ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

EU ໃຫ້ການຊ່ວຍ​ເຫຼືອ ແກ່ພາກ​ສ່ວນແປ​ຮູບ​ໄມ້​ ຂອງລາວ


ງານວາງສະແດງ ຜະລິດຕະພັນ ​​ໄມ້​ສຳ​ເລັດ​ຮູບຕ່າງໆ ຢູ່ນະຄອນຫລວງວຽງຈັນ ຈາກບັນດາໂຮງງານໃນລາວ.
ງານວາງສະແດງ ຜະລິດຕະພັນ ​​ໄມ້​ສຳ​ເລັດ​ຮູບຕ່າງໆ ຢູ່ນະຄອນຫລວງວຽງຈັນ ຈາກບັນດາໂຮງງານໃນລາວ.

ສະຫະພາບ​ຢູ​ໂຣບ​ໃຫ້ການ​ຊ່ອຍ​ເຫຼືອລາວ ​ໃນ​ການ​ພັດທະນາ​
ພາກ​ທຸລະ​ກິດ ການແປ​ຮູບ​ໄມ້​ເພື່ອ​ການ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ
​ໃຫ້ຫຼາຍຂຶ້ນ ​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງໄປ ​ໃນ​ຕະຫລາດ​ຂອງ​
ສະຫະພາບ​ຢູ​ໂຣບນັ້ນ.

ທ່ານ Michel Goffin ຜູ້ຕາງໜ້າ​ຂອງ​ສະຫະພາບ​ຢູ​ໂຣບ (EU) ປະຈຳ ສປປ ລາວ
ຖະ​ແຫລ​ງຢືນຢັນ​ວ່າ EU ມີ​ນະ​ໂຍບາຍ​ເປີດ​ຕະຫລາດ​ເພື່ອ​ຮອງ​ຮັບ​ການ​ນຳ​ເຂົ້າຜະລິດ
​ຕະພັນ​ໄມ້​ສຳ​ເລັດ​ຮູ​ບ ​ເຄືອງ​ເຮືອນ​ຂອງ​ຊານ (Furniture) ຈາກ​ຜູ້​ຜະລິດ​ໃນ​ລາວ​ໃຫ້ຫຼາຍ
ຂຶ້ນຢ່າງ​ຕໍ່​ເນື່ອງ ຫາກ​ແຕ່​ວ່າ ການ​ທີ່​ຜູ້​ຜະລິດ​ໃນ​ລາວ ຈະ​ສາມາດ​ສົ່ງ​ຜະລິດ​ຕະພັນໄມ້​ສຳ​ເລັດ​ຮູບ​ໄປ​ຍັງ​ຕະຫລາດ​ໃນ EU ​ໄດ້​ນັ້ນ ກໍ​ຈະ​ຕ້ອງ​ປະຕິບັດ​ຕາມ​ລະບຽບ​ກົດໝາຍ​ຂອງ EU ​ໄດ້​ຢ່າງ​ຄົບ​ຖ້ວນ​ດ້ວຍ.

ໂດຍ​ທີ່​ສຳຄັນ​ກໍ​ຄື​ຜູ້​ຜະລິດ​ໃນ​ລາວ ຈະ​ຕ້ອງ​ມີ​ຫລັກ​ຖານ ທີ່ຢັ້ງຢືນ​ໄດ້​ຢ່າງ​ຄັກ​ແນ່​ວ່າ ​ໄມ້​ທີ່​
ນຳ​ໃຊ້​ເປັນ​ວັດຖຸ​ດິດ ​ໃນ​ການ​ແປ​ຮູບ​ນັ້ນ ​ເປັນ​ໄມ້​ທີ່​ໄດ້​ມາ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຊຶ່ງ​ກໍ​
ຄືໄມ້​ທີ່​ຕັດ​ມາ​ຈາກ​ພື້ນ​ທີ່​ສຳ​ປະທານ ​ທີ່​ໄດ້​ຮັບ​ອະນຸຍາດ ຈາກ​ລັດຖະບານ​ລາວ​ ຢ່າງ​ຖືກ​
ຕ້ອງ ​ແລະ​ ພ້ອມ​ກັນນັ້ນ ຜະລິດ​ຕະພັນ​ໄມ້​ທີ່​ຜູ້​ຜະລິດ​ໃນ​ລາວ ຈະ​ສົ່ງ​ໄປ​ຍັງ​ຕະຫລາດ​ໃນ
EU ກໍ​ຍັງ​ຈະ​ຕ້ອງ​ມີ​ມາດ​ຕະຖານ​ສາກົນ​ ທັງ​ໃນ​ດ້ານ​ເທັກ​ນິກການ​ຜະລິດ ​ແລະ​ ການ​ນຳ​ໃຊ້​
ແຮງ​ງານ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ Michel Goffin ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ນັບ​ຕັ້ງ​ແຕ່​ປີ 2013 ​ເປັນຕົ້ນມາ ຕະຫລາດ​ຢູ​ໂຣບ ບໍ່​ເປີດ​ໃຫ້​ແກ່​ເຄື່ອງ​ເຮືອນ​ຂອງ​
ຊານ ຫຼື ຈຳພວກ​ເຄື່ອງ​ທີ່​ເຮັດ​ດ້ວຍ​ໄມ້ ທີ່​ຜິດ​ກົດໝາຍ ​ເພາະສະນັ້ນ ຖ້າ​ເຈົ້າຢາກ​
ສົ່ງ​ອອກ​ສິນຄ້າ​ຂອງ​ເຈົ້າ ​ເຂົ້າ​ໄປ​ຍັງ​ຢູ​ໂຣບ ​ເຈົ້າຕ້ອງ​ມີຫຼັກຖານ​ຄົບ​ຖ້ວນ ທີ່ສະແດງ​
ວ່າ ​ໄມ້​ທີ່​ເຈົ້ານຳ​ເອົາ​ມາ​ໃຊ້​ນັ້ນ ​ເປັນ​ໄມ້​ທີ່​ໄດ້​ຈາກ​ແຫ​ລ່ງ ທີ່​ຖືກຕ້ອງ​ຕາມກົດໝາຍ.”

ຜະລິດຕະພັນ ໄມ້​ສຳ​ເລັດ​ຮູບ ຂອງລາວ ຍັງຂາດແຄນດ້ານເທັກນິກ ແລະ ຍັງບໍ່ໄດ້ມາດຕະຖານສາກົນ.
ຜະລິດຕະພັນ ໄມ້​ສຳ​ເລັດ​ຮູບ ຂອງລາວ ຍັງຂາດແຄນດ້ານເທັກນິກ ແລະ ຍັງບໍ່ໄດ້ມາດຕະຖານສາກົນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ຜູ້​ຜະລິດ​ໃນ​ລາວ​ຈະ​ສາມາດ​ປະຕິບັດ​
ໄດ້​ຕາມ​ເງື່ອນ​ໄຂ​ດັ່ງກ່າວ​ນີ້​ຂອງ EU ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ​ເນື່ອງ​
ຈາກ​ການ​ບໍລິຫານ​ງານ​ດ້ານ​ປ່າ​ໄມ້​ໃນ​ລາວ ຍັງ​ຂາດ​ຄວາມ​ຊັດ​
ເຈນ ​ແລະ ​ຂັດ​ແຍ້​ງກັບ​ເປົ້າ​ໝາຍ ທີ່​ຈະ​ເພີ້​ມຄວາມ​ໜາ​ແໜ້ນ​
ຂອງ​ປ່າໄມ້​ໃນ​ລາວ ​ໃຫ້ຫຼາຍຂຶ້ນອີກ​ດ້ວຍ ດັ່ງ​ທີ່ ທ່ານ​ດວງ​ດີ
ອຸດທະ​ຈັກ ສະມາຊິ​ກສະພາ​ແຫ່ງ​ຊາດ​ລາວ ​ໄດ້​ໃຫ້ການ​ຢືນ​
ຢັນ​ວ່າ:

“ກະ​ແມ່ນ​ວ່າ​ປະຊາຊົນ​ຂັດຂ້ອງວ່າ ​ເປັນ​ໃດ ອັນ​ລັດຖະ
ບານ​ນີ້ ຄື​ຈັ່ງວ່າ​ປ່ອຍ​ໃຫ້​ຂຸດ​ຄົ້ນ​ໄມ້ຫຼາຍ​ແທ້ ຂົນ​ໝົດ​ມື້​
ໝົດ​ຄືນ ຈັກ​ໄປ​ທາງ​ເລກ 7 ​ໄປ​ທາງນ້ຳກັນ ​ໄປ​ທາງ​ເລກ 12 ​ໄປ​ທາງ​ເລກ 9 ​ແລະ​
ວ່າ ​ເລື້ອງ​ນີ້ ຜູ້​ແທນ​ຫລວງ​ນ້ຳທາ ກະ​ວ່າ​ໄປ​ທາງ​ພຸ້ນ​ອີກ.”

ທາງ​ດ້ານ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ກໍ​ໄດ້​ຖະ​ແຫລ​ງ​ເພື່ອ​ຕອບ​ຂໍ້​ສົງ
​ໄສ​ດັ່ງກ່າວ​ນີ້​ວ່າ ລັດຖະບານ​ລາວ​ມີ​ແນວ​ນະ​ໂຍບາຍ​ກ່ຽວ​ກັບ​ປ່າ​ໄມ້​ທີ່​ຊັດ​ເຈນ ກໍ​ຄື​ການ​ເພີ້​ມ
ລະດັບ​ຄວາມ​ໜາ​ແໜ້ນ​ ຂອງ​ປ່າ​ໄມ້​ພາຍ​ໃນ​ປະ​ເທດ​ໃຫ້​ໄດ້​ເຖິງ 65 ​ແລະ 70 ​ເປີ​ເຊັນ​ ຂອງ
​ພື້ນ​ທີ່​ທັງ​ໝົດ​ໃນ​ປີ 2015 ​ແລະ​ປີ 2020 ​ແຕ່ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້
​ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈະ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື ຈາກ​ທຸກ​ພາກສ່ວນ​ ທັງ​ໃນ​ພາກ​ລັດຖະບານ
ພາກ​ເອກະ​ຊົນ ​ແລະ ປະຊາຊົນລາວບັນດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດ.

ທັງ​ນີ້ ​ໂດຍ​ທ່ານ​ທອງ​ສິງ ຢອມ​ຮັບ​ວ່າ ​ໃນ​ປັດຈຸບັນ​ນີ້ ຍັງ​ມີ​ການ​ລັກລອບ​ຕັດ​ໄມ້ ​ໂດ​ຍຜິດ​ກົດ
ໝາຍ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ໃນ​ທົ່ວ​ປະ​ເທດ ​ໂດຍ​ເງື່ອນ​ໄຂ​ສຳຄັນ ທີ່​ເຮັດ​ໃຫ້​ສະພາບ
​ການດັ່ງກ່າວ​ ສາມາດ​ເກີດ​ຂຶ້ນ​ໄດ້ ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່​ ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດ​ໝາຍ
ຂອງ​ບັນດາ​ພະນັກງານ​ລັດຖະບານ ​ໃນ​ທຸກ​ລະດັບ​ຊັ້ນ ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້​ໃຫ້ການ​ຊີ້​
ແຈງວ່າ:

“​ເລື້ອງ​ການ​ຕັດ​ໄມ້​ມີ​ນະ​ໂຍບາຍ​ໃຫ້​ຍຸດຕິ ການ​ຕັດ​ໄມ້​ນີ້ ​ແມ່ນ​ໄດ້​ອອກ​ມາ​ດົນ​ແລ້ວ ຂ້າພະ​ເຈົ້າ​ເປັນ​ກຳມະການ​ສູນ​ກາງ​ນີ້ ກະ​ຫ້າ​ຫົກ​ສະ​ໄໝ​ແລ້ວ ​ແລະ​ກະ​ໄດ້​ຍິນ​ສະ​ໄໝ​ໃດ​ກະ​ເວົ້າກັນ ກໍ​ໄດ້​ປຶກສາ​ຫາລື ​ເວົ້າ​ເ​ລື້​ອງການຍຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ ຍຸດຕິ​ການ​ຕັດ​ໄມ້ ​ແຕ່​ວ່າ ບໍ່​ມີ​ເວລາ​ໃດ​ຍຸດຕິ​ໄດ້.”

ກ່ອນ​ໜ້າ​ນີ້ ກະຊວງ​ກະສິກຳ-ປ່າ​ໄມ້ ລາຍ​ງານ​ວ່າ​ໜ່ວຍ​ຕຳຫລວດ​ສະ​ເພາະ​ກິດ​ສາ​ມາດ
ຢຶດ​ໄມ້​ທີ່​ລັກລອບ​ຕັດ​ໄດ້ 8 ​ແສນ​ກວ່າ​ແມັດ​ກ້ອນ​ໃນ​ລະຍະ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ​
ປະຈຳ​ປີ 2013-2014 ນີ້ ​ໂດຍ​ໄມ້​ທີ່ຢຶດ​ໄດ້​ດັ່ງກ່າວ ຖື​ເປັນ​ປະລິມານ​ ທີ່ຫຼາຍກວ່າ​ໄມ້​ທີ່​ຖືກ
​ຕັດ​ ຢ່າງຖືກຕ້ອງ​ຕາມ​ກົດ​ໝາຍ ​ໃນ​ລະຍະ​ດຽວ​ກັນ​ນີ້​ເຖິງ 8 ​ເທົ່າໂຕ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ຍັງ​ປະ​ເມີນ​ວ່າ ການ​ລັກລອບ​ຕັດ​ໄມ້​ໃນຕະ
ຫລອດແຜນການ​ປີ 2013-2014 ມີ​ປະລິມານ​ລວມ ຫຼາຍກວ່າ 1 ລ້ານ​ແມັດ​ກ້ອນ​ອີກ​ດ້ວຍ ​
ໂດຍ​ເຂດ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້ຫຼາຍທີ່​ສຸດ ກໍ​ແມ່ນ​ເຂດ​ຊາຍ​ແດນ​ລາວ ທີ່​ຕິດ​ຕໍ່​ກັບ
ຫວຽດນາມ ຈີນ ​ແລະ​ໄທ​ຕາມ​ລຳດັບ.

XS
SM
MD
LG