ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມອະນຸລັກສິ່ງແວດລ້ອມ ສືບຕໍ່ຂັດຂວາງ ການສ້າງ ເຂື່ອນໄຊຍະບູລີ (ວີດີໂອ ກ່ຽວຂ້ອງ)


ຊາວປະມົງເຊື້ອສາຍຫວຽດນາມ ຂວາງແຫຫາປາ ໃນແມ່ນ້ຳ ຂອງ ໃກ້ໆກັບບ້ານ Arey Ksat ນອກນະຄອນຫລວງພະນົມເປັນ, ກຳປູເຈຍ
ວັນທີ 6 ກຸມພາ 2014.
ຊາວປະມົງເຊື້ອສາຍຫວຽດນາມ ຂວາງແຫຫາປາ ໃນແມ່ນ້ຳ ຂອງ ໃກ້ໆກັບບ້ານ Arey Ksat ນອກນະຄອນຫລວງພະນົມເປັນ, ກຳປູເຈຍ ວັນທີ 6 ກຸມພາ 2014.
ເຈົ້າໜ້າທີ່ຈາກກຳປູເຈຍ ຫວຽດນາມ ລາວ ແລະໄທ ພົບ​ປະ
ຫາລືກັນ ​ໃນ​ວັນ​ສຸກ​ມື້​ນີ້ ກ່່ຽວກັບຜົນກະທົບຂອງການສ້າງ
ເຂື່ອນ​ໄຟຟ້າ​ນ້ຳຕົກ​ໃສ່ຕອນລຸ່ມຂອງແມ່ນ້ຳຂອງ ຕາມ​ທີ່​
ບາງປະ​ເທດໄດ້​ວາງ​ແຜນ​ໄວ້ນັ້ນ. ແຕ່ຫຼາຍໆກຸ່ມພິທັກ​ສິ່ງ
ແວດລ້ອມໄດ້ລົງ​ຄວາມ​ເຫັນ​ແລ້ວວ່າ ​ເຂື່ອນໃຫຍ່ທີ່​ຈະ​ສ້າງ
​ຂຶ້ນ​ຢູ່ໃນ ສປປ ລາວ ຄືເຂື່ອນໄຊຍະບູລີນັ້ນ ​ແມ່ນຈະສ້າງ​
ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ໃຫ້​ແກ່​ບັນດາຊຸມຊົນທີ່ອາໄສແມ່
ນ້ຳຂອງ ເພື່ອຫາຢູ່ຫາກິນນັ້ນ ​ແລະພວກເຂົາ​ເຈົ້າຢາກໃຫ້
ຍຸດຕິໂຄງການນີ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Gabrielle Paluch
ມີ​ລາ​ຍງານ​ມາ​ຈາກ​ບາງກອກ ດັ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ລ່ວງໜ້າກອງປະຊຸມ 2 ມື້ ຂອງຄະນະກຳມາ​ທິການແມ່ນ້ຳຂອງ ຫຼື MRC ທີ່​ໄຂຂຶ້ນໃນ
ມື້ນີ້ ຢູ່ນະຄອນໂຮ່ຈິມິນນັ້ນ ກຸ່ມພິທັກ​ສິ່ງແວດລ້ອມ ສາກົນ 39 ກຸ່ມ ​ໄດ້ອອກ​ຄຳປະກາດ
ຮຽກຮ້ອງ​ໃຫ້ລັດຖະບານລາວ ຢຸດຕິການກໍ່ສ້າງເຂື່ອນໄຊຍະບູລີ ກ່ອນເດືອນກຸມພາ ປີ
2015. ຄຳ​ປະກາດດັ່ງກ່າວຍັງຮຽກຮ້ອງ​ ໄປ​ຍັງລັດຖະບານໄທ ໃຫ້ຍົກເລີກຂໍ້ຕົກລົງ
ວ່າດ້ວຍການຊື້ໄຟຟ້າ ທີ່ຈະຜະລິດຈາກເຂື່ອນນັ້ນ.
ແຜນທີ່ສະແດງ ຈຸດສ້າງເຂື່ອນໄຊຍະບູລີ
ແຜນທີ່ສະແດງ ຈຸດສ້າງເຂື່ອນໄຊຍະບູລີ

ເຂື່ອນໄຊຍະບູລີ ແມ່ນນຶ່ງໃນ 11 ໂຄງການສ້າງເຂື່ອນໃນ​ເຂດ​ຕອນລຸ່ມຂອງແມ່ນ້ຳຂອງທີ່ໄດ້ມີ​ການສະເໜີຂຶ້ນ. ​ໂຄງການ​
ສ້າງ​ເຂື່ອນດັ່ງກ່າວ ​ມູນ​ຄ່າ 3.800 ລ້ານດອລລ່າ ຊຶ່ງໄທເປັນຜູ້
ລົງທຶນນັ້ນ ແມ່ນມີຈຸດປະສົງຫຼັກ ເພື່ອຜະລິດໄຟຟ້າສົ່ງໄປໃຫ້
ຕະຫຼາດໄທ. ພວກເຈົ້າໜ້າທີ່ຈາກບັນດາປະເທດທີ່​ຕັ້ງ​ຢູ່​ແຄມ
​ແມ່​ນ້ຳຂອງ​ຕອນ​ລຸ່ມ ໄດ້ປະຊຸມກັນ​ມາ​ເປັນ​ປະຈຳ ເພື່ອປຶກສາ
ຫາລືກ່ຽວ​ກັບແຜນການສ້າງເຂື່ອນ​ເຫລົ່ານັ້ນ ແລະເພື່ອທົບທວນ
ຄືນການປະເມີນຜົນກະທົບຕໍ່ສະພາບແວດລ້ອມ ໃນ​ເຂດອ່າງ
ແມ່ນ້ຳຂອງ ທີ່​ເປັນແຫຼ່ງອາຫານອັນ​ສຳຄັນຂອງປະຊາຊົນຈຳ
ນວນ 60 ລ້ານຄົນ.

ທ່ານ Marc Goichot ຈາກ ກອງ​ທຶນສັດປ່າໂລກ ຫລື World Wildlife Fund ​ເປັນຊ່ຽວ
ຊານດ້ານເຂຶື່ອນໄຟຟ້ານ້ຳຕົກປະຈຳ​ຂົງ​ເຂດ ກ່າວວ່າ ຕ້ອງການເວລາຕື່ມອີກເພື່ອທີ່ຈະ
ທົບທວນໂຄງການເຫຼົ່ານີ້ໄດ້. ທ່ານ Marc Goichot ​ເວົ້າ​ວ່າ:

“ໂຄງການໄຊຍະບູລີຈະສະໜອງ ຄວາມຕ້ອງການຂອງປະເທດໄທ ພຽງແຕ່ 2 ເປີເຊັນເທົ່ານັ້ນ ແລະໄທກໍບໍ່ມີຄວາມຕ້ອງການ​ໂຄງການ​ນີ້ ຈົ​ກ​ກ່ວາປີ 2026.
ດັ່ງນັ້ນ ກະບໍ່ມີ​ຄວາມຟ້າວຟັ່ງ​ຫຍັງ. ການໂຈະຂໍ້ຕົກລົງຊື້​ໄຟຟ້າ​ຈາກ​ເຂື່ອນ​ນີ້
ກໍ​ແມ່ນຈະອຳນວຍ ໃຫ້ທຸກຝ່າຍມີເວລາໄດ້ ສຶກສາຜົນກະທົບ ຕື່ມ​ອີກ.”

ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ເລີ້ມຂຶ້ນແລ້ວ.
ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ເລີ້ມຂຶ້ນແລ້ວ.

ຢ່າງ​ໃດ​ກໍ​ຕາມ ການກໍ່ສ້າງເຂື່ອນໄຊຍະບູລີໄດ້ເລີ້ມຂຶ້ນ​ແລ້ວ ເຖິງແມ່ນໄດ້ມີສຽງຄັດຄ້ານຈາກບັນດາປະເທດທີ່ຢູ່​ລຸ່ມ​ລົງ​ໄປ ​ເຊັ່ນຫວຽດນາມກັບກຳປູເຈຍນັ້ນກໍຕາມ. ເວລານີ້ພວກນັກ
​ເຄື່ອນໄຫວເພື່ອພິທັກສິ່ງແວດລ້ອມ ພາກັນຫວັງວ່າຈະສາ
ມາດຢຸດຕິໂຄງການດັ່ງກ່າວ ກ່ອນທີ່ຈະມີ ການສ້າງ​ເຂື່ອນ
ກັ້ນນ້ຳອອກ​ຈາກ​ບໍລິ​ເວນ​ກໍ່​ສ້າງ​ ​ໃນ​ເດືອນ​ກຸມພາ​ປີໜ້າ ຊຶ່ງ
ຈະປ່ຽນກະແສນ້ຳໄຫລ ອອກຈາກແລວທາງຂອງເຂື່ອນ ​ເພື່ອ
ຈະ​ໄດ້ທຳການກໍ່ສ້າງ​ໂຕເຂື່ອນ ຂວາງ​ແມ່​ນ້ຳຂອງ​ນັ້ນ. ກອງ​
ທຶນ​ສັດປ່າ​ໂລກ World Wildlife Fund ຫລື WWF ກ່າວວ່າ
ນັ້ນ​ຈະແມ່ນບາດກ້າວທຳອິດໃນຂັ້ນ​ຕອນການກໍ່ສ້າງ ທີ່ຈະສ້າງ​ຄວາມ​ເສຍ​ຫາຍ​ຢ່າງໃຫຍ່
ທີ່ຕ່າວ​ປີ້ນບໍ່​ໄດ້ ຕໍ່ລະບົບນິເວດວິທະຍາຂອງ​ແມ່​ນ້ຳຂອງ​ນັ້ນ.

ສັນຍາແມ່ນ້ຳຂອງ ທີ່ປະເທດລາວ ໄທ ກຳປູເຈຍ ແລະຫວຽດນາມໄດ້ເຊັນກັນໃນປີ
1995 ມີຂໍ້ກຳນົດທີ່ລະບຸວ່າ ການກໍ່ສ້າງເຂື່ອນ​ໃດ​ໆກໍ​ຕາມຈະບໍ່ສາມາດດຳເນີນຕໍ່ໄປ​ໄດ້
ຈົນກວ່າຈະໄດ້ມີການເຫັນດີເຫັນພ້ອມນຳ ຈາກໝົດ​ທຸກ​ປະ​ເທດ​ພາຄີ​ເສຍ​ກ່ອນ. ກ່າວ​ກັນ​ວ່າ ການປະເມີນຜົນກະທົບຕໍ່ສະພາບແວດລ້ອມຂັ້ນ​ຕົ້ນ ຂອງເຂື່ອນໄຊຍະບູລີ​ນັ້ນ ​ ​
​ບໍ່ໄດ້ມາດຕະຖານຂອງສາກົນ ແລະການປະເມີນຜົນກະ​ທົບເພີ້​ມຕື່ມ​ກໍ​ຍັງ​ດຳ​ເນີນ​ຕໍ່ໄປຢູ່.

ຢູ່ທີ່ກອງປະຊຸມສຸດຍອດຂອງຄະນະ​ກຳມາ​ທິການ​ແມ່​ນ້ຳຂອງຄັ້ງຫລ້າສຸດນັ້ນ ລັດຖະ
ບານຂອງຫວຽດນາມແລະກຳປູເຈຍ ​ໄດ້ຮ້ອງຂໍ ໃຫ້​ໂຈະການກໍ່ສ້າງ​ເຂື່ອນ​ໄຊ​ຍະບູລີໄວ້ ​
ເປັນເວລາ 10 ປີ ຫຼືຈົນກວ່າວ່າ ການປະເມີນຜົນກະທົບຈະສາມາດເຮັດໄດ້ຢ່າງຄົບຖ້ວນ
ສົມບູນ.

ເບິ່ງວີດີໂອ ກ່ຽວກັບແຜນການ ສ້າງເຂື່ອນໃສ່ແມ່ນ້ຳຂອງ ຂອງຈີນ:
China Mekong Dam Project Generates Growing Controversy
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
XS
SM
MD
LG