ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊ່ວຍນັກບິນ ສາຍການບິນ ອີທິໂອເປຍ ຈີ້ເຮືອບິນ ໄປລົງ ຢູ່ເຈນີວາ (ວີດີໂອ)


ເຈົ້າໜ້າທີ່ ສະວິດ ກັກໂຕຜູ້ຊ່ວຍນັກບິນ ສາຍການບິນ ເອທິໂອເປຍ ຫລັງຈາກລົງເດີ່ນດ້ວຍຄວາມປອດໄພ
ເຈົ້າໜ້າທີ່ ສະວິດ ກັກໂຕຜູ້ຊ່ວຍນັກບິນ ສາຍການບິນ ເອທິໂອເປຍ ຫລັງຈາກລົງເດີ່ນດ້ວຍຄວາມປອດໄພ
ຜູ້​ຊ່ວ​ຍນັກ​ບິນ ຂອງສາຍ​ການບິນ ອີທິ​ໂອ​ເປຍ ​ໃນ​ຖ້ຽວ​ບິນ​ທີ່​
ມຸ້ງ​ໜ້າ​ໄປ​ຍັງກຸງໂຣມ ​ໃນ​ວັນ​ຈັນ​ມື້​ນີ້ ໄດ້​ຈີ້​ເຮືອບິນ ​ແລະ​ນໍາ
ເອົາເຮືອບິນ​ໄປ​ລົງ​ເດີ່ນ ດ້ວຍ​ຄວາມ​ປອດ​ໄພ ​ທີ່​ນະຄອນ
​ເຈ​ນີວາ ແລະໄດ້​ຖືກ​ຈັບ​ໂຕຢູ່​ທີ່​ນັ້ນ.

ບັນດາເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຜູ້​ຊ່ວຍ​ນັກ​ບິນ ທີ່​ບໍ່​ບອກ​ຊື່ ມີ​ອາຍຸ​
ປະມານ 30 ປີ ​ໄດ້​ເຂົ້າ​ຄວບ​ຄຸມ​ເຮືອບິນ Boeing 767 ​ໂດຍ​
ການ​ລ້ອກຫ້ອງ​ບັງຄັບ​ການບິນ ຫລັງ​ຈາກ​ຫຫົວ​ໜ້າ​ນັກບິ​ນ
ລຸກ​ໄປ​ເຂົ້າ​ຫ້ອງ​ນໍ້າ.

ບັນດາ​ເຈົ້າ​ໜ້າ​ທີ່ສະ​ວິດ ກ່າວ​ວ່າ ຫລັງ​ຈາກ​ທີ່​ເຮືອບິນ​ໄດ້​ລົງ​ສູ່​
ເດີ່ນ ໃນນະຄອນ​ເຈ​ນີວາ​ ແລ້ວຜູ້​ຊ່ວຍ​ນັກ​ບິນ​ຄົນນັ້ນ ​ກໍໄດ້​ປີນ​ອອກ​ຈາກ​ຫ້ອງ​ຄວບ​ຄຸມ​
ການບິນ ​ໂດຍ​ໃຊ້​ເຊືອກ​ຢ່ອນ​ລົງມາ ​ແລ້ວ​ມອບ​ໂຕ​ຕໍ່​ເຈົ້າ​ໜ້າ​ທີ່ ບອກ​ວ່າລາວ​ແມ່ນ “ໂຈນຈີ້​
ເຮືອບິນ” ​ແລະ​ລາວຕ້ອງການຂໍ​ລີ້​ໄພ ​ເພາະວ່າລາວ​ຢ້ານຖືກ​ຈັບ​ກຸມ ​ຢູ່​ປະ​ເທດ​ຂອງ​ລາວ.

ສາ​ເຫດທີ່​ວ່າ ​ເປັນ​ຫຍັງ​ລາວ​ຈຶ່ງ​ຢ້ານ​ຖືກ​ຈັບກຸມ​ນັ້ນ ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ.

ເສ້ນທາງບິນ ຂອງເຮືອບິນທີ່ຖືກຈີ້.
ເສ້ນທາງບິນ ຂອງເຮືອບິນທີ່ຖືກຈີ້.

ຖ້ຽວບິນດັ່ງ​ກ່າວໄດ້​ເລີ້ມ​ມາ​ຈາກ Addis Ababa ​ເມືອງ​ຫລວງ​
ຂອງອີທິ​ໂອ​ເປ​ຍ ​ມຸ້ງໜ້າ​ໄປ​ສູ່ກຸງ​ໂຣມ ພ້ອມດ້ວຍຜູ້​ໂດຍສານ 200 ຄົນ.

​ກ່ອນ​ໜ້າ​ນັ້ນ ສາຍ​ການບິນ ອີທິ​ໂອ​ເປຍ ກ່າວ​ວ່າ ​ເຮືອບິນ​ໄດ້
​ຖືກ “ບັງຄັບ​ໃຫ້​ບິນໄປຍັງນະຄອນ​ເຈ​ນີວາ” ​ແລະ​ໄດ້​ລົງ​ຈອດ
​ດ້ວຍ​ຄວາມ​ປອດ​ໄພ.

ຕໍາຫລວດ ທີ່​ເດິ່ນ​ບິນສາກົນ​ເຈ​ນີວາ ​ໄດ້ນໍາພາ​ຜູ້​ໂດຍສານ ​
ແຕ່ລະຄົນ ທີ່ຍົກ​ມື​ຂອງເຂົາ​ເຈົ້າ​ຂື້ນໄວ້​ເທິງຫົວ ອອກຈາກ​ບ່ອນ​ຈອດ​ເຮືອບິນ ​ໄປ​ຂຶ້ນລົດ​ທີ່​ຈອດລໍ ຖ້າຢູ່.

​ເດີ່ນ​ເຮືອບິນ​ເຈ​ນິວາ ​ໄດ້​ປິດ​ບໍ່​ໃຫ້​ສາຍ​ການບິນ​ອຶ່ນໆ​ລົງ ​ແຕ່​ໄດ້​ເປີດ​ປະ​ຕິ​ບັດ​ງານຄືນ​ ​ໃນ​
ເວລາສອງສາມ​ຊົ່ວ​ໂມງຕໍ່​ມາ ຫລັງ​ຈາກ​ທີ່​ເຮືອບິນ​ໄດ້​ລົງ​ຈອດ.

Ethiopia
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG