ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

EU ກຳລັງພິຈາລະນາ ມາດຕະການລົງໂທດຕໍ່ ຊີເຣຍ, ແຕ່ບໍ່ແມ່ນຕໍ່ ຣັດເຊຍ


ໃນພາບນີ້ທີ່ມອບໃຫ້ໂດຍ ກຸ່ມປ້ອງກັນພົນລະເຮືອນ ຊີເຣຍ ເຊິ່ງຮູ້ຈັກກັນວ່າໝວກກັນກະທົບສີຂາວ, ພະນັກງານປ້ອງກັນ
ພົນລະເຮືອນ ຊີເຣຍ ທຳການຄົ້ນຫາຜ່ານຊາກຫັກພັງໃນເມືອງ Aleppo ທີ່ຕັ້ງຢູ່ພາກຕາເວັນອອກຂອງປະເທດ, Syria, 12 ຕຸລາ, 2016.
ໃນພາບນີ້ທີ່ມອບໃຫ້ໂດຍ ກຸ່ມປ້ອງກັນພົນລະເຮືອນ ຊີເຣຍ ເຊິ່ງຮູ້ຈັກກັນວ່າໝວກກັນກະທົບສີຂາວ, ພະນັກງານປ້ອງກັນ ພົນລະເຮືອນ ຊີເຣຍ ທຳການຄົ້ນຫາຜ່ານຊາກຫັກພັງໃນເມືອງ Aleppo ທີ່ຕັ້ງຢູ່ພາກຕາເວັນອອກຂອງປະເທດ, Syria, 12 ຕຸລາ, 2016.

ທ່ານນາງ Federica Mogheriniຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບຢູ ໂຣບກ່າວວ່າ ອີຢູ ຈະບໍ່ພິຈາລະນາວ່າ ຈະລົງໂທດທາງດ້ານເສຖະກິດຕໍ່ ຮັດເຊຍ ຍ້ອນ ບົດບາດຂອງປະເທດດັ່ງກ່າວໃນ ຊີເຣຍ.

ທ່ານນາງໄດ້ບອກພວກນັກສື່ຂ່າວໃນວັນຈັນມື້ນີ້ຢູ່ Luzembourg ວ່າ “ສິ່ງດັ່ງກ່າວບໍ່ໄດ້ ນຳຂຶ້ນສະເໜີໂດຍປະເທດສະມາຊິກປະເທດໃດ.”

ທ່ານນາງ Mogherini ເວົ້າວ່າ ໄດ້ມີການສົນທະນາກັນຢູ່ ກ່ຽວກັບເລື່ອງລົງໂທດຕໍ່ພວກ ສະມາຊິກຂອງລັດຖະບານປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ແລະ ໄດ້ ເນັ້ນໜັກເຖິງຄວາມຈຳເປັນສຳລັບພວກທີ່ໄດ້ຮັບອິດທິພົນຈາກພວກທີ່ມີສ່ວນຕ່າງໆໃນ ສົງຄາມ ເພື່ອຫາທາງເຈລະຈາກັນ ແລະ ຊອກຫາຊ່ອງທາງແກ້ໄຂບັນຫາ.

ຄວາມເຫັນຂອງທ່ານນາງໄດ້ມີຂຶ້ນນຶ່ງມື້ ລຸນຫຼັງການເຕືອນຂອງ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ ວ່າອາດຈະມີການລົງໂທດທາງດ້ານເສຖະກິດ ກ່ຽວພັນກັບ ສະພາບການໃນ ຊີເຣຍ ແລະ ໄດ້ຕ້ອງຕິຢ່າງໃຫຍ່ຕໍ່ບົດບາດທາງທະຫານຂອງ ຣັດເຊຍ ຢູ່ແຫ່ງດັ່ງກ່າວ.

ຊີເຣຍ ໄດ້ເປັນຈຸດເພັ່ງເລັງ ໃນລະຫວ່າງການໂອ້ລົມຂອງທ່ານໃນວັນອາທິດວານນີ້ ກັບ ທ່ານ ບໍຮິສ ຈອນສັນ ລັດຖະມົນຕີຕ່າງປະເທດ ອັງກິດ ແລະໃນກອງປະຊຸມວັນເສົາ ກັບ ທ່ານ ເຊີເກ ລາຣັອຟ ລັດຖະມົນຕີຕ່າງປະເທດ ຣັດເຊຍ ພ້ອມດ້ວຍນັກການທູດຄົນອື່ນໆ.

ທ່ານ ແຄຣີ ໄດ້ເວົ້າໃນວັນອາທິດວານນີ້ວ່າ ພວກເຈົ້າໜ້າທີ່ທັງຫຼາຍເກີດຄວາມບໍ່ສະບາຍ ໃຈ ທັງໂມໂຫນຳ ຍ້ອນຄວາມຫາຍະນະທີ່ເກີດຂຶ້ນຢູ່ເມືອງອາເລັບໂປທາງພາກເໜືອຂອງ ປະເທດນັ້ນ.

ທ່ານເວົ້າວ່າ “ນີ້ເປັນຄວາມຫາຍະນະຄັ້ງຮ້າຍແຮງທີ່ສຸດດ້ານມະນຸດສະທຳ ນັບຕັ້ງແຕ່ ສົງຄາມໂລກຄັ້ງທີສອງເປັນຕົ້ນມາ. ແລະມັນສາມາດຈະຢຸດຢັ້ງໄດ້ໃນມື້ອື່ນເຊົ້ານີ້ ໃນ ມື້ແລງນີ້ຖ້າ ຣັດເຊຍ ກັບລະບອບ ອາສຊາດ ຫາກປະພຶດໃຫ້ເຂົ້າກັບຫຼັກທຳມະດາສາ ມັນ ຫຼືມາດຕະຖານໃດໆ ຂອງຄວາມເໝາະສົມ. ແຕ່ພວກເຂົາຊໍ້າພັດບໍ່ເຮັດແນວນັ້ນ."

ທ່ານ ແຄຣີ ກ່າວວ່າ ທັງທ່ານ ແລະ ບັນດາລັດຖະມົນຕີຄົນອື່ນໆ ຈະພາພາກັນຊອກຫາ ຈົນໝົດວິທີທາງ ເພື່ອຈະໃຫ້ມີການຢຸດຍິງ. ສັນຍາຢຸດຍິງຄັ້ງກ່ອນໆໄດ້ແຕກສະຫຼາຍໄປ ໃນຕະຫຼອດຫຼາຍກວ່າ 5 ປີຜ່ານມາໃນສົງຄາມ ຊີເຣຍ ອັນລວມທັງອັນທີ່ມີຂຶ້ນໃນເດືອນ ແລ້ວນີ້ ທີ່ເພັ່ງເລັງໃສ່ເມືອງອາເລັບໂປນັ້ນນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US and British Officials: Only Perpetrators Can End 'Slaughter' in Aleppo
please wait

No media source currently available

0:00 0:02:47 0:00
XS
SM
MD
LG