ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບຢູໂຣບອາດບໍ່ຮັບ ການເຊື້ອເຊີນຂອງອີຣ່ານ


ຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ຖະແຫຼງຕໍ່ພວກນັກຂ່າວ ລຸນຫຼັງການພົບປະ ກັບລັດຖະມົນຕີການຕ່າງປະເທດຮັງກາຣີ (7 ມັງກອນ 2011)
ຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ຖະແຫຼງຕໍ່ພວກນັກຂ່າວ ລຸນຫຼັງການພົບປະ ກັບລັດຖະມົນຕີການຕ່າງປະເທດຮັງກາຣີ (7 ມັງກອນ 2011)

ສະຫະພາບຢູໂຣບສະແດງຮ່ອງຮອຍໃຫ້ເຫັນວ່າ ຕົນຈະປະຕິ ເສດຕໍ່ການເຊື້ອເຊີນໃຫ້ໄປ
ຢ້ຽມຢາມສະຖານທີ່ນິວເຄລຍຂອງອີຣ່ານໃນເດືອນນີ້.

ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ash-
ton ກ່າວວ່າຄວາມຮັບຜິດຊອບໃນການກວດກາເບິ່ງສະຖານທີ່ນິວເຄລຍຕ່າງໆນັ້ນ ແມ່ນ
ເປັນໜ້າທີ່ຂອງອົງການພະລັງງານປະລະມະນູສາກົນ. ທ່ານນາງໃຫ້ທັດສະນະດັ່ງກ່າວໃນ
ວັນສຸກມື້ນີ້ ລຸນຫຼັງທີ່ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຮັງກາຣີ ທ່ານ Janos
Martonyi.

ໃນມື້ວັນອັງຄານແລ້ວນີ້ ອີຣ່ານໃຫ້ການຢືນຢັນວ່າ ຕົນໄດ້ສົ່ງກ້ານເຊີນໄປຍັງສະມາຊິກ
ບາງປະເທດຂອງສະຫະພາບຢູໂຣບ ບັນດາປະເທດບໍ່ຮວມກຸ່ມຈຸນຶ່ງ ແລະບາງປະເທດ
ຂອງ 5 ປະເທດສະມາຊິກຖາວອນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ
ເຢຍຣະມັນ ໃນກຸ່ມທີ່ຮູ້ກັນວ່າ 5 ມະຫາອຳນາດບວກນຶ່ງຫຼື P5+1. ແຕ່ແນວໃດກໍຕາມ
ອີຣ່ານບໍ່ໄດ້ເຊີນສະຫະລັດ ຝຣັ່ງ ອັງກິດແລະເຢຍຣະມັນຊຶ່ງເປັນປະເທດມະຫາອຳນາດ
ສຳຄັນຂອງໂລກ ທີ່ພົວພັນໃນການເຈລະຈານິວເຄລຍນັ້ນ.

ເຈົ້າໜ້າທີ່ອີຣ່ານສະເໜີແນະວ່າ ການໄປຢ້ຽມຢາມທີ່ວ່ານີ້ຈະມີຂຶ້ນໃນລະຫວ່າງວັນທີ 15
ຫາ 16 ມັງກອນນີ້ ກ່ອນການເຈລະຈາກ່ຽວກັບໂຄງການນິວເຄລຍຂອງເຕຫະຣ່ານ ຊຶ່ງ ກຳນົດຈະມີຂຶ້ນທີ່ປະເທດເຕີກກີ ໃນທ້າຍເດືອນນີ້.

ໃນອີກດ້ານນຶ່ງນັ້ນ ສື່ມວນຊົນຂອງທາງການອີຣ່ານລາຍງານວ່າ ຮັກສາການລັດຖະມົນຕີ
ການຕ່າງປະເທດອີຣ່ານທ່ານ Ali Akbar Salehi ແລະຄູ່ຕຳແໜ່ງຝ່າຍເຕີກກີຂອງທ່ານ
ຄືທ່ານ Ahmet Davutoglu ໄດ້ໂອ້ລົມກັນທາງໂທລະສັບໃນວັນພະຫັດວານນີ້ ກ່ຽວກັບ
ການປະຊຸມ ທີ່ຈະມີຂຶ້ນຢູ່ເຕີກກີນັ້ນ.

XS
SM
MD
LG