ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັກປະຕິ​ຮູບ ຂອງແອັສ​ໂທເນຍ ອ້າງເອົາ ໄຊຊະນະ ໃນການເລືອກຕັ້ງສະພາ


ເດັກນ້ອຍຍິງຄົນນຶ່ງ ຊ່ອຍແມ່ຂອງນາງ ປ່ອນບັດ ຢູ່ໜ່ວຍເລືອກຕັ້ງ ໃນເມືອງ Tallinn ຂອງ Estonia, ວັນທີ 1 ມີນາ 2015.
ເດັກນ້ອຍຍິງຄົນນຶ່ງ ຊ່ອຍແມ່ຂອງນາງ ປ່ອນບັດ ຢູ່ໜ່ວຍເລືອກຕັ້ງ ໃນເມືອງ Tallinn ຂອງ Estonia, ວັນທີ 1 ມີນາ 2015.

ພັກ​ Reform ຫລືປະຕິ​ຮູບ ທີ່​ອ່ຽງຂວາກາງ ​ແລະນິຍົມເນ​ໂຕ້
ຂອງລັດຖະບານ​ແອັສ​ໂທເນຍ ​ໄດ້ອ້າງ​ເ​ອົາ​ໄຊຊະນະ ​ໃນ​ຕອນ
​ເດິກ​ຂອງ​ຄືນ​ວັນ​ອາທິດ​ວານ​ນີ້ ​ໃນ​ການເລືອກ​ຕັ້ງສະພາ ທີ່​
ຄອບ​ງຳ​ໂດຍຄວາມກັງວົນເລື້ອງຄວາມ​ໝັ້ນຄົງ ຈາກ​ການ​ຟື້ນ
​ຄືນ​ມາ​ທາງດ້ານ​ທະຫານ​ຂອງ​ຣັດ​ເຊຍນັ້ນ.

ຜົນ​ຂອງ​ການນັບບັດ​ຄະ​ແນນ​ສຽງ​ທີ່​ບໍ່​ເປັນ​ທາງ​ການ ຫຼັງຈາກ​ທີ່
ການ​ປ່ອນ​ບັດໄດ້​ອັດລົງ​ແລ້ວນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ​ພັກ​ຂອງ​
ນາຍົກລັດຖະມົນຕີ Taavi Roivas ​ໄດ້​ຮັບ​ຄະ​ແນນ​ສຽງ
​ເກືອບ 28 ​ເປີ​ເຊັນ ​ແລະພັກ​ທີ່​ເປັນ​ພາຄີ​ໃນ​ລັດຖະບານ​ປະສົມ​
ຂອງພັກປະຕິ​ຮູບ ຄື​ພັກ Social Democrats ຫລື ສັງຄົມ​ປະ
ຊາທິປັດ ​ໄດ້​ຮັບຄະ​ແນນ​ສຽງ 16 ​ເປີ​ເຊັນ. ສ່ວນ​ພັກ​ຝ່າຍ​ຄ້ານ ທີ່​ນິຍົມ Kremlin ຄື ພັກ Center ໄດ້​ຮັບຄະ​ແນນສຽງປະມານ 25 ​ເປີ​ເຊັນ ດ້ວຍບັດຄະແນນ​ທີ່​ໄດ້​ຖືກ​ນັບ​ໄປ​ແລ້ວ ​ເປັນ​ສ່ວນ​ໃຫຍ່.

ຄາດ​ກັນ​ວ່າ ປະທານາທິບໍດີ Toomas Hendrik Ilves ຈະ​ຂໍ​ໃຫ້​ທ່ານ Roivas ຈັດຕັ້ງ
ລັດຖະບານ​ຊຸດ​ໃໝ່​ ໃນ​ວັນ​ຈັນ​ມື້​ນີ້.

​ກ່ອນ​ການ​ເລືອກ​ຕັ້ງ​ນັ້ນ ທ່ານ Roivas ​ໄດ້​ອອກສຽງສະ​ແດງ ຄວາມຢ້ານ​ກົວກ່ຽວ​ກັບ​
ການ​ແຊກ​ແຊງ​ຂອງ​ຣັ​ດ​ເຊຍ​ ເຂົ້າ​ໄປໃນປະ​ເທດ​ເພື່ອນ​ບ້ານ ​ແອັສ​ໂທ​ເນຍ ຫຼັງຈາກ​ທີ່​
ມົສກູ​ໄດ້​ຢຶດ​ເອົາ​ແຫລມ Crimea ຂອງ​ຢູ​ເຄຣນ​ເມື່ອ​ປີກາຍ​ນີ້.

ທ່ານຍັງ​ໄດ້​ຮຽກຮ້ອງເມື່ອ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ໃຫ້​ເພີ້​ມກຳລັງ​ທະຫານ​ຂອງ​ອົງການ​ເນ​ໂຕ້ ​ແລະ ​ອາວຸດ​ຍຸດ​ໂທ​ປະກອນຂຶ້ນ ​ເພື່ອຕິດຕາມ​ເບິ່ງ ການ​ເຄື່ອນ​ໄຫວ​ທາງ​ທະຫານ ຂອງຣັດ​ເຊຍ ຢູ່​ໃກ້ເຂດຊາຍ​ແດນ.

ທ່ານ Roivas ​ໄວ ​35 ປີ ​ແມ່ນ​ເປັນ​ຜູ້ນຳ​ສະຫະພາບ​ຢູ​ໂຣບທີ່​ໜຸ່ມ​ນ້ອຍ​ທີ່​ສຸດ. ​ແອັສ​ໂທ​ເນຍ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ໃນ​ກຸ່ມ​ ອີ​ຢູ ​ເມື່ອ​ປີ 2004 ​ແລະ ມີ​ໜີ້ສິນສາທາລະນະ ກໍ​ຄືໜີ້
ສິນ​ຂອງ​ລັດຖະບານ ໜ້ອຍທີ່​ສຸດ.

Estonia election video
please wait

No media source currently available

0:00 0:01:46 0:00

XS
SM
MD
LG