ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີທິໂອເປຍ ປະກາດ ພາວະສຸກເສີນ ໄລຍະ 6 ເດືອນ ຍ້ອນການປະທ້ວງ ທີ່ຮ້າຍແຮງຂຶ້ນ


ພວກຜູ້ຊາຍ ຍ່າງຜ່ານລົດເມ ທີ່ຖືກໄຟເຜົາ ໃນລະຫວ່າງ ການປະທ້ວງ ຢູ່ໃນເມືອງ Sebeta ຂອງຂົງເຂດ Oromia, ປະເທດອີທິໂອເປຍ, ວັນທີ 8 ຕຸລາ 2016.
ພວກຜູ້ຊາຍ ຍ່າງຜ່ານລົດເມ ທີ່ຖືກໄຟເຜົາ ໃນລະຫວ່າງ ການປະທ້ວງ ຢູ່ໃນເມືອງ Sebeta ຂອງຂົງເຂດ Oromia, ປະເທດອີທິໂອເປຍ, ວັນທີ 8 ຕຸລາ 2016.

ລັດຖະບານອີທິໂອເປຍ ໄດ້ປະກາດ ພາວະສຸກເສີນ ໄລຍະ 6 ເດືອນ ໃນການຕອບໂຕ້ ຕໍ່ການປະທ້ວງຕໍ່ຕ້ານລັດຖະບານ ທີ່ກຳລັງທະວີຂຶ້ນ ແລະຮ້າຍແຮງຂຶ້ນເລື້ອຍໆ ໃນທົ່ວ ປະເທດ.

ນາຍົກລັດຖະມົນຕີ Hailermariam Desalegn ໄດ້ກ່າວ ໃນຖະແຫລງການ ທີ່ ຖ່າຍທອດ ຜ່ານທາງໂທລະພາບ ກ່ຽວກັບການປະກາດດັ່ງກ່າວ ຊຶ່ງມີຜົນບັງຄັບໃຊ້ ໃນວັນເສົາຜ່ານມາ ວ່າ ເປັນຄວາມຕັ້ງໃຈເພື່ອຫລຸດຜ່ອນ ການໂຈມຕີຕໍ່ຕຶກ ຂອງ ລັດຖະບານ ແລະ ຂອງຫົວໜ່ວຍທຸລະກິດ ຫຼາຍແຫ່ງ ເມື່ອບໍ່ດົນມານີ້.

ພວກປະທ້ວງ ພາກັນແລ່ນໜີ ຈາກຄວັນແກັສນ້ຳຕາ ທີ່ໄດ້ຖືກຍິງ ໂດຍຕຳຫຼວດ ໃນລະຫວ່າງ ບຸນ Irreecha, ເປັນງານບຸນຂອບອົກຂອບໃຈ ປະຊາຊົນ Oromo ໃນເມືອງ Bishoftu ຂອງຂົງເຂດ Oromia, ປະເທດອີທິໂອເປຍ, ວັນທີ 2 ຕຸລາ 2016.
ພວກປະທ້ວງ ພາກັນແລ່ນໜີ ຈາກຄວັນແກັສນ້ຳຕາ ທີ່ໄດ້ຖືກຍິງ ໂດຍຕຳຫຼວດ ໃນລະຫວ່າງ ບຸນ Irreecha, ເປັນງານບຸນຂອບອົກຂອບໃຈ ປະຊາຊົນ Oromo ໃນເມືອງ Bishoftu ຂອງຂົງເຂດ Oromia, ປະເທດອີທິໂອເປຍ, ວັນທີ 2 ຕຸລາ 2016.

ການເດີນຂະບວນປະທ້ວງ ມີຕົ້ນກຳເນີດມາຈາກ ຂົງເຂດ Oromiya ເມື່ອທ້າຍປີ 2015. ໃນເບື້ອງຕົ້ນ ພວກປະທ້ວງ ໄດ້ເຕົ້າໂຮມຊຸມນຸມກັນ ເພື່ອຮຽກຮ້ອງ ເອົາສິດນຳໃຊ້ທີ່ດິນ ແລະ ມາເຖິງຕອນນີ້ ໄດ້ຮຽກຮ້ອງໃຫ້ມີສິດ ໃນດ້ານການເມືອງ ເສດຖະກິດ ແລະ ວັດທະນະທຳ ເພີ່ມຂຶ້ນ.

ສື່ມວນຊົນຂອງທາງການ ໄດ້ຊີ້ແຈງວ່າ ລາຍລະອຽດຕ່າງໆ ຂອງພາວະສຸກເສີນ ໄດ້ຖືກ ເປີດເຜີຍ ໃນຕອນບ່າຍວັນອາທິດວານນີ້.

ກຸ່ມປົກປ້ອງສິດທິມະນຸດ ລາຍງານວ່າ ຫຼາຍກວ່າ 450 ຄົນ ໄດ້ຖືກຂ້າຕາຍ ໃນຄວາມ ວຸ້ນວາຍ ນັບຕັ້ງແຕ່ປີກາຍນີ້ ເປັນຕົ້ນມາ.

ເມື່ອວັນອາທິດແລ້ວນີ້ ຢ່າງນ້ອຍ 55 ຄົນໄດ້ເສຍຊີວິດ ໃນເຫດການຢຽບກັນຕາຍ ຫຼັງ ຈາກຕຳຫຼວດ ໄດ້ຍິງລູກແກັສນ້ຳຕາໃສ່ ແລະ ຍິງປືນຂຶ້ນຟ້າ ເພື່ອກະຈາຍພວກປະທ້ວງ ອອກໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Ethiopia Protest
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG