ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານເອີດວນ ກ່າວເຖິງ ການເລີ້ມຕົ້ນໃໝ່ ກັບ ທ່ານທຣຳ


ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan
ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ປາກົດ​ວ່າ ຈະ​ໃຊ້​ທັງ​ການ​ປະ​
ເຊີນ​ໜ້າ​ແລະ​ການ​ປະນີປະນອມ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ກ່າວ​ວ່າ ໝາຍກຳນົດ​ການ​ທີ່​
ຈະ​ໂອ້​ລົມ​ກັບ​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ໃນ​ອາທິດ​ໜ້າ ອາດ​ຈະ​ເປັນ​ຂີດ​ໝາຍຂອງ
“ການ​ເລີ່ມຕົ້ນ​ໃໝ່” ​ໃນ​ສາຍ​ພົວພັນ ລະຫວ່າງ​ປະ​ເທດ ​ພັນທະມິດ​ຂອງ​ອົງການ​ເນ​ໂຕ້​
ທັງ​ສອງ ທີ່ມີ​ຄວາມ​ບໍ່​ເຂົ້າ​ໃຈ​ກັນ​ ຫຼາຍຂຶ້ນນັບ​ມື້​ກ່ຽວ​ກັບ​ຊີ​ເຣຍ.

ທ່ານ Erdogan ​ແນວ​ໃດ​ກໍ​ຕາມ ​ໄດ້​ກ່າວ​ຢ່າງ​ລະມັດລະວັງ​ວ່າ ການ​ຕັດສິນ​ໃຈ ຂອງ​
ວໍ​ຊິງ​ຕັນ​ທີ່​ຈະ​ຕິດ​ອາວຸດ​ໃຫ້​ແກ່​ພວກ​ຊາວ​ເຄີ​ດ​ໃນ​ຊີ​ເຣຍເພື່ອ​ໂຈມ​ຕີ​ທີ່​ໝັ້ນກຸ່ມ​ລັດ​ອິສ
ລາມ​ໃນ​ເມືອງຣັກກາໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສາຍ​ພົວພັນທາງ​ຍຸດທະ​ສາດ​ລະ
ຫວ່າງ​ເທີ​ກີ​ແລະ​ສະຫະລັດ.

ພ້ອມ​ດຽວ​ກັນນີ້ ທ່ານ​ກໍ​ໄດ້​ເຕືອນ​ວ່າ ກຳລັງ​ຂອງ​ເທີ​ກີ ​ຈະ​ສືບ​ຕໍ່​ປະຕິບັດ​ງານ ​ທາງທະ
ຫານ ​ຕໍ່​ຕ້ານ​ພວກ​ທະຫານ​ບ້ານ​ຊາວ​ເຄີ​ດ ບໍ່​ພຽງ​ແຕ່ ​ໃນ​ປະ​ເທດ​ອີຣັກ​ເທົ່າ​ນັ້ນ ​ແຕ່​ຍັງ​
ຈະ​ຮວມທັງ​ພັນທະ​ມິດ​ຂອງ​ສະຫະລັດໃນ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍນຳດ້ວຍ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ຜູ້ນຳ​ເທີ​ກີ ທີ່​ມີ​ຂຶ້ນກ່ອນ​ອອກເດີນທາງ​ຈາກ​ສະໜາມ​ບິນ​ນະ
ຄອນ​ອັງກາຣາ ເພື່ອ​ຢຸດ​ແວ່​ທີ່​ປະ​ເທດ​ຈີນ ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ໄປ​ໜ້ອຍ​ນຶ່ງ ຈາກ
​ການ​ຕ້ອງ​ຕິ​ຢ່າງ​ແຮງ​ໃນຕົ້ນອາທິດ​ນີ້ ກ່ຽວ​ກັບ​ການ​ຕິດ​ອາວຸດ​ ໃຫ້​ແກ່​ພວກຊາວ​ເຄີ​ດ​
ໃນ​ຊີ​ເຣຍ ​ແລະ​ກົງກັນຂ້າມ​ກັບ​ການ​ຕິຕຽນ​ສະຫະລັດຂອງ​ພວກ​ເຈົ້າໜ້າ​ເທີ​ກີ​ຫວ່າງ​ບໍ່​
ດົນ​ມານີ້ທີ່​ເຕືອນ​ໃຫ້​ຮູ້​ເຖິງ​ຜົນ​ທີ່​ຈະ​ຕິດຕາມ​ມາ​ຢ່າງ​ຮ້າຍ​ແຮງ.

ທ່ານ Erdogan ກ່າວ​ວ່າ “ສະຫະລັດ​ ພວມກຳລັງ​ຜ່ານ​ຜ່າ ​ໄລຍະ​ຂ້າມ​ຜ່ານ ແລະ
​ພວກ​ເຮົາ​ຕ້ອງ​ໄດ້​ລະມັດລະວັງ​ຫຼາຍຂຶ້ນແລະ​ໃຫ້​ຄວາມ​ສຳຄັນ​ຕື່ມ.”

ສື່​ມວນ​ຊົນ​ບາງ​ສະບັບ ​ລາຍ​ງານ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ
Erdogan ​ແມ່ນ​ເປັນ​ການ​ທຳນາຍ​ທີ່​ດີ​ສຳລັບ​ການ​ຫາລື​ໃນ​ອາທິດ​ໜ້າ​ແຕ່ອະດີດ​ສະ
ມາຊິກ​ສະພາ Aykan Erdemir ຊ້ຳພັດ​ບໍ່ເຊື່ອ ແບບ​ນັ້ນ. ທ່ານ​ຖົກ​ຖຽງ​ວ່າ ການ​ກະ
ທຳ​ຂອງ​ທ່ານ Erdogan ​ແມ່ນ​ໄດ້​ມີ​ຄວາມ​ລະ​ມັດ​ລະວັງ​ໃນ​ການ ​ໃຫ້​ຄວາມ​ເຫັນ​ຂອງ​
ທ່ານ​ກ່ຽວ​ກັບ​ປະທານາທິບໍດີ​ທຣຳໂດຍ​ຈະ​ປ່ອຍ​ໃຫ້​ພວກ​ຜູ້​ຊ່ອຍ​ຕ້ອງ​ຕິ​ແຮງ​ກວ່າ​ທ່ານ.

ທ່ານ​ທຳນາຍ​ວ່າ ຜູ້ນຳ​ຂອງ​ເທີກີ​ ຈະ​ໃຊ້​ກົນລະຍຸດ​ໃນ​ອາທິດ​ໜ້າ​ນີ້ ຢູ່​ທີ່​ທຳນຽບຂາວ
ທີ່​ວ່າ ທ່ານ​ໄດ້​ຮຽນ​ຮູ້​ຄື​ກັນ​ກັບ​ນັກ​ເຕະບານທີ່​ວ່າ “ການ​ປ້ອງ​ກັນ​ທີ່​ດີ​ທີ່​ສຸດກໍ​ຄື​ການ​ບຸກ
.” ທ່ານ​ Erdemir ກ່າ​ວວ່າທ່ານຈະ​ເລີ້ມດ້ວຍ​ບຸກທ່ານ​ທຣຳດ້ວຍ​ການ​ຕໍ່​ວ່າ​ຂອງ​ເທີ​ກີ​ ​
ໂດຍ​ສະ​ເພາະແມ່ນກ່ຽວ​ກັບ​ການ​ຕັດສິນ​ໃຈທີ່​ອະນຸຍາດ​ໃຫ້​ທຳນຽບຫ້າແຈຕິດ​ອາວຸດ​
ໃຫ້​ພວກ​ທະຫານ​ບ້ານ​ຊາວ​ເຄີ​ດ ທີ່​ຄອບ​ງຳ​ກຳລັງ​ປະຊາທິປະ​ໄຕ​ໃນ​ຊີ​ເຣຍຫຼື SDF.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG