ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ການ​ເງິນ ຂອງອີຢູ ປະຊຸມກັນ ທີ່ນະຄອນ Dublin


ລັດຖະມົນຕີ​ການ​ເງິນຂອງສະຫະພາບ​ຢູ​ໂຣບ ກໍາລັງ​ປະຊຸມ​
ກັນ​ທີ່ນະຄອນ Dublin ​ກ່ຽວກັບວິກິດການເງິນ ໃນໄຊປຣັສ
ລັດຖະມົນຕີ​ການ​ເງິນຂອງສະຫະພາບ​ຢູ​ໂຣບ ກໍາລັງ​ປະຊຸມ​ ກັນ​ທີ່ນະຄອນ Dublin ​ກ່ຽວກັບວິກິດການເງິນ ໃນໄຊປຣັສ
ບັນດາລັດຖະມົນຕີ​ການ​ເງິນຂອງສະຫະພາບ​ຢູ​ໂຣບ ກໍາລັງ​ປະ
ຊຸມ​ກັນ​ທີ່ນະຄອນ Dublin ​ໃນ​ວັນ​ສຸກ​ມື້​ນີ້ ​ແລະ​ວັນ​ເສົາມື້ອື່ນ ​
ເພື່ອ​ສົນທະນາ​ກ່ຽວ​ກັບກາ​ນ​ໃຫ້​ຄວາມຊ່ວຍ​ເຫລືອ​ແກ່ບັນດາ
ສະມາຊິກ​ທີ່​ກໍາລັງ​ດີ້ນ​ລົນ ​ໂດຍ​ມີ​ໄຊ​ປຣັສ ​ເປັນຫົວ​ຂໍ້​ສໍາຄັນ​ ​
ໃນ​ອັນ​ດັບ​ສູງ.

ການ​ປະຊຸມ​ໄດ້​ມີຂື້ນ​ພຽງ​ນຶ່ງ​ມື້ ຫລັງ​ຈາກມີຂ່າວ​ວ່າ ການ​ໃຊ້​
ຈ່າຍ​ເພື່ອ ຊ່ວຍ​ກອບ​ກູ້ໄຊ​ປຣັສ ​ໄດ້​ກະ​ໂດດ​ຂື້ນ​ຢ່າງ​ຫຼວງຫຼາຍ
|ພາຍ​ໃນ​ໄລຍະ​ບໍ່ ຮອດ​ນຶ່ງ​ເດືອນ ຫັລງຈາກບັນດາ​ຜູ້​ຊ່ຽວຊານ​ການ​ເງິນ​ນາ​ໆ​ຊາດຄິດວ່າເຂົາ​ເຈົ້າ​ໄດ້​ແກ້​ໄຂບັນຫາ ຄວາມ​ຜິດພາດທາງດ້ານການ​ເງິນ​ ຂອງ​ປະ​ເທດ​ເກາະ
ດັ່ງກ່າວ​ໄປ​ແລ້ວ.

​ໄຊ​ປຣັສ ​ໃນ​ຕອນ​ຕົ້ນ​ຄິດ​ວ່າ ຕົນ​ຕ້ອງ​ໄດ້​ປະກອບສ່ວນດ້ານ​ການ​ເງິນ​ປະ​ມານ 9 ພັນ​ລ້ານ​ໂດ​ລາ ​ເ​ພື່ອຄໍ້າປະກັນ ການ​ໄດ້ຮັບ​ເງິນ​ກູ້​ຢືມ 13 ພັນ​ລ້ານ​ໂດ​ລາຈາກ​ບັນດາ​ຜູ້​ໃຫ້​
ເງິນ​ກູ້ຢືມ​ຕ່າງປະ​ເທດ. ​ແຕ່​ວ່າ​ເລິກ​ລົງ ​ໄປ​ກວ່າ​ນັ້ນ​ ນັກວິ​ເຄາະ​ໄດ້ເປີດເຜີຍ ​ໃນ​ວັນພະ
ຫັດ​ວານ​ນີ້ ທີ່ສ​ະ​ແດງ​ໃຫ້​ເຫັນວ່າ ​ສະພາບເສດຖກິດ ຂອງ​ປະ​ເທດ​ເກາະ​ທີ່​ເປັນ​ບ່ອນ​
ຫລົບ​ລີ້ ໜີພາສີ​ຢູ່​ນອກ​ປະ​ເທດດັ່ງກ່າວ ມີ​ຄວາມ​ຮ້າຍ​ແຮງໄປກວ່າ​ທີ່​ໄດ້​ຄິດ​ໄວ້ໃນ​ຕອນທໍາ​ອິດ.

ສະພາບ​ການ​ດັ່ງກ່າວ​ຈະ​ບັງຄັບ​ໃຫ້​ນິ​ໂກ​ເຊຍ ຕ້ອງ​ໄດ້ເພີ້ມພາລະ​ຮັບ ຜິດ​ຊອບ​ຂອງ
ຕົນຂຶ້ນຕື່ມ​ອີກ 8 ພັນ​ລ້ານ​ໂດ​ລາ ​ເປັນ​ທັງ​ໝົດ 17 ພັນ ລ້ານ​ໂດ​ລາ.

ການ​ຕົກລົງໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ໄຊ​ປຣັສ​ໂດຍບັນດາ​ຜູ້​ໃຫ້​ກູ້​ຢືມ​ຈາກ ​ຕ່າງປະ​ເທດ ​ໃນ​ເດືອນ​ແລ້ວ​ ​ໄດ້​ຮຽກຮ້ອງ​ ໃຫ້​ປິດທະນາຄານ Laiki ຊຶ່ງ​ເປັນ​ທະນາຄານທີ່ໃຫຍ່ອັນ​ດັບ​ສອງ​ຂອງ​ປະ​ເທດ​ດັ່ງກ່າວ ​ແລະຍຶດ​ເອົາ​ 60 ​ເປີ​ເຊັນ ​ຂອງບັນຊີເງິນ​ຝາກໃຫຍ່ໆ
ຂອງພວກທີ່​ຝາກ​ເງິນ​ໄວ້ ສ່ວນ​ຫລາຍ​ແມ່ນຊາວຣັດ​ເຊຍທີ່​ຮັ່ງມີ.

ບັດ​ນີ້ ເພື່ອຊອກ​ຫາ​ເງິນ​ມາ​ຕື່ມ ປະ​ເທດ​ເກາະ​ດອນ​ໄຊ​ປຣັສ ຈະ​ຕ້ອງ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຂາຍສາມ​ສ່ວນ​ສີ່​ຂອງ​ຄໍາສຳຮອງ ທີ່​ເກັບ​ສະ​ສົມ​ໄວ້​ປະມານ 524 ລ້ານ​ໂດ​ລາ ເກັບ​ພາສີ​ເພີ້ມຕື່ມ ຂາຍ​ຊັບ​ສິນ​ທີ່​ດິນ ​ແລະເຈລະຈາ​ຕໍ່​ລອງໃໝ່ ກ່ຽວ​ກັບ​ເງື່ອນ​ໄຂ​ຕ່າງໆ​ໃນ​ການ​ກູ້​ຢືມ​ເງິນ​ຈາກ​ຣັດ​ເຊຍ.
XS
SM
MD
LG