ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ ຢູໂຣບ ລົງໂທດ ດ້ານເສດຖະກິດ ຮອບໃໝ່ ຕໍ່ ຣັດເຊຍ (ສະໄລດ໌/ວີດີໂອ)


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ສະແດງທ່າທີ ໃນຂະນະທີ່ ກ່າວຄຳປາໄສ ຢູ່ກອງປະຊຸມກ່ຽວກັບ ການອົບຮົມສັ່ງສອນຊາວໜຸ່ມ ຢູ່ຄ້າຍຊາວໜຸ່ມ Seliger ໃນພາກຕາເວັນຕົກສຽງເໜືອ ຂອງມົສກູເມື່ອວັນທີ 29 ສິງຫາ 2014.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ສະແດງທ່າທີ ໃນຂະນະທີ່ ກ່າວຄຳປາໄສ ຢູ່ກອງປະຊຸມກ່ຽວກັບ ການອົບຮົມສັ່ງສອນຊາວໜຸ່ມ ຢູ່ຄ້າຍຊາວໜຸ່ມ Seliger ໃນພາກຕາເວັນຕົກສຽງເໜືອ ຂອງມົສກູເມື່ອວັນທີ 29 ສິງຫາ 2014.

ສະຫະພາບຢູໂຣບໄດ້ທຳການລົງໂທດທາງດ້ານເສດຖະກິດ
ຮອບໃໝ່ຕໍ່ຣັດເຊຍ ຍ້ອນການເຄື່ອນໄຫວຢູ່ໃນຢູເຄຣນ.

ການລົງໂທດຮອບໃໝ່ ເລີ້ມມີຜົນບັງຄັບໃຊ້ ໃນວັນສຸກມື້ນີ້
ແລະມີເປົ້າໝາຍແນ ໃສ່ບໍລິສັດນ້ຳມັນ ແລະບໍລິສັດສ້າງອຸບ
ປະກອນປ້ອງກັນປະເທດ. ການຈຳກັດຮັດແຄບຮອບ ຫຼ້າສຸດ
ຂອງສະຫະພາບຢູໂຣບຍັງໄດ້ລົງໂທດຕໍ່ສ່ວນບຸກຄົນຮວມທັງ
ຊາວຣັດເຊຍ ແລະພວກກະບົດຢູເຄຣນນຳດ້ວຍ.

ປະທານສະພາຢູໂຣບທ່ານ Herman Van Rompuy ກ່າວວ່າ
ການລົງໂທດນີ້ ອາດຈະໄດ້ຮັບການດັດແປງແກ້ໄຂ ໂຈະ ຫລືຍົກເລີກໄປເລີຍເປັນບາງ
ສ່ວນ ຫລືທັງໝົດ ຫລັງຈາກໄດ້ມີການ ທົບທວນເບິ່ງການຢຸດຍິງໃນຢູເຄຣນ ພາຍໃນທ້າຍ ເດືອນກັນຍານີ້.

ຣັດເຊຍກ່າວວ່າ ຕົນຈະທຳການຕອບໂຕ້ຕໍ່ການລົງໂທດໃໝ່ໃນທັນທີ ແຕ່ບໍ່ໄດ້ ໃຫ້ລາຍ
ລະອຽດໃດໆ. ໃນລະຍະສອງສາມມື້ຜ່ານມານີ້ ເຈົ້າໜ້າທີ່ຣັດເຊຍໄດ້ຂົ່ມຂູ່ວ່າ ຈະຫ້າມ
ບໍ່ໃຫ້ສາຍການບິນສະຫະລັດ ບິນຜ່ານເຂດອາກາດຂອງຕົນ ຊຶ່ງເປັນການເຄື່ອນໄຫວ
ທີ່ອາດບັງຄັບໃຫ້ຕ້ອງບິນເວີ້ງແລະເສຍຄ່າໃຊ້ຈ່າຍສູງ ໄປຍັງເຂດເອເຊຍຕາເວັນອອກນັ້ນ.

ກອງປະຊຸມສຸດຍອດຂອງພວກຜູ້ນຳສະຫະພາບຢູໂຣບໃນສັບປະດາແລ້ວນີ້ ໄດ້ຕົກລົງ
ທີ່ຈະທຳການລົງໂທດຮອບໃໝ່ ແຕ່ໄດ້ເລື່ອນການຈັດຕັ້ງປະຕິບັດອອກໄປ ເພື່ອສັງເກດ ການເບິ່ງ ການຢຸດຍິງ ລະຫວ່າງທະຫານລັດຖະບານຢູເຄຣນ ແລະພວກກະບົດແບ່ງ
ແຍກດິນແດນນິຍົມຣັດເຊຍ ຈະໄດ້ຮັບການເຄົາລົບຫຼືບໍ່.

ບັນຫາຂັດແຍ້ງທາງທະຫານລະຫວ່າງລັດຖະບານຢູເຄຣນແລະພວກກະບົດແບ່ງແຍກ
ດິນແດນນິຍົມຣັດເຊຍ ໃນພາກຕາເວັນອອກຢູເຄຣນ ໄດ້ເລີ້ມມາແຕ່ ກາງເດືອນເມສາ
ໂດຍເອົາຊີວິດຜູ້ຄົນໄປແລ້ວ ຫລາຍພັນຄົນ.

ຢູເຄຣນແລະບັນດາປະເທດຕາເວັນຕົກໄດ້ກ່າວຫາຣັດເຊຍວ່າ ສະໜອງອາວຸດ ແລະ
ເກັບເກນອາສາສະໝັກໃຫ້ແກ່ພວກກະບົດ.

ມົສກູໄດ້ປະຕິເສດຊ້ຳແລ້ວຊ້ຳອີກວ່າ ຕົນບໍ່ໄດ້ສົ່ງກຳລັງທະຫານ ແລະອາວຸດ ຕ່າງໆໄປ
ໃຫ້ພວກກະບົດແບ່ງແຍກດິນແດນນິຍົມຣັດເຊຍ ໃນພາກຕາເວັນອອກ ຢູເຄຣນ.

UKRAINE UPD CNPK
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG