ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອຣີເທຣຍ ຮຽກຮ້ອງໃຫ້ ສປຊ ລົງໂທດ ເອທິໂອເປຍ


ທະຫານເອທິໂອເປຍ-ເອຣີເທຣຍ
ທະຫານເອທິໂອເປຍ-ເອຣີເທຣຍ

ເອຣີເທຣຍຮຽກຮ້ອງ​ໃຫ້ສະຫະ​ປະຊາ​ຊາດລົງ​ໂທດຕໍ່ເອທິ​ໂອ​ເປຍ ຊຶ່ງເປັນຄູ່​ປໍ​ລະ​ປັກ ຫລັງ​
ຈາກກອງ​ກໍາລັງ​ທະຫານ​ເອທິ​ໂອ​ເປຍ​ໄດ້​ທໍາ​ການໂຈມ​ຕີຄ້າຍ​ທະ​ຫານຂອງເອຣີເທຣຍ​.

ໃນ​ຖະ​ແຫລ​ງການສະບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ນີ້ ລັດ​ຖະ​ມົນຕີ​ຕ່າງປະ​ເທດເອຣີ
ເທຣຍ ​ທ່ານ Osman Laleh ​ໄດ້​ກ່າວວ່າ ການ​ລຸກ​ລໍ້າທີ່​ວ່າ​ນີ້​ແມ່ນ​ສ່ວນ​ນຶ່ງຂອງປະຫວັດ
ສາດ​ໃນ “ການ​ໂຈມຕີ​ ແລະ​ການ​ທ້າ​ທາຍ​ເກາະ​ຜິດ​ ແບບ​ຜິດ​ກົດໝາຍ” ຂອງ​ເອທິ​ໂອ​ເປຍ.
ທ່ານ​ໄດ້​ຮຽກຮ້ອງ​ໃຫ້ສະພາ​ຄວາມ​ໝັ້ນ​ຄົງ ສະຫະ​ປະຊາ​ຊາດ​ເອົາ​ມາ​ດຕະ​ການເພື່ອຄໍ້າ​ປະ
ກັນຄວາມເປັນທໍາ​ແລະ​ເປັນ​ການ​ເຄົາຣົບຕໍ່ການ​ປົກຄອງ​ດ້ວຍຕົວ​ບົດ​ກົດໝາຍ.”

ໂຄ​ສົກ​ລັດ​ຖະບານເອທີ​ໂອ​ເປຍທ່ານ Shimeles Kenal ກ່າວ​ໃນ​ວັນ​ພະຫັດວານ​ນີ້​ວ່າການ​
ໂຈມ​ຕີ​ນີ້ ແມ່ນຕໍ່ຄ້າຍ​ທະຫານ​ສອງ​ແຫ່ງ ທີ່​ກຸ່ມ​ແຊກ​ຊຶມໃຊ້ເພື່ອ​ທຳ​ການ​ໂຈມ​ຕີ​ຢູ່​ໃນເອທິໂອ
ເປຍ.

ໃນ​ການ​ໃຫ້ການ​ສໍາພາດ ​ກັບ VOA ​ໃນແລງ​ວັນ​ພະຫັດ​ວານນີ້ ລັດ​ຖະມົນຕີ​ຖະ​ແຫລ​ງຂ່າວ
ທ່ານ Ali Abdu ​ໄດ້​ກ່າວ​ວ່າ ກຸ່ມປຸກປັ່ນ​ໃດໆກໍ​ຕາມຢູ່​ໃນ​ເອທີ​ໂອ​ເປຍນັ້ນ ແມ່ນ​ສະ​ແດງ​ປະຕິ
ກິລິຍາ​ຕໍ່ນະ​ໂຍບາຍ​ຂອງລັດ​ຖະ​ບານ​ເຂົາ​ເຈົ້າ​ເອງ.

ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຈົ່ງ​ພາກັນໃຊ້​ຄວາມ​ຢັບຢັ້ງ. ​ໂຄສົກກະຊວງ​ການ​ຕ່າງ
ປະ​ເທດສະຫະລັດ ທ່ານ​ນາງ Victoria Nuland ​ກ່າວ​ວ່າ ວໍ​ຊິງ​ຕັນກໍາລັງ​ຊອກ​ຫາຄວາມ​
ກະ​ຈ່າງ​ແຈ້ງ​ເພີ່ມ​ຕື່ມ​ຈາກ​ເອທິ​ໂອ​ເປຍ ກ່ຽວ​ກັບ​ຈຸດປ​ະສົງ​ຂອງ​ປະ​ເທດດັ່ງກ່າວ.

XS
SM
MD
LG