແລະນະໂຍບາຍດ້ານຄວາມໝັ້ນຄົງ ພ້ອມທັງເປັນຮອງປະ ທານຄະນະກຳມາທິການຢູໂຣບໄດ້ອອກຖະແຫຼງການສະບັບນຶ່ງ ສະແດງຄວາມວິຕົກກັງວົນເປັນທີ່ສຸດກ່ຽວກັບການຫາຍສາບສູນ
ຂອງທ່ານສົມບັດ ສົມພອນ ໃນວັນທີ 15 ທັນວາຜ່ານມາ.

ທ່ານນາງ Ashton ກ່າວໃນຖະແຫຼງການວ່າ ທ່ານສົມບັດ ສົມ
ພອນ ເປັນບຸກຄົນທີ່ໄດ້ຮັບການເຄົາລົບເປັນຢ່າງສູງ ໃນກຸ່ມສັງ
ຄົມພົນລະເຮືອນລາວ ເປັນບຸກຄົນທີ່ໄດ້ຮັບລາງວັນແມັກໄຊໄຊ
ແລະເປັນຜູ້ຮ່ວມຈັດ ກອງປະຊຸມຟໍຣຳ ລະຫວ່າງປະຊາຊົນກັບ
ປະຊາຊົນຂອງເອເຊຍ-ຢູໂຣບ ທີ່ປະສົບຄວາມສຳເລັດ ຢູ່ທີ່ນະ
ຄອນວຽງຈັນ ກ່ອນໜ້າກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ໃນ
ເດືອນແລ້ວນີ້.

ທ່ານນາງ Ashton ກ່າວມ້ວນທ້າຍວ່າ ສະຫະພາບຢູໂຣບ ຂໍສະໜັບສະໜຸນ ແລະຊຸກຍູ້ ເຈົ້າໜ້າທີ່ລາວ ໃນການດຳເນີນຄວາມພະຍາຍາມເພື່ອທຳການສືບສວນກ່ຽວກັບຄະດີນີ້ ທີ່ແນໃສ່ການຄໍ້າປະກັນໃຫ້ທ່ານສົມບັດ ສົມພອນໄດ້ກັບຄືນໄປຫາຄອບຄົວຂອງຜູ້ກ່ຽວ.

ທ່ານສົມບັດ ສົມພອນ ເປັນລູກຊາຍກົກ ຂອງຄອບຄົວຊາວນາທີ່ທຸກຍາກ ຈາກບ້ານດອນ ຂຽວ ໃນແຂວງຄຳມ່ວນ. ທ່ານໄດ້ຮັບທຶນການສຶກສາ ໄປຮຽນຕໍ່ທີ່ມະຫາວິທະຍາໄລຮາ
ວາຍ ຊຶ່ງຢູ່ທີ່ນັ້ນ ທ່ານໄດ້ຮັບປລິນຍາຕີດ້ານການສຶກສາ ແລະປລິນຍາໂທ ດ້ານການກະ
ເສດ. ທ່ານສົມບັດ ສົມພອນ ໄດ້ຮັບລາງວັນແມັກໄຊໄຊໃນປີ 2005.

ກ່ຽວຂ້ອງກັນ

XS
SM
MD
LG