ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ນໍາອີຢູ ເພ່ງເລັງໃສ່ ການເຕີບໂຕຂອງເສດຖະກິດ ໃນກອງປະຊຸມ ທີ່ Brussels


ທຸງສະຫະພາບຢູໂຣບ ຫລືອີຢູ
ທຸງສະຫະພາບຢູໂຣບ ຫລືອີຢູ

ບັນດາ​ຜູ້​ນໍາ​ຂອງ 27 ປະ​ເທດ​ທີ່​ປະກອບ​ເປັນ​ສະຫະພາບ​ຢູ​ໂຣບ ພາກັນ​ເຕົ້າ​ໂຮ​ມກັນ​ຢູ່​ທີ່ນະຄອນຫຼວງ Brussels ປະ​ເທດ​ເບ​ລຢ້ຽມ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ແນເປົ້າໝາຍ​ໃສ່​ການແກ້​ໄຂ​ບັນ​ວິ​ກິດ​ການ​ໜີ້​ສິນ ທີ່​ກໍາລັງ​ຂົ່ມຂູ່​ຕໍ່​ຄວາມ​ຢູ່​ລອດຂອງ​ສະຫະ​ພາບ​ຢູ​ໂຣບຫຼືອີ​ຢູນັ້ນ.

ຈຸດ​ເພ່ງ​ເລັງ​ຂອງ​ອີ​ຢູ ​ໄດ້​ປ່ຽນ​ຈາກ​ການ​ປະຢັດ​ມັດທະຍັດ​ໄປ​ສູ່ພວກ​ນະ​ໂຍບາຍທີ່​ສະ​ໜັບສະ​ໜຸນການ​ເຕີບ​ໂຕ ນັບ​ຕັ້ງ​ແຕ່​ການ​ເລືອກ​ຕັ້ງ​ທ່ານ Fran-cois Hollande ຈາກພັກ​ສັງຄົມ​ນິຍົມ​ ​ເປັນ​ປະທານາທິບໍດີ​ຝຣັ່ງ ​ແລະ​ສະພາບ​ການ​ການ​ເມືອງທີ່​ບໍ່​ໄປ​ບໍ່​ມາ​ຂອງ​ປະ​ເທດ​ກຣີສ ບ່ອນ​ທີ່​ພວກປ່ອນ​ບັດ​ເລືອກ​ຕັ້ງ​ບໍ່​ຍອມຮັບ​ເອົາ​ພັກ​ການເມືອງ​ຕ່າງໆ​ທີ່​ເຫັນ​ພ້ອມ​ກັບ​ການຕັດ​ງົບປະມານ​ລົງ​ຢ່າງຫຼວງຫຼາຍນັ້ນ ​ເພື່ອ​ແລກປ່ຽນ​ກັບ​ເງິນ​ຄໍ້າປະກັນ. ແຕ່ແນວ​ໃດ​ກໍ​ດີ ອິດ​ທິພົນ​ຂອງ​ທ່ານ Hollande ​ແມ່ນ​ຂັດ​ກັບ​ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ທີ່​ໄດ້​ນໍາພາໃຫ້​ມີ​ການ
ຮັບ​ເອົາ​ນະ​ໂຍບາຍປະຢັດ​ມັດທະຍັດ​ນັບ​ຕັ້ງ​ແຕ່​ວິ​ກິດ​ການ​ໜີ້​ສິນ​ໄດ້​ເລີີ່​ມຕົ້ນ​ຂຶ້ນ.

ມື້​ນຶ່ງ​ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ນັ້ນສະພາພາກ​ພື້ນ​ຢູ​ໂຣບ​ໄດ້​ເຫັນ ພ້ອມ​ຕໍ່ໂຄງການ​ນໍາທາງໂຄງການ​ນຶ່ງ ທີ່​ຈະ​ໃຊ້ເງິນເກືອບ 300 ພັນ​ລ້ານ ​ໂດ​ລາ ​ໃນ​ອັນ​ທີ່​ເອີ້ນ​ວ່າ​ ​ເປັນ​ໂຄງການພັນທະ​ບັດສຳ​ຫຼັບ​ປີ 2012 ​ແລະ 2013 ​ເພື່ອ​ໃຫ້​ເງິນ​ປະມານ 5 ພັນ​ 8 ຮ້ອຍ​ລ້ານ​ໂດ​ລາ ຂອງ​ໂຄງການ​ການ​ລົງທຶນ​ຕ່າງໆ​ນັ້ນ.

XS
SM
MD
LG